ສະຫາຍ ສັນຕິພາບ ພົມວິຫານ  ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພູວັງ ເກດແກ້ວສົມພອນ ແລະ ສະຫາຍ ກົງແກ້ວ ມີວໍລະຈັກ ເປັນຮອງເລຂາ

228

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ໄດ້ດຳເນີນ ໃນວັນທີ 20-21 ພະຈິກ 2020 ທີ່ ຫໍວັດທະນະທຳ ໄກສອນ ພົມວິຫານ ໂດຍການເປັນປະທານ ຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີຜູ້ຕາງໜ້າຄະນະກວດກາສູນກາງພັກ; ມີຜູ້ແທນສົມບູນ ຈຳນວນ 455 ສະຫາຍ, ຍິງ 79 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວແຂວງ ຈຳນວນ 29.075 ສະຫາຍ, ຍິງ 6.810 ສະຫາຍ, ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ.

ເນື້ອໃນຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນສຸມໃສ່ພິຈາລະນາ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງ, ບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025); ຮັບຟັງການປະກອບຄຳເຫັນ ຈາກຂະແໜງການ, ກົມກອງ ແລະ ຕົວແບບ ຈຳນວນໜຶ່ງ, ພ້ອມທັງ ດຳເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງ ສະໄໝທີ IX ແລະ ເລືອກເອົາຜູ້ແທນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI.


ສຳລັບການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ສະໄໝທີ IX ມີຜູ້ສະໝັກຮັບເລືອກຕັ້ງ ຈຳນວນ 46 ສະຫາຍ( ຍິງ 5 ສະຫາຍ), ເລືອກເອົາ 41 ສະຫາຍ( ຍິງ 5 ສະຫາຍ).

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄດ້ເປັນເອກະສັນເລືອກເອົາ ຄະນະປະຈຳພັກແຂວງ ຈຳນວນ 13 ສະຫາຍ (ຍິງ 1ສະຫາຍ) ປະກອບມີ: ສະຫາຍ ສັນຕິພາບ ພົມວິຫານ, ສະຫາຍ ພູວັງ ເກດແກ້ວສົມພອນ, ສະຫາຍ ກົງແກ້ວ ມີວໍລະຈັກ, ສະຫາຍ ວຽງທະວີສອນ ເທບພະຈັນ, ສະຫາຍ ບົວສອນ ມະຫາວົງ, ສະຫາຍ ນາງ ຫຼິງ ແສງຕາວັນ, ສະຫາຍ ລຳທອງ ຂອບສີລາວົງ, ສະຫາຍ ຄຳແພງ ເພັດທຸມພອນ, ສະຫາຍ ຄຳວິໃສ ຜຸຍຍະວົງ, ສະຫາຍ ຄຳຜັນ ຄູນສະຫວັນ, ສະຫາຍ ປະສົງສິນ ຈະເລີນສຸກ, ສະຫາຍ ພັນເອກ ສີ ທະວີໄຊ ແລະ ສະຫາຍ ພັນເອກ ສົມໝາຍ ພົມມະຈັນ.

ພ້ອມນັ້ນ ກໍໄດ້ເປັນເອກະສັນເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພູວັງ ເກດແກ້ວສົມພອນ ແລະ ສະຫາຍ ກົງແກ້ວ ມີວໍລະຈັກ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາສະຫາຍ ລຳທອງ ຂອບສີລາວົງ ເປັນປະທານຄະນະກວດກາພັກແຂວງ; ສະຫາຍ ແຖວຄຳ ພົມມະວົງ, ສະຫາຍ ສີວິໄລ ຈັນທຳມະຈັກ, ສະຫາຍ ນາງ ກິ່ນນາລີ ວົົງຄຳໂສພາ ແລະ ສະຫາຍ ທຳມະລາດ ມະນີວົງ ເປັນຮອງປະທານກວດກາພັກແຂວງ;

ໃນຂະນະດຽວກັນ ກອງປະຊຸມໃຫຍ່ ໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 38 ສະຫາຍ (ຍິງ 4 ສະຫາຍ) ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI.


ອັນສຳຄັນ ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະ ຫຼາຍດ້ານ ທີ່ຄະນະພັກແຂວງ ກໍ່ຄືຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ, ພ້ອມກັນນີ້ ສະຫາຍໄດ້ເນັ້ນໜັກບາງບັນຫາສຳຄັນ ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ໝູນໃຊ້ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນ ໃຫ້ເອົາໃຈໃສ່ ຢ່າງສຸດຂີດ ໃນການຊອກເຫັນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ໂດຍມີການຄົ້ນຄວ້າ, ວິເຄາະວິໄຈ ດຳເນີນການວາງແຜນ ຢ່າງຮັດກຸມ, ມີຫຼັກວິທະຍາສາດ, ມີການຈັດວາງບູລິມະສິດ ໃນການດຳເນີນການ ຢ່າງຖຶກຕ້ອງ, ມີປະສິດທິພາບ ຢ່າງແທ້ຈິງ (ທ່າແຮງດ້ານທີ່ດິນ, ນໍ້າ, ປ່າໄມ້, ບໍ່ແຮ່, ເສັ້ນທາງເຊື່ອມຈອດ, ຊັບພະຍາກອນມະນຸດ, ແຮງງານໜຸ່ມ ແລະ ອື່ນໆ);

ໃຫ້ເລີ່ມແຕ່ຫົວທີໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ໄປຄຽງຄູ່ກັບການຍົກລະດັບ ປັບປຸງຄຸນນະພາບ ຂອງສິນຄ້າ, ຄຸນນະພາບ ຂອງການບໍລິການ, ພ້ອມນັ້ນ ຕ້ອງຮູ້ເຮັດການຕະຫຼາດ ໃນຍຸກໃໝ່, ຕ້ອງປັບຕົວເຂົ້າໃນສະໝໍລະພູມ ແຫ່ງການແຂ່ງຂັນ ໃຫ້ໄດ້;
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ