ກຸ່ມປີ້ງໄກ່ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຮັບກາໜາຍໜຶ່ງເມືອງໜຶ່ງຜະລິດຕະພັນສິນຄ້າແຫ່ງຊາດ

165

ພິທີມອບຮັບກາໜາຍໜຶ່ງເມືອງໜຶ່ງຜະລິດຕະພັນສິນຄ້າແຫ່ງຊາດໃຫ້ແກ່ກຸ່ມປີ້ງໄກ່ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ມີຂຶ້ນໃນວັນທີ 18 ພະຈິກ 2020 ທີ່ສະໂມສອນຂອງເມືອງ ໂດຍເປັນກຽດເຂົ້າຮ່ວມມີແຂກທີ່ຖືກເຊີນຈາກພະແນກການຕ່າງໆອ້ອມຂ້າງແຂວງ, ການນໍາຂັ້ນເມືອງ, ຫ້ອງການຕ່າງໆອ້ອມຂ້າງເມືອ, ນັກທຸລະກິດ ແລະ ກຸ່ມປີ້ງໄກ່ບ້ານນາປົ່ງ.

ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ເລົ່າປະຫວັດຄວາມເປັນມາຂອງຜະລິດຕະພັນປີ້ງໄກ່ນາປົ່ງ ເມືອງຄົງເຊໂດນວ່າ: ສໍາລັບບ້ານນາປົ່ງແມ່ນ 1ໃນ 84 ບ້ານ ທີ່ຂື້ນກັບຈຸດສຸມນາປົ່ງ ມີ 3 ຮ້ອຍຫຼັງຄາເຮືອນ, ມີ 300 ກວ່າຄອບຄົວ, ມີພົນລະເມືອງທັງໝົດ 2 ພັນກວ່າຄົນ, ຍິງ 1 ພັນກວ່າຄົນ, ຊົນເຜົ່າລາວລຸ່ມ, ຖືສາສະໜາພຸດ, ປະຊາຊົນສ່ວນຫຼາຍແມ່ນຢຶດຖືອາຊີບກະສີກໍາ, ລ້ຽງສັດ ແລະ ຄ້າຂາຍ.

ປີ້ງໄກ່ນາປົ່ງກໍາເນີດເກີດຂື້ນໃນປີ 1917 ມາຮອດປັດຈຸບັນເປັນເວລາ 103 ປີ, ໃນເບື້ອງຕົ້ນແມ່ນເປັນການປີ້ງຂາຍແບບແຍກສ່ວນ ມີແຕ່ 1 ຄອບຄົວປີ້ງໄກ່ຂາຍເທົ່ານັ້ນ, ເຊິ່ງມາຮອດປີ 1982 ການສັນຈອນໄປມາຂອງຜູ້ຄົນມີການຂະຫຍາຍຕົວ ປີ້ງໄກ່ນາປົ່ງເລີ່ມເປັນທີ່ຮູ້ຈັກຫຼາຍຂື້ນ, ການຊື້-ການຂາຍກໍ່ດີຂື້ນ ໃນໄລຍະນີ້ຈິ່ງຫັນມາປີ້ງໄກ່ເປັນໂຕ.

ມາຮອດປີ 1986 ປີ້ງໄກ່ນາປົ່ງໄດ້ຮັບການສ້າງຕັ້ງເປັນກຸ່ມສະຫະກອນ ປະມານ 3-4 ຮ້ານ, ປີຕໍ່ມາການຊື້-ຂາຍແບບເປັນກຸ່ມສະຫະກອນ ໄດ້ຖືກຍຸບເລີກ ປະຊາຊົນກໍ່ຫັນມາຊື້-ຂາຍ ແບບຮ້ານໃຜ ຮ້ານລາວ ແລະ ໄດ້ເພີ່ມຂຶ້ນຈາກ 3-4 ຮ້ານໃນເມື່ອກ່ອນມາເປັນ 26 ຮ້ານໃນປະຈຸບັນ, ສໍາລັບຂັ້ນຕອນການຜະລິດແມ່ນເນັ້ນໃຫ້ມີລົດຊາດທີ່ເປັນເອກະລັກສະເພາະ ເຊິ່ງເລີ່ມຈາກການຄັດເລືອກພັນໄກ່ລາດພື້ນເມືອງລາວ ຫຼັງຈາກນັ້ນກໍນໍາມາເອືອບເກືອ, ແປ້ງນົວ, ຜັກທຽມ, ຄະນໍ, ຫົວສີໄຄ ແລ້ວນໍາມາປີ້ງໃຫ້ສຸກ ເພື່ອຈໍາໜ່າຍໃຫ້ລູກຄ້າ ສ່ວນໃຫຍ່ແມ່ນແຂກທີ່ຜ່ານທາງ ແລະ ບັນດາຜູ້ໂດນສານໄປມາຕາມສາຍທາງທີ່ແວ່ພັກເຊົາ ແລະ ຊື້ເປັນເຄື່ອງຝາກຂອງຕ້ອນ, ໃນນີ້ປີ້ງໄກ່ເປັນໂຕ ຂາຍໃນລາຄາ 45 ພັນກີບ, ປີ້ງຂາ ແລະ ໂອ້ງ ລາຄາ 15 ພັນກີບ, ປີ້ງເຄື່ອງໃນ 5 ພັນກີບ ສະເລ່ຍລາຍຮັບໄດ້ 624 ໂຕຕໍ່ມື້ ຄິດເປັນມູນຄ່າ 28 ລ້ານກວ່າກີບຕໍ່ມື້.


ສ່ວນທິດທາງຕໍ່ໜ້າສືບຕໍ່ປັວປຸງຜະລິດຕະພັນທີ່ມີຢູ່ແລ້ວໃຫ້ໄດ້ຄຸນນະພາບ ແລະມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດ, ພ້ອມທັງຊອກຫາ ແລະ ຂະຫຍາຍການຕະຫຼາດໃຫ້ກວ້າງຂວງຂຶ້ນກວ່າເກົ່າ ແລະສ້າງຜະລິດຕະພັນໃໝ່ທີ່ເປັນເອກະລັກ ເຮັດໃຫ້ສິນຄ້າມີຄວາມຫຼາກຫຼາຍ.

ໃນໂອກາດດຽວກັນນັ້ນທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງສາລະວັນກໍ່ໄດ້ມອບໃບຢັ້ງຢືນໜຶ່ງເມືອງໜຶ່ຜະລິດຕະພັນໃຫ້ກຸ່ມປີ້ງໄກ່ນາປົ່ງເປັນກຽດຮັບໂດຍທ່ານ ນາງ ແກ້ວອຸດອນ ວິພາກອນ ປະທານກຸ່ມປີ້ງໄກ່ນາປົ່ງ, ຈາກນັ້ນທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສະຫະກຳ ແລະການຄ້າແຂວງສາລະວັນ, ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ທ່ານ ແຫວນເພັດ ລັດດາວົງ ເລຂາພັກເມືອງ ເຈົ້າເມືອງຄົງເຊໂດນ ກໍ່ໄດ້ຮ່ວມກັນຕັດແຖບຜ້າ, ເປີດປ້າຍແລະ ລັ່ນຄອງ 9 ບາດຢ່າງເປັນທາງການ

ຂ່າວ-ພາບ: ສິດຕາ​ ເພັດວົງສາ