ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ຮັບເລືອກ ເປັນເລຂາຄະນະພັກກະຊວງ ຍທຂ

1011

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ V ຂຶ້ນ, ທີ່ສູນໄອຊີທີຊີ ໃນລະຫວ່າງວັນທີ 19-20 ພະຈິກ 2020 ໂດຍການເປັນປະທານ ຂອງສະຫາຍ ບຸນຈັນ ສິນທະວົງ ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍບັນດາຮອງເລຂາຄະນະພັກກະຊວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ. ພ້ອມດ້ວຍບັນດາສະມາຊິກພັກອ້ອມຂ້າງກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເພາະໄດ້ໄຂຂຶ້ນໃນປີມ້ວນທ້າຍການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ 8; ຊຶ່ງພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາ ຜົນການຈັດຕັ້ງປະຕິບັດ ໃນຂະແໜງການໂຍທາທິການ ແລະຂົນສົ່ງ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ກຳນົດ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ຍທຂ.

ພ້ອມທັງຄົ້ນຄວ້າຖອດຖອນບົດຮຽນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ກຳນົດທິດທາງແຜນການ ໃນໄລຍະ 5 ປີ 2021-2025 ຕໍ່ໜ້າ ເພື່ອສືບຕໍ່ປະຕິບັດວຽກງານ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສະຫະກຳ ແລະ ທັນສະໄໝ ເພື່ອໃຫ້ປະເທດເຮົາກ້າວຂຶ້ນສັງຄົມນິຍົມ ຕາມຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້.

ດ້ານສະຫາຍ ວຽງສະຫວັດ ສີພັນດອນ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວບາງຕອນວ່າ: ການຈັດຕັ້ງປະຕິບັດແຜນ 5 ປີ 2016-2020 ກະຊວງ ຍທຂ ໄດ້ກຳນົດ 5 ແຜນງານຈຸດສຸມ ທີ່ປະກອບ 44 ແຜນວຽກຈຸດສຸມຄື: ແຜນງານຈຸດສຸມ 1: ບູລະນະ ແລະ ສ້ອມແປງບັນດາໂຄງລ່າງພື້ນຖານທີ່ມີຢູ່ໃຫ້ສາມາດນຳໃຊ້ໄດ້ຢ່າງເປັນປົກກະຕິ ທີ່ປະກອບດ້ວຍ 3 ແຜນວຽກຈຸດສຸມ; ແຜນງານຈຸດສຸມ2: ກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ ເຊິ່ງປະກອບດ້ວຍ 20 ແຜນວຽກຈຸດສຸມ; ແຜນງານຈຸດສຸມ3: ພັດທະນາລະບົບການຂົນສົ່ງ ແລະ ການບໍລິການດ້ານການຄົມມະນາຄົມຂົນສົ່ງ ລວມມີ 5 ແຜນວຽກຈຸດສຸມ; ແຜນງານຈຸດສຸມ 4: ພັດທະນາການຄົ້ນຄວ້າທີ່ຕິດພັນກັບຂະແໜງການ ຍທຂ ລວມມີ 5 ແຜນວຽກຈຸດສຸມ; ແຜນງານຈຸດສຸມ 5: ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການ ຍທຂ ມີ 11 ແຜນວຽງຈຸດສຸມ.

ນອກນີ້ໃນກອງປະຊຸມຍັງໄດ້ມີການລາຍງານແຜນພັດທະນາ 5 ປີ 2016-2020 ຂອງກະຊວງ ຍທຂ; ຮັບຟັງການປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາ 5 ປີຂອງກະຊວງ, ການກວດກາເລີ່ມແຕ່ຫົວທີ, ການຕິດຕາມຊຸກຍູ້ການໄກ້ໄຂຜົນການກວດສອບ-ກວດກາ ແລະ ສ້າງຕິຕະກຳວຽກງານກວກາ;ການຄຸ້ມຄອງລາຄາຫົວໜ່ວຍ, ຄຸນນະພາບການກໍ່ສ້າງ ແລະ ການສ້ອມແປງຂົວທາງໃຫ້ມີຄຸນນະພາບສູງ; ຕົວແບບຫົວຄິດປະດິດສ້າງໃນການອອກແບບວົງຈອນການບິນຂຶ້ນລົງສະໜາມບິນ; ຕົວແບບດ້ານຄວາມສາມາດໃນການນຳໃຊ້ຫົວຄິດປະດິດສ້າງເຂົ້າໃນວຽກງາຂອງສະຖາບັນຄົ້ນຄວ້າ ຍທຂ ຈາກໜ່ວຍພັກຮາກຖານຂະແໜງກ່ຽວຂ້ອງ.

ພ້ອມນີ້ກອງປະຊຸມຍັງໄດ້ເອກະພາບປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຍທຂ ຊຸດໃໝ່ ເຊິ່ງລາຍຊື່ລະອຽດຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການແລະຂົນສົ່ງ ສະໄໝທີ V ມີດັ່ງນີ້: ສະຫາຍ ວຽງສະຫວັດ ສີພັນດອນ; ສະຫາຍ ລັນ ແສງອາພອນ; ສະຫາຍ ນາງ ວິໄລຄຳ ໂພສາລາດ; ສະຫາຍ ສັນຕິສຸກ ສິມມາລາວົງ; ສະຫາຍ ນາງ ພອນສະຫວັນ ແພງສີດາ; ສະຫາຍ ແສງດາລິດ ກັດຕິຍະສັກ; ສະຫາຍ ລິດຕາ ຂັດທິຍະ; ສະຫາຍ ວຽງນາມ ດວງພະຈັນ; ສະຫາຍ ວັນທອງ ບຸດຕະນະວົງ; ສະຫາຍ ໄຊສົງຄາມ ມະໂນທັມ; ສະຫາຍ ງາມປະສົງ ເມືອງມະນີ; ສະຫາຍ ບຸນຕາ ອ່ອນນາວົງ; ສະຫາຍ ສົມປອງ ສິດທິວົງ; ສະຫາຍ ວຽງໄຊ ສິງຄຳ; ສະຫາຍ ດາວຈິນດາ ສີຫາລາດ; ສະຫາຍ ສີລິພອນ ອິນທິລາດ; ສະຫາຍ ຄຳຫລ້າ ພົມມະວັນ; ສະຫາຍ ຈັນທະລາ ພິມມະຈັກ; ສະຫາຍ ບຸນມາ ຫຼວງບັນດິດ

ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ ດັ່ງນີ້: ເລືອກຕັ້ງຄະນະປະຈຳພັກ ປະກອບມີ 5 ສະຫາຍ ຄື: ສະຫາຍ ວຽງສະຫວັດ ສີພັນດອນ; ສະຫາຍ ລັນ ແສງອາພອນ; ສະຫາຍ ນາງ ວິໄລຄຳ ໂພສາລາດ; ສະຫາຍ ລິດຕາ ຂັດທິຍະ; ສະຫາຍ ໄຊສົງຄາມ ມະໂນທັມ

ເລືອກຕັ້ງເອົາເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ ຄື: ສະຫາຍ ວຽງສະຫວັດ ສີພັນດອນ ເປັນເລຂາ; ສະຫາຍ ລັນ ແສງອາພອນ ເປັນຮອງເລຂາ; ສະຫາຍ ໄຊສົງຄາມ ມະໂນທັມ ເປັນປະທານກວດກາພັກ; ສະຫາຍ ສີພັນດອນ ສີສຸພັນ ເປັນຮອງປະທານກວດກາພັກ; ສະຫາຍ ພອນພະນາ ພົມມະລາ ເປັນຮອງປະທານກວດກາພັກ; ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈຳນວນ 9 ສະຫາຍ.

ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຕໍ່ວຽກງານໂຍທາທິການ ແລະ ຂົນສົ່ງອີກດ້ວຍ.