ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ຮັບເລືອກເປັນເລຂາຄະນະພັກກະຊວງການເງິນ

310

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ III ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍແມ່ນສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ຮັບເລືອກເປັນເລຂາຄະນະພັກກະຊວງການເງິນ ຊຸດໃໝ່, ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງເລຂາຄະນະພັກ.

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ III ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 20 ພະຈິກ 2020 ຜ່ານມາ ທີ່ກະຊວງການເງິນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ.

ມີຜູ້ແທນສົມບູນເຂົ້າຮ່ວມ 191 ສະຫາຍ, ຍິງ 53 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກສົມບູນທັງໝົດ 644 ສະຫາຍ, ຍິງ 191 ສະຫາຍ ທົ່ວອົງຄະນະພັກກະຊວງການເງິນ. ມີບັນດາ ສະຫາຍຜູ້ແທນຕາງໜ້າໃຫ້ແກ່ຄະນະພັກກະຊວງ ຂະແໜງການ ຄະນະຈັດຕັ້ງສູນກາງພັກ ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ ແລະ ພະນັກ ງານອາວຸດໂສ ອະດີດການນໍາ ກະຊວງການເງິນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການເງິນໄລຍະ 5 ປີ (2021-2025), ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານກະຊວງ, ໄດ້ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີ ຜ່ານມາ. ພ້ອມນັ້ນ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງແຜນການ 5 ປີໃນຕໍ່ໜ້າ ນັບແຕ່ປີ 2021-2025.

ພ້ອມນີ້ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປ່ອນບັດເລືອກເອົາຄະນະບໍລິຫານງານພັກກະຊວງ ຊຸດໃໝ່ (ຊຸດທີ III) ໂດຍມີຜູ້ອອກຮັບສະໝັກເລືອກຕັ້ງຈໍານວນ 20 ສະຫາຍ, ຍິງ 3 ສະຫາຍ. ໃນນີ້, ເລືອກເອົາ 17 ສະຫາຍ, ຍິງ 3 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກໄດ້ ເປັນເອກະສັນ ເລືອກເອົາ ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະພັກກະຊວງການເງິນ; ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງເລຂາຄະນະພັກ; ສະຫາຍ ພູທະນູເພັດ ໄຊສົມບັດ ເປັນປະທານ ກວດກາພັກ, ສະຫາຍ ອຸບັນ ສຸພິດາແລະ ສະຫາຍ ວິລະໄພ ອຸບົນປະເສີດ ເປັນຮອງປະທານກວດກາພັກ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພັນຄໍາ ວິພາວັນ ເຊິ່ງສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະພັກ ຊຸດເກົ່າ ທີ່ໄດ້ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ-ລັດຖະກອນຂະແໜງການເງິນ ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດມາໄດ້ຜົນ ສໍາເລັດຫຼາຍດ້ານ.

ພິເສດ, ໄດ້ຊົມເຊີຍຜົນສໍາເລັດການເລືອກຕັ້ງເອົາຄະນະບໍລິຫານງານພັກ ຊຸດໃໝ່ ທີ່ມີໂຄງປະກອບສອດຄ່ອງ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກຕໍ່ດ້ານອ່ອນ, ຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ ສືບຕໍ່ນໍາໄປປັບປຸງແກ້ໄຂໃນຕໍ່ໜ້າໂດຍສະເພາະ ບັນຫາຄວາມຫຍຸ້ງຍາກທາງດ້ານການເງິນ, ງົບປະມານ ແລະ ໜີ້ສິນ