ບານເຕະລາວກໍາລັງພື້ນຄືນນັດ ຈໍາປາສັກ ຊະນະ ນະຄອນຫຼວງ ມີແຟນບານເກີນ 15.000 ຄົນແລ້ວ(ຄລິບ)

116

ການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ ລະຫວ່າງວັນທີ 6-21 ພະຈິກ 2020 ປະເພດທີມຊາຍ ເຊິ່ງນັບແຕ່ວັນທີ 6 – 19 ພະຈິີກ 2020 ຈົບຮອບ 4 ທີມສຸດທ້າຍ ປາກົດວ່າ: ນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດສະເລ່ຍ 16 ພັນກວ່າຄົນແລ້ວ.

ຕາມການລາຍງານຂອງ ຄະນະກໍາມະການ ປະຈໍາແຕ່ລະສະໜາມໃນການແຂ່ງຂັນບານເຕະຊາຍ ລາຍກາຍວ່າ: ການແຂ່ງຂັນນັດລະຫວ່າງ ແຂວງຈໍາປາສັກ ພິກເອົາຊະນະ ນະຄອນຫຼວງວຽງຈັນ 2-1 ມີແຟນບານເຂົ້າຊົມໃນສະໜາມເຖິງ 16.353 ຄົນ ໂດຍສະເພາະເບື້ອງຟາມໄຊຫຼັກ ແມ່ນເຕັມທັງໝົດ, ສ່ວນອີກດ້ານແມ່ນກະແຈກກະຈາຍກັນຢູ່ ດັ່ງຄລິບລຸູ່ມນີ້:

ຂະນະທີ່ ອັນດັບ 2 ເປັນນັດລະຫວ່າງ ຈໍາປາສັກ ຊະນະ ແຂວງຫົວພັນ 5-0 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ໃນວັນທີ 17 ພະຈິກ 2020 ເປັນນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດເຖິງ 8.118 ຄົນ.

ຂະນະທີ່ ອັນດັບ 3 ນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດເປັນນັດທີ່ ຫຼວງພະບາງ ເອົາຊະນະ ແຂວງຊຽງຂວາງ ທີ່ສະໜາມ ມະຫາວິທະຍາແຫ່ງຊາດ ໃນວັນທີ 17 ພະຈິກ 2020 ມີແຟນບານເຂົ້າຊົມໃນສະໜາມ 6.555 ຄົນ ຕາມການປະເມີນຂອງຄະນະກໍາມະການ.

ຕ້ອງລຸ້ນເບິ່ງວ່ານັດຊີງຊະນະເລີດ ລະຫວ່າງ ແຂວງຈໍາປາສັກ ພົບ ແຂວງຫຼວງພະບາງ ໃນວັນທີ 21 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຈະມີແຟນບານເຂົ້າຊົມໃນສະໜາມຫຼາຍກວ່ານີ້ ຫຼື ບໍ?
ຂ່າວ: ຄໍາສອນ; ຮູບ: ສອນໄຊ – ຄໍາສອນ