5 ປີ ກະຊວງ ຍທຂ ມີຜົນງານພົ້ນເດັ່ນຫຼາຍດ້ານ, ລະບົບພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງ ແລະ ຍົກລະດັບ

558

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 19 ພະຈິກ 2020 ທີ່ສູນໄອຊີທີ ໂດຍການເປັນປະທານຂອງ ສະຫາຍ ບຸນຈັນ ສິນທະວົງ ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ); ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.


ສະຫາຍ ບຸນຈັນ ສິນທະວົງ ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເພາະໄດ້ໄຂຂຶ້ນໃນປີມ້ວນທ້າຍການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ 8 ເຊິ່ງພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດ ໃນຂະແໜງການໂຍທາທິການ ແລະ ຂົນສົ່ງ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກຳນົດ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ຍທຂ, ພ້ອມທັງຄົ້ນຄວ້າຖອດຖອນບົດຮຽນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ກຳນົດທິດທາງແຜນການ ໃນໄລຍະ 5 ປີ 2021 – 2025 ຕໍ່ໜ້າ ເພື່ອສືບຕໍ່ປະຕິບັດວຽກງານຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອໃຫ້ປະເທດເຮົາກ້າວຂຶ້ນສັງຄົມນິຍົມ ຕາມຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້.


ໜ້າທີ່ສຳຄັນອີກອັນໜຶ່ງຂອງກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນຈະໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V ທີ່ສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວພະນັກງານການນຳຂອງກະຊວງ ຍທຂ ນັບມື້ໜຸ່ມແໜ້ນ, ເພື່ອສືບຕໍ່ຊີ້ນຳ – ນຳພາຂະແໜງການໂຍທາທິການ ແລະ ຂົນສົ່ງໃນຊຸມປີຕໍ່ໜ້າ.


ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະຫຼຸບຜົນງານ 5 ປີຜ່ານມາວ່າ: ມາຮອດປີ 2019 ນີ້ ທົ່ວປະເທດມີລະບົບຕານ່າງເສັ້ນທາງທັງໝົດ 58.254 ກິໂລແມັດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 1.992 ກິໂລແມັດ, ປັດຈຸບັນມີເສັ້ນທາງທຽວໄດ້ຕະຫຼອດປີ ໄປເຖິງທຸກເມືອງໃນທົ່ວປະເທດ, ມີເສັ້ນທາງປູຢາງໄປເຖິງທຸກເທສະບານແຂວງໃນທົ່ວປະເທດ ແລະ ມີ 138 ເມືອງທີ່ມີເສັ້ນທາງປູຢາງເຂົ້າເຖິງ ກວມເອົາ 93,2% ຈາກທັງໝົດ 148 ເມືອງໃນຂອບເຂດທົ່ວປະເທດ.


ມີພາກທຸລະກິດຕ່າງປະເທດໄດ້ເຂົ້າລົງທຶນກໍ່ສ້າງທາງດ່ວນ, ກໍ່ສ້າງ ແລະ ປັບປຸງສະໜາມບິນສາກົນ, ການພັດທະນາຕົວເມືອງທັນສະໄໝ, ການສ້າງລະບົບນໍ້າປະປາ, ໄດ້ພັດທະນາພື້ນຖານໂຄງລ່າງຕາມທິດເຊື່ອມຈອດກັບບັນດາແລວທາງເສດຖະກິດອະນຸພາກພື້ນ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການ ເປັນຕົ້ນແມ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ໂຄງການພັດທະນາທາງດ່ວນວຽງຈັນ – ວັງວຽງ, ໂຄງການພັດທະນາທ່າທຽບ 1,2,3 ຂອງທ່າເຮືອຫວຸ່ງອ່າງ ແລະ ອື່ນໆ.


ຄຽງຄູ່ກັບຜົນສຳເລັດ ພວກເຮົາຍັງປາສະຈາກບໍ່ໄດ້ບາງບັນຫາທີ່ຍັງຄົງຄ້າງ ຄື: ການເສີມຂະຫຍາຍທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດໃຫ້ເກີດປະໂຫຍດສູງສູດ ຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍ ໂດຍສະເພາະການເອົາໃຈໃສ່ກໍ່ສ້າງຍົກລະດັບໂຄງລ່າງເສດຖະກິດ ແລະ ສິ່ງອຳນວຍຄວາມສະດວກດ້ານການຂົນສົ່ງຍັງບໍ່ມີຈຸດສຸມເທົ່າທີ່ຄວນ.

ຂ່າວ + ຮູບ: ຄໍານ້ອຍ + ເອຢິບ