5 ປີຜ່ານມາ ການປະຕິຮູບຂະແໜງການເງິນ ໄດ້ຮັບຜົນສຳເລັດ ແລະ ມີຄວາມຄືບໜ້າ, ສາມາດຮັກສາໄດ້ສະຖຽນລະພາບດ້ານການເງິນ

235

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນຄັ້ງທີIII ຂຶ້ນຢ່າງເປັນທາງການໃນວັນທີ19 ພະຈິກ 2020   ທີ່ກະຊວງການເງິນ, ນະຄອນຫຼວງວຽງຈັນ ເພື່ອຕີລາຄາຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ ພ້ອມກຳນົດທິດທາງລວມ ແລະ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ແລະ ເລືອກຕັ້ງເອົາຄະນະພັກກະຊວງຊຸດໃໝ່ ເພື່ອຊີ້ນຳ-ນຳພາວຽກງານຂະແໜງການເງິນ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນ ທີ່ພັກ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້.

ກອງປະຊຸມພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ; ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ; ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ສະມາຊິກພັກອາວຸໂສ ບຳນານ ແລະ ບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.


ໃນໂອກາດດັ່ງກ່າວ ສະຫາຍ ສົມດີ ດວງດີ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນ ພະນັກງານ-ສະມາຊິກພັກ ທົ່ວຂະແໜງການເງິນ ພວມອອກແຮງ ແຂ່ງຂັນກັນສ້າງຂະບວນການຕ້ອນຮັບວັນສຳຄັນຂອງພັກ-ລັດ ແລະ ກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ່ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດ ຢ່າງຕັ້ງໜ້າ.

ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນ ຕະຫຼອດໄລຍະ 5 ປີ ຜ່ານມາ ໄດ້ດຳເນີນໃນສະພາບແວດລ້ອມດ້ານເສດຖະກິດ-ການເງິນຂອງພາກພື້ນ ແລະ ສາກົນຜັນແປຢ່າງສະຫຼັບສັບຊ້ອນ, ວ່ອງໄວ ຕ່າງຄາດຄະເນໄວ້ເບື້ອງຕົ້ນຫຼາຍ ເປັນຕົ້ນ ຂໍ້ຂັດແຍ່ງດ້ານການຄ້າ ແລະ ຄວາມບໍ່ສະຫງົບດ້ານການເມືອງ, ໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດຕ່າງໆ ເຊິ່ງມີຜົນກະທົບໂດຍກົງຕໍ່ພື້ນຖານເສດຖະກິດ-ການເງິນ.

ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ສິດຂອງກົມການເມືອງສູນກາງພັກ ແລະ ລັດຖະບານ, ດ້ວຍຄວາມສາມັກຄີພາຍໃນຂອງທົ່ວປວງຊົນ ສາມາດແກ້ໄຂໄດ້ຢ່າງທັນການ, ລວມທັງການຊ່ວຍເຫຼືອຂອງປະເທດເພື່ອນມິດ ໄດ້ສ້າງໂອກາດອັນໃໝ່ໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກ, ການປະຕິຮູບຂະແໜງການເງິນ ໄດ້ຮັບຜົນສຳເລັດ ແລະ ມີຄວາມຄືບໜ້າດີພໍສົມຄວນ, ສາມາດຮັກສາໄດ້ສະຖຽນລະພາບດ້ານການເງິນ, ປະຕິບັດແຜນງົບປະມານແຫ່ງລັດ ຕາມມະຕິຕົກລົງຂອງສະພາແຫ່ງຊາດ, ລາຍຮັບພາຍໃນໄດ້ເພີ່ມຂຶ້ນແຕ່ລະປີ, ລາຍຈ່າຍມີການຄຸ້ມຄອງຢ່າງຮັດກຸມ, ການຂາດດຸນງົບປະມານຫຼຸດລົງເທື່ອລະກ້າວ, ການຄຸ້ມຄອງໜີ້ສິນໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ອື່ນໆ

ວຽກງານການຈັດຕັ້ງປະຕິບັດງົບປະມານແຫ່ງລັດ: ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນແຕ່ລະປີ ເພື່ອຕອບສະໜອງໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ເຊິ່ງລາຍຮັບທັງໝົດ 5 ປີຜ່ານມາ ສາມາດປະຕິບັດໄດ້ 120.422 ຕື້ກີບ ເທົ່າກັບ 98,4% ຂອງແຜນການດັດແກ້, ທຽບໃສ່ 5 ປີ ຄັ້ງທີ VII ເພີ່ມຂຶ້ນ 20%. ພົ້ນເດັ່ນ ແມ່ນສາມາດປະຕິບັດລາຍຮັບໄດ້ເກີນແຜນ 2 ປີລຽນຕິດຄື: ໃນປີ 2018 ປະຕິບັດໄດ້ 101,26% ຂອງແຜນການປີ ແລະ ປີ 2019 ປະຕິບັດໄດ້ 100,46% ຂອງແຜນການປີທີ່ສະພາແຫ່ງຊາດຮັບຮອງ.