ສະຫາຍ ຄຳພັນ ສິດທິດຳພາ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ສະຫາຍ ບຸນສອນ ເພັດລາວັນ ແລະ ສະຫາຍ ທອງສະຫວັນ ວົງສຳພັນເປັນຮອງເລຂາ

360

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VI ໄດ້ອັດລົງດ້ວຍຜົນສໍາເລັດໃນໃນວັນທີ 19 ພະ ຈິກ 2020 ທີ່ສະໂມສອນໃຫຍ່ຂອງແຂວງ ພາຍຫລັງດໍາເນີນມາເປັນເວລາ 2 ວັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນສີ ໂພສີຄຳ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍສະມາຊິກພັກສົມ ບູນ 257 ສະຫາຍ, ຍິງ 35 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ19.728 ສະຫາຍພາຍໃນແຂວງ ແລະ ແຂກຮັບເຊີນເຂົ້າຮ່ວມ.


ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານພັກແຂວງ ສະໄໝທີ VI ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 40 ສະຫາຍ, ຍິງ 5 ສະຫາຍ, ເລືອກເອົາ 35 ສະຫາຍ, ຍິງ 5 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງສະໄໝທີ VI ໄດ້ເປັນເອກະພາບສູງ ເລືອກຕັ້ງເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ, ຍິງ 1 ສະຫາຍ. ໃນນີ້ເປັນເອກະສັນຕັ້ງເອົາ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ VI.ເລືອກຕັ້ງເອົາ ສະຫາຍ ບຸນສອນ ເພັດລາວັນ ແລະ ສະຫາຍ ທອງສອນ ວົງສໍາພັນ ເປັນຮອງເລຂາ ຄະນະບໍລິຫານງານພັກແຂວງ ສະໄໝທີ VI.

ເລືອກຕັ້ງເອົາ ສະຫາຍ ສົມດີ ແກ້ວດາລາວິນ ເປັນປະທານຄະນະກວດກາພັກແຂວງ ແລະ ເລືອກຕັ້ງເອົາສະຫາຍ ຄໍາປ່ຽນ ຈັນທະມຸງຄຸນ, ສະຫາຍ ກອງແພງ ແກ້ວພູທອງ ແລະ  ສະຫາຍ ເຄນ ເຮືອງຄໍາແສງ ເປັນຮອງປະທານຄະນະກວດກາພັກແຂວງ.

ແຫລ່ງທີ່ມາ:Lao National Radio