ນາຍົກ ເນັ້ນໃຫ້ຄະນະນຳແຂວງຄຳມ່ວນ ນຳໃຊ້ທ່າແຮງບົ່ມຊ້ອນຕົວຈິງ ຂອງແຂວງ-ຂອງປະເທດ ໃຫ້ເກີດປະໂຫຍດສູງສຸດ

105

ໃນລະຫວ່າງວັນທີ 18-19 ພະຈິກ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ຊີ້ນຳ ວຽກງານຢູ່ແຂວງຄຳມ່ວນ; ໂດຍມີທ່ານ ວັນໄຊ ພອງສະຫວັນ, ຮັກສາການເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະການນຳ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສບຳນານ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ ຢູ່ສະໂມສອນໃຫຍ່ ຫຼັກ 4 ຂອງແຂວງ.


ໃນໂອກາດນີ້ ທ່ານຮັກສາການເຈົ້າແຂວງຄຳມ່ວນ ໄດ້ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະ 11 ເດືອນຜ່ານມາ ແລະ ຄວາມພ້ອມໃນການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຄັ້ງທີ X ໂດຍຫຍໍ້ ໃຫ້ຄະນະຂອງທ່ານນາຍົກລັດຖະມົນຕີຊາບວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 4,45% (ແຜນການ 6,76%), ລວມຍອດຜະລິດຕະພັນບັນລຸ 8.476 ຕື້ກີບ (ແຜນການ 9 ພັນກວ່າຕື້ກີບ), ສະເລ່ຍລາຍຮັບຕໍ່ຫົວຄົນ 2.199 ໂດລາສະຫະລັດ, ຊຶ່ງສາຍເຫດບໍ່ສາມາດປະຕິບັດໄດ້ຕາມຄາດໝາຍ ແມ່ນຍ້ອນພົບກັບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນ ການລະບາດຂອງພະຍາດ, ການປະສົບບັນຫາກັບໄພທຳມະຊາດ ແລະ ອື່ນໆ.

ໃນໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງຂອງແຂວງ, ທ່ານໄດ້ຍົກໃຫ້ເຫັນທ່າແຮງດ້ານຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຄຳມ່ວນ ກໍ່ຄື ສປປ ລາວ, ລວມທັງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ແລະ ອະນາຄົດ.

ອັນສຳຄັນ ທ່ານນາຍົກລັດຖະມົນຕີ ໄດ້ສະເໜີແລກປ່ຽນຄຳຄິດເຫັນ ແລະ ຊີ້ນຳ ໃຫ້ເອົາໃຈໃສ່ບາງບັນຫາຕື່ມເປັນຕົ້ນ: ກວດກາຄືນຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີຕໍ່ໜ້າ ແມ່ນໃຫ້ກົມກຽວໄປລວງດຽວກັນ, ໄປຕາມທິດທີ່ກຳນົດໄວ້, ສອດຄ່ອງກັບທ່າແຮງບົ່ມຊ້ອນຕົວຈິງຂອງແຂວງ ແລະ ມີຄວາມສາມາດ ໃນການຈັດຕັ້ງປະຕິບັດ, ພ້ອມກັນນັ້ນກໍ່ໃຫ້ກຳນົດໂຄງການຕ່າງໆ ໂດຍມີການຈັດລຽງບູລິມະສິດຄັກແນ່, ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງແລ້ວ ແມ່ນໃຫ້ມີການແບ່ງໜ້າທີ່ ແລະ ຄວາມຮັບຜິດຊອບກັນຢ່າງລະອຽດຈະແຈ້ງ ໂດຍມີລະບອບແບບແຜນໃນການຕິດຕາມ, ຊຸກຍູ້ ແລະ ກວດກາ ຄວາມຮັບຜິດ-ຮັບຊອບ ເປັນແຕ່ລະໄລຍະ.

ພ້ອມກັນຄົ້ນຄວ້າ, ຕີລາຄາຄືນ ແລະ ຊອກໃຫ້ເຫັນບັນດາສາຍເຫດ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ເພື່ອນຳໄປປັບປຸງແກ້ໄຂໃຫ້ຖືກຈຸດ ໄປຄຽງຄູ່ກັບ ການເສີມຂະຫຍາຍຜົນສຳເລັດ ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ, ການນຳພາ-ຊີ້ນຳວຽກງານ ຂອງຄະນະພັກໃຫ້ເລັ່ງໃສ່ຄຸນນະພາບ, ທັນສະໄໝ, ໂປ່ງໃສ, ຮັດກຸມ, ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມກັນນັ້ນ ຄະນະພັກ-ຄະນະນຳ ຕ້ອງເປັນແບບຢ່າງທີ່ດີ ຕໍ່ສະມາຊິກພັກ-ພະນັກງານ, ຊຶ່ງສະມາຊິກພັກ-ພະນັກງານ ກໍ່ຕ້ອງເປັນແບບຢ່າງທີ່ດີ ໃຫ້ແກ່ສັງຄົມ ແລະ ປະຊາຊົນ ເຮັດໃຫ້ເຂົາເຈົ້າ ມີຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖື.

ນຳໃຊ້ທ່າແຮງບົ່ມຊ້ອນຕົວຈິງ ຂອງແຂວງ-ຂອງປະເທດ ໃນປະຈຸບັນ ແລະ ສະເພາະໜ້າ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະການເປັນຈຸດໃຈກາງ-ທາງຜ່ານການເຊື່ອມຈອດ ແຕ່ເໜືອຫາໃຕ້ ແລະ ການເຊື່ອມໂຍງຕາເວັນອອກ-ຕາເວັນຕົກ ກໍ່ຄືບັນປະເທດໃກ້ຄຽງ ສຳລັບການພັດທະນາວຽກງານການຄ້າ, ການລົງທຶນ, ການບໍລິການ, ການທ່ອງທ່ຽວ ແລະ ການຜະລິດອຸດສາຫະກຳປຸງແຕ່ງ ຕິດພັນກັບການຜະລິດກະສິກຳສະອາດ ເພື່ອນຳພາແຂວງ ຮັ່ງມີເຂັ້ມແຂງ, ປະຊາຊົນບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ, ເອົາໃຈໃສ່ປົກປັກຮັກສາປ່າໄມ້, ສິ່ງແວດລ້ອມ, ແຫຼ່ງນໍ້າ, ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງ; ສືບຕໍ່ພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ ເພື່ອຮັບປະກັນສາມາດຮອງຮັບວຽກງານດັ່ງກ່າວໃນຕໍ່ໜ້າ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັັນດາເຜົ່າ ໃຫ້ດີ ແລະ ເປັນປົກກະຕິ ເພື່ອໃຫ້ເຂົາເຈົ້າ ເຂົ້າໃຈຢ່າງຖືກຕ້ອງ ແລະ ເຂົ້າຮ່ວມຂະບວນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ກໍ່ຄືການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ພົ້ນເດັ່ນໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ການໂຄສະນາຊວນເຊື່ອ ແລະ ໃສ່ຮ້າຍປ້າຍສີ ຂອງກຸ່ມຄົນທີ່ບໍ່ຫວັງດີ; ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໃຫ້ການສະໜັບສະໜູນ, ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າຢ່າງບໍ່ຢຸດຢັ້ງ.


ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ແຂວງຄຳມ່ວນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຂອງແຂວງຈຳນວນໜຶ່ງ, ພ້ອມທັງຢ້ຽມຢາມແຫຼ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ໄປກວດກາເບິ່ງພື້ນທີ່ຕົວຈິງ ຄອງຊົນລະປະທານ ທີ່ປະຕູຮັບນໍ້າປ່ອງ 3 ແລະ ປ່ອງ 1 ທີ່ຮັບນ້ຳຈາກຄອງລະບາຍນ້ຳ ຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 2 ທີ່ ເມືອງຍົມມະລາດຕື່ມອີກ.