ຫຼວງພະບາງ ມາແຮງຊະນະ ສະຫວັນນະເຂດ 3-0ເຂົ້າຮອບຊີງເປັນທີມທໍາອິດ

122

ທີມບານເຕະຊາຍ ແຂວງຫຼວງພະບາງ ສ້າງຜົນງານໂດດເດັ່ນເກີນຄວາມຄາດໝາຍເມື່ອສາມາດເອົາຊະນະ ສະຫວັນນະເຂດ ໄປຂາດລອຍ 3-0 ໃນການແຂ່ງຂັນບານເຕະທົ່ວປະເທດ ຮອບ 4 ທີມສຸດທ້າຍ ປະຈໍາວັນທີ 19 ພະຈິກ 2020 ຜ່ານເຂົ້າຮອບຊີງເປັນທີມທໍາອິດ.

ນັດດັ່ງກ່າວ ຫຼວງພະບາງ ໄດ້ປະຕູຂຶ້ນນໍາກ່ອນ 2-0 ໃນເຄິ່ງເວລາທໍາອິດຈາກການດຍິງຂອງ ແກ້ວສະຫວາດ ນາທີໆ 19 ແລະ ຈໍາ ນາທີໆ 34 ກ່ອນທີ່ເຄິ່ງເວລາທີ 2 ສິນນະກອນ ຈະມາຍິງປະຕູປິດທ້າຍນາທີໆ 63 ເອົາຊະນະ ຫວັນນະເຂດ ໄປຂາດລອຍ 3-0.

ຈາກຜົນດັ່ງກ່າວ ເຮັດໃຫ້ ແຂວງຫຼວງພະບາງ ຜ່ານເຂົ້າຮອບຊີງໄປລໍຖ້າພົບ ທີມຊະນະລະຫວ່າງ ນະຄອນຫຼວງ ຫຼື ຈໍາປາສັກ ທີ່ຈະລົງແຂ່ງຂັນໃນມື້ນີ້ 19 ພະຈິກ 2020 ເວລາ 18:00 ໂມງ.