ອັດຕະປື ປະກາດຮັບຮອງເອົາຄະນະບໍລິຫານງານພັກແຂວງສະໄໝທີ 11 ພ້ອມມອບ-ຮັບໜ້າທີ່ບາງພະແນກການ

0
311

ແຂວງອັດຕະປື ໄດ້ຈັດພິທີປະກາດຮັບຮອງເອົາຄະນະບໍລິຫານພັກແຂວງສະໄໝທີ 11 ແລະມອບຮັບໜ້າທີ່ລະຫວ່າງຫົວໜ້າຄະນະຈັດຕັ້ງແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຫ້ອງວ່າການປົກຄອງແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ເມື່ອວັນທີ 18 ພະຈິກ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ .ໂດຍການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື.

ໃນພິທີສະຫາຍ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ 11 ເຊິ່ງມີຈໍານວນ 33 ສະຫາຍ,ຍິງ 5 ສະຫາຍ ແລະຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງເຈົ້າແຂວງອັດຕະປື,ເຊິ່ງໄດ້ຕົກລົງແຕ່ງຕັ້ງສະຫາຍ ເລັດ ໄຊຍະພອນ ເປັນເຈົ້າແຂວງອັດຕະປື.

ໃນພິທີຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ,ເຊິ່ງໄດ້ຕົກລົງຍົກຍ້າຍສະຫາຍນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ຫົວຫນ້າຄະນະຈັດຕັ້ງແຂວງ ຜູ້ເກົ່າ ໄປປະຈຳການຢູ່ຫ້ອງວ່າການປົກຄອງແຂວງ ແລະ ຕົກລົງແຕ່ງຕັ້ງສະຫາຍ ຄຳບຸນ ດວງພະບາງ ຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ໄປເປັນຫົວຫນ້າຄະນະຈັດຕັ້ງແຂວງຜູ້ໃໝ່.
ແຕ່ງຕັ້ງສະຫາຍນາງ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຜູ້ເກົ່າ ໄປເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ໃໝ່.

ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ,ເຊິ່ງໄດ້ຕົກລົງຍົກຍ້າຍສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈໍາພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ຜູ້ເກົ່າ ໄປປະຈຳການຢູ່ຫ້ອງວ່າການປົກຄອງແຂວງ ຊ່ວຍວຽກທ່ານເຈົ້າແຂວງ ແລະ ຕົກລົງແຕ່ງຕັ້ງສະຫາຍ ສຸລິຈັນ ພອນແກ້ວ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຜູ້ເກົ່າ ໄປເປັນຫົວໜ້າຫ້ອງວ່າການປົກຄອງ ແຂວງອັດຕະປື ຜູ້ໃໝ່ .

ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບ ໜ້າທີ່ກັນ ຢ່າງເປັນທາງການໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ,ພ້ອມທັງໄດ້ຮັບຟັງການໂອລົມຂອງສະຫາຍ ເລຂາພັກແຂວງ ເຈົ້າແຂວງອັດຕະປື

LEAVE A REPLY

Please enter your comment!
Please enter your name here