ບາດກ້າວໃໝ່! 3 ພາກສ່ວນ ຈັບມືຮ່ວມກັນພັດທະນາ ແລະ ຍົກລະດັບສິນຄ້າລາວ ເຂົ້າວາງຂາຍໃນມິນິບິກຊີ ແລະ ຂະຫຍາຍສູ່ຕະຫຼາດສາກົນ

119

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ມິນິບິກຊີ ໄດ້ລົງນາມຮ່ວມມືຍົກລະດັບການຜະລິດສິນຄ້າລາວ ເພື່ອເຂົ້າວາງຈໍາໜ່າຍໃນ ຮ້ານມິນິບິກຊີ ແລະ ຂະຫຍາຍຕະຫຼາດສູ່ສາກົນຜ່ານເຄືອຂາຍຂົນສົ່ງ ມິນິບິກຊີ ສາກົນ.
ພິທີເຊັນສັນຍາມີຂຶ້ນໃນວັນທີ 18 ພະຈິກ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມມີທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີ, ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດ ມິນິບິກຊີ ພ້ອມພາກທຸລະກິດເຂົ້າຮ່ວມ.


ທ່ານ ນາງເຂັມມະນີ ພົນເສນາ ກ່າວວ່າ: ການຮ່ວມມືຄັ້ງນີ້ເປັນຂີດໝາຍສໍາຄັນໃນການຍົກລະດັບຜູ້ປະກອບການໃນການຜະລິດສິນຄ້າໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດ ໂດຍສະເພາະສິນຄ້າໂອດ໊ອບຂອງລາວທີ່ມີຫຼາຍກວ່າ 600 ລາຍການເຫັນວ່າເປັນທ່າແຮງ ແລະ ກາລະໂອກາດໃນການພັດທະນາ, ຂໍຮຽກຮ້ອງ 3 ຂະແໜງການທີ່ເຊັນສັນຍາກັນໃນຄັ້ງນີ້ ຮ່ວມມືກັນປັບປຸງສິນຄ້າ, ການຜະລິດ, ລາຄາ, ການຫຸ້ມຫໍ່ ເພື່ອໃຫ້ສາມາດເຂົ້າຂາຍໃນມິນິບີກຊີ ໂດຍໃຫ້ມີແຜນງານລະອຽດ ແລະ ລົງເລິກຕາມແຕ່ລະຜະລິດຕະພັນ ເພື່ອໃຫ້ໂຄງການດັ່ງກ່າວມີຜົນປະໂຫຍດສູງສຸດ.


ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການເຊັນສັນຍາຄັ້ງນີ້ ມີຄວາມສໍາຄັນຫລາຍ ທີ່ຈະຊ່ວຍຜູ້ປະກອບການຜະລິດສິນຄ້າຂອງລາວ ໄດ້ເຂົ້າເຖິງຕະຫລາດພາຍໃນ ແລະ ຕ່າງປະເທດ ເຊິ່ງ ພວກເຮົາ ໄດ້ມີການປະສານງານກັບບັນດາກົມອ້ອມຂ້າງໃນກະຊວງ ເພື່ອຊຸກຍູ້ໃຫ້ເກີດໂຄງການນີ້ ເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ຜູ້ປະກອບການຂອງລາວ ໂດຍສະເພາະແມ່ນ ຮູບແບບການອອກແບບສິນຄ້າ, ການຫຸ້ມຫໍ່ ການຜະລິດທີ່ມີຄວາມສະຖຽນ ແລະ ມີຄຸນນະພາບ ສາມາດຕອບສະຫນອງຄວາມ ຕ້ອງການຂອງຕະຫລາດ.


ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີກ່າວວ່າ: ປັດຈຸບັນ ພວກເຮົາໄດ້ສໍາເລັດ ການເຈລະຈາ ຮ່ວມກັບ ບໍລິສັດ ມິນິບີກຊີ ເບື້ອງຕົ້ນ ໃນການນໍາເອົາຜະລິດຕະພັນ ທີ່ມີທ່າແຮງ ມີຄວາມສາມາດໃນການຜະລິດ ແລະຄຸນນະພາບ ເຂົ້າໄປຈໍາຫນ່າຍໃນ ມິນິບີກຊີ ເຊິ່ງມີ 6 ຫົວຫນ່ວຍ, 4ປະເພດ , 40 ຜະລິດຕະພັນທີ່ຈະໄດ້ວາງຈໍາຫນ່າຍໃນຮ້ານຄ້າທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບ.


ທ່ານກ່າວວ່າ: ເຖິງວ່າສິນຄ້າລາວຈະມີຫລາຍຢ່າງທີ່ມີຄຸນນະພາບດີ ແຕ່ພວກເຮົາ ເຫັນວ່າສິນຄ້າລາວ ສ່ວນຫລາຍແມ່ນຍັງມີຂໍ້ຈໍາກັດ ດ້ານການອອກແບບ, ການຫຸ້ມຫໍ່ ການຈັດວາງທີ່ດີ ເຮັດໃຫ້ບໍ່ເປັນເປົ້າຫມາຍຂອງກຸ່ມຜູ້ຈັດຊື້. ສາເຫດເກີດຈາກຫລາຍປັດໃຈເຊັ່ນ ຄວາມຄິດການອອກແບບ ຫລື ການເຂົ້າເຖິງຕົວຢ່າງສິນຄ້າ ຍັງຈໍາກັດ ຄ່າວັດສະດຸຫຸ້ມຫໍ່ລາຄາສູງ ບໍ່ສາມາດຜະລິດພາຍໃນໄດ້ ແລະ ອື່ນໆ.


ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດມິນິບິກຊີ ກ່າວວ່າ: ປັດຈຸບັນ ມິນິບີກຊີ ມີສາຂາບໍລິການໃນປະເທດລາວແລ້ວ 51ສາຂາ ເຊິ່ງມີອັດຕາຈ້າງງານ 500 ກວ່າຄົນ ແຜນປີ 2021 ຈະຂະຫຍາຍສາຂາໃຫ້ໄດ້ 21ສາຂາ ແລະ ແຜນ 5 ປີ ຈະຂະຫຍາຍສາຂາ ໃຫ້ໄດ້ 50 ສາຂາ ພ້ອມດຽວກັນ ກໍມີຄວາມພ້ອມສູງໃນການນໍາເອົາສິນຄ້າລາວ ທີ່ຜ່ານຂະບວນການຜະລິດທີ່ດີ ມີສະຖຽນນະພາບ ໂດຍສະເພາະເງື່ອນໄຂທີ່ຫົວຫນ້າກົມສົ່ງເສີມການຄ້າໄດ້ລະບຸກ່ອນຫນ້ານີ້ໂດຍສາມາດນໍາເຂົ້າວາງຂາຍພາຍໃນຮ້ານ ລວມທັງ ໃຫ້ພວກເຮົາ ສາມາດຊ່ວຍຍົກລະດັບການຜະລິດ ຂະຫຍາຍຕະຫລາດອອກໄປຕ່າງປະເທດ ໂດຍຜ່ານເຄືອຂ່າຍ ມິນິບິກຊີ ສາກົນ