ໝູ່ ແລະ ເພື່ອນຮ່ວມງານແບບໃດທີ່ຄວນຄົບຫາ

374

ຊີວິດການເຮັດວຽກນອກຈາກຈະເມື່ອຍກັບວຽກທີ່ຮັບຜິດຊອບ, ເມື່ອຍກັບບັນຫາທີ່ໄດ້ນຳແກ້ແຕ່ລະມື້, ເມື່ອຍກັບການຮັບມືກັບຄົນນອກອົງກອນທີ່ເຮົາພົວພັນ ແລະ ປະສານວຽກນຳແລ້ວ ຍັງມີຫຼາຍໆຄັ້ງເຮົາຍັງມາເມື່ອຍກັບໝູ່ ຫຼື ເພື່ອນຮ່ວມງານໃນອົງກອນນຳອີກ. ດັ່ງນັ້ນ, ມື້ນີ້ຜູ້ຂຽນຈະຂໍແລກປ່ຽນບາງປະສົບການໃນການເຮັດວຽກກັບໝູ່ ແລະ ເພື່ອນຮ່ວມງານຫຼາຍຄົນ ວ່າເຮົາຈະເລືອກຄົບໝູ່ແບບໃດ ແລະ ຄົບກັບເພື່ອນຮ່ວມງານແບບໃດ ຈຶ່ງຊ່ວຍໃຫ້ເຮົາເຮັດວຽກໄດ້ຢ່າງມີຄວາມສຸກ.

  1. ໝູ່: ການທີ່ເຮົາຈະຄົບໃຜຄົນໜຶ່ງມາເປັນໝູ່ສະໜິດ ບໍ່ວ່າຈະຢູ່ຫ້ອງການດຽວກັນ ຫຼື ນອກຫ້ອງການ ເຮົາຄວນສຶກສາເບິ່ງນິດໄສໃຈຄໍເຂົາກ່ອນວ່າເປັນຄົນແບບໃດ?, ເປັນຄົນກົງໄປກົງມາບໍ່, ເຂົາເປັນຄົນຈິງໃຈກັບຄົນອື່ນໜ້ອຍຫຼາຍປານໃດ? ເຂົາມັກຊ່ວຍເຫຼືອຄົນອື່ນບໍ່ ຫຼື ຫວັງແຕ່ໃຫ້ຄົນອື່ນຊ່ວຍເຫຼືອເຂົາຝ່າຍດຽວ, ສາມາດປຶກສາເລື່ອງໃດໄດ້ແດ່ ແນ່ນອນການຄົບໃຜຄົນໜຶ່ງມາເປັນໝູ່ ນອກຈາກຈະໄປຫຼິ້ນນຳກັນກໍຄວນປຶກສາບັນຫາຕ່າງໆກັນໄດ້ ທັງເລື່ອງໃນຫ້ອງການ ແລະ ເລື່ອງສ່ວນຕົວ. ແຕ່ຫາກເຮົາບໍ່ສຶກສານິດໄສໃຈຄໍເຂົາດີ ໄປເວົ້າເລື່ອງວຽກ ຫຼື ເລື່ອງສ່ວນຕົວໃຫ້ເຂົາຟັງເຂົາກໍອາດຈະເອົາໄປລາຍງານຄົນອື່ນ ຫຼື ເອົາເລື່ອງເຮົາໄປປະຈານໃຫ້ຄົນອື່ນຮູ້, ໝູ່ທີ່ຄອຍຢຽບຢໍ່າເອົາດີເຂົ້າຕົວເອົາຄວາມຊົ່ວໃສ່ຄົນອື່ນແບບນີ້ກໍບໍ່ໜ້າຄົບ. ຄຳວ່າໝູ່ ຢ່າງໜ້ອຍກໍຄວນຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ຍາມລຳບາກ, ຍາມເຮົາເຮັດຜິດກໍຄອຍຫ້າມຄອຍເຕືອນນີ້ຈຶ່ງເອີ້ນວ່າໝູ່ທີ່ໜ້າຄົບຫາ.

  2. ເພື່ອນຮ່ວມງານ: ໃນຫ້ອງການໜຶ່ງເຮົາຈະມີເພື່ອນຮ່ວມວຽກຫຼາຍປະເພດ, ຫຼາຍແບບ ແຕ່ເຮົາຈະເລືອກສະໜິດກັບໃຜນັ້ນໃຫ້ເລືອກເບິ່ງວ່າເພື່ອນຮ່ວມງານສາມາດຊ່ວຍວຽກເຮົາໄດ້ບໍ່ເວລາສຸກເສີນ, ເມື່ອພົບບັນຫາເພື່ອນຮ່ວມງານທີ່ດີເຂົາຈະຄອຍແນະນຳຕັກເຕືອນ ແລະ ຊ່ວຍແກ້ໄຂບັນຫາໃຫ້, ຄອຍໃຫ້ກຳລັງໃຈ, ພາເຮັດວຽກແບບໃຫ້ມີຄວາມສຸກເພື່ອນຮ່ວມງານແບບນີ້ຈຶ່ງໜ້າຄົບ; ສ່ວນເພື່ອນຮ່ວມງານທີ່ຄອຍເບິ່ງ ຄວາມລົ້ມແຫຼວຂອງເຮົາ ຫຼື ຂອງຄົນອື່ນ, ເພື່ອນຮ່ວມງານທີ່ມັກຈົ່ມຂວັນນິນທາຜູ້ອື່ນ ທັງທີ່ຕົນເອງເຮັດວຽກໄດ້ພໍແລ້ວຕີນແລ້ວມືໄປວັນໆ ເຜີໆວຽກທີ່ຕົນເອງຮັບມອບໝາຍຍັງເຮັດບໍ່ໄດ້ ແຕ່ຍັງມີເວລາມາເວົ້າໃນຄົນອື່ນ ຫຼື ເພື່ອນຮ່ວມງານທີ່ຕໍ່ໜ້າເວົ້າຢ່າງໜຶ່ງລັບຫຼັງເວົ້າຢ່າງໜຶ່ງ, ເວລາເຫັນເຮົາເຮັດຫຍັງຜິດ ແລະ ເປັນສິ່ງທີ່ໜ້າອັບອາຍເຂົາກໍຈະປ່ອຍໃຫ້ເຮົາເຮັດ ໂດຍທີ່ບໍ່ມີການຕັກເຕືອນ, ຂໍ ຄວາມຊ່ວຍເຫຼືອຫຍັງກໍບໍ່ໄດ້ອ້າງເຫດອ້າງຜົນ ຫຼື ມີແຕ່ຊວນໄປທ່ຽວມ່ວນຢ່າງດຽວ ເພື່ອນຮ່ວມງານແບບນີ້ຄວນເຮັດວຽກນຳເທົ່ານັ້ນ ບໍ່ຄວນໄປພົວພັນແບບສະໜິດຫຼາຍຈຶ່ງຈະດີຕໍ່ຕົວທ່ານ.

ດັ່ງນັ້ນ, ເຮົາຈົ່ງເລືອກເອງວ່າຈະມີໝູ່ ແລະ ເພື່ອນຮ່ວມງານແບບໃດ ທີ່ຈະຊ່ວຍເຮັດໃຫ້ເຮົາປະສົບຄວາມສຳເລັດໃນໜ້າວຽກ ຫຼື ໜ້າທີ່ການງານ ຫຼື ຈະເລືອກຄົບຄ້າສະມາຄົມກັບເພື່ອນຮ່ວມງານທີ່ຄອຍແທງຂ້າງຫຼັງ ແລະ ລໍຖ້າເບິ່ງເຮົາລົ້ມແລ້ວຄອຍຊໍ້າຕື່ມ ນັ້ນແມ່ນຂຶ້ນກັບການອ່ານຄົນຂອງເຮົາ ແລະ ໃຫ້ເບິ່ງແລ້ວຄິດໄປຂ້າງໜ້າວ່າຄົບກຸ່ມຄົນນີ້ແລ້ວຊີວິດດີຂຶ້ນ ຫຼື ພາໃຫ້ມີຄົນຊັງ ແລະ ຊີວິດຕົກຕໍ່າກໍລ້ວນແລ້ວແຕ່ຂຶ້ນກັບຕົວເຮົາເອງ.