ສັງວອນ ຂຶ້ນນໍາດາວຍິງສູງສຸດຮ່ວມກັບອີກ 2 ນັກເຕະ ພ້ອມໂອກາດດີກວ່າມື້ນີ້ພົບ ນະຄອນຫຼວງ

210

ສັງວອນ ພົມມະເສນ ກອງໜ້າຕົວເປົ້າຂອງທີມແຂວງຈໍາປາສັກ ຂຶ້ນນໍາດາວຍິງສູງສຸດໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຫຼັງຈາກທີ່ຈົບຮອບ 8 ທີມສຸດທ້າຍ ໂດຍຍິງໄປແລ້ວ 5 ປະຕູເທົ່າກັບ ສີນວນ ຊາມຸຕີ ກອງໜ້າຂອງແຂວງຊຽງຂວາງ ແລະ ກີຕ້າ ສີສະຫວາດ ກອງໜ້າຂອງແຂວງຜົ້ງສາລີ ທີ່ຕົກຮອບໄປແລ້ວ ເຮັດໃຫ້ ສັງວອນ ມີລຸ້ນຕໍ່ເພາະຍັງລຸ້ນຍິງປະຕູໃນຮອບ 4 ທີມ.

ສ່ວນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດຮອງລົງມາມີເຖິງ 3 ຄົນປະກອບມີ ອາຄົມ ທໍລະນິນ ກອງໜ້າຂອງ ນະຄອນວຽງຈັນ, ເອກກະໄມ ລາດຊະຈັກ ນັກເຕະຂອງແຂວງສະຫວັນນະເຂດ ແລະ ທອງສະໄໝ ປິ່ນນະລອນ ນັກເຕະຂອງ ແຂວງຈຳປາສັກ ຍິງໄດ້ 4 ປະຕູເທົ່າກັນ ເຊິ່ງຍັງມີລຸ້ນຍິງປະຕູເພີ່ມໃນຮອບ 4 ທີມສຸດທ້າຍ.

ສໍາລັບ ຮອບ 4 ທີມສຸດທ້າຍແມ່ນແຂ່ງຂັນໃນວັນທີ 19 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສັງວອນ ມີໂອກາດລຸ້ນປະຕູນັດພາ ຈໍາປາສັກ ພົບ ນະຄອນຫຼວງ ດັ່ງຮູບລຸ່ມນີ້: