ນາຍົກ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງບໍລິຄຳໄຊ ໂດຍເນັ້ນໃຫ້ການນຳແຂວງເອົາໃຈໃສ່ສົ່ງເສີມການລົງທຶນ ເຂົ້າໃນການຜະລິດເປັນສິນຄ້າ

133

ໃນຕອນເຊົ້າ ວັນທີ 18 ພະຈິກ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ໂອ້ລົມ ແລະ ຊີ້ນຳວຽກງານ ແຂວງບໍລິຄຳໄຊ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍ ການນຳຫຼັກແຫຼ່ງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ ຢູ່ສະໂມສອນໃຫຍ່ ຂອງແຂວງ.


ໃນໂອກາດນີ້, ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ ໂດຍຫຍໍ້ ໃຫ້ຄະນະຂອງທ່ານ ນາຍົກລັດຖະມົນຕີ ຊາບວ່າ:ຄາດຄະເນ ປີ 2020 ເສດຖະກິດຂອງແຂວງ ຈະຂະຫຍາຍຕົວໃນລະດັບ 2,73% (ມູນຄ່າ 5.878 ຕື້ກີບ), ລາຍຮັບສະເລ່ຍໃສ່ຫົວຄົນ 2.136 ໂດລາສະຫະລັດ; ການເກັບລາຍຮັບເຂົ້າງົບປະມານ ພູດຂອງສູນກາງ ປະຕິບັດໄດ້ 67,12% ຂອງແຜນປີ (ແຜນດັດແກ້), ພູດຂອງແຂວງ ປະຕິບັດໄດ້ 65,61% ຂອງແຜນປີ (ແຜນດັດແກ້).

ໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງ ບໍລິຄຳໄຊ-ບຶງການ ປັດຈຸບັນ ຢູ່ໃນຂັ້ນຕອນກະກຽມເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງ, ຊຶ່ງຄາດວ່າ ຈະໃຊ້ເວລາໃນການກໍ່ສ້າງ 36 ເດືອນ (ທັນວາ 2020 ຫາ ທັນວາ 2023).

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ທາງແຂວງ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ, ລວມທັງ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ເຊື່ອໝັ້ນວ່າ ຄະນະພັກຊຸດໃໝ່ ຈະນຳພາ ພັດທະນາແຂວງບໍລິຄຳໄຊ ແລະ ແກ້ໄຂສິ່ງທີ່ບໍ່ທັນສຳເລັດໃນ 5 ປີ ຜ່ານມາ.

ພ້ອມກັນນີ້, ທ່ານໄດ້ຊີ້ນຳ ໃຫ້ເອົາໃຈໃສ່ບາງບັນຫາຕື່ມ ເປັນຕົ້ນ ສຶກສາຄືນ ຄວາມສາມາດບົ່ມຊ້ອນຂອງແຂວງ ໃນແຕ່ລະດ້ານ (ເປັນຈຸດໃຈກາງຂອງການເຊື່ອມຈອດແຕ່ເໜືອຮອດໃຕ້ ແລະ ເຊື່ອມໂຍງກັບບັນດາປະເທດໃກ້ຄຽງ, ການຄ້າ, ການລົງທຶນ, ການທ່ອງທ່ຽວ …) ເພື່ອວາງແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ກຳນົດໂຄງການບູລິມະສິດ ໃນປະຈຸບັນ ກໍ່ຄືສະເພາະໜ້າ ແລະ ຍາວນານ; ສົ່ງເສີມການລົງທຶນ ເຂົ້າໃນການຜະລິດເປັນສິນຄ້າ ໂດຍສະເພາະ ກະສິກຳສະອາດ, ປອດສານພິດ ເພື່ອຮັບໃຊ້ພາຍໃນ ແລະ ເປັນສິນຄ້າເພື່ອສົ່ງອອກ ແລະ ຂະແໜງອື່ນ ທີ່ມີທ່າແຮງ; ເອົາໃຈໃສ່ຄຸ້ມຄອງຊັບພະຍາກອນທຳມະຊາດ, ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ບໍ່ໃຫ້ມີການລັກລອບຂຸດຄົ້ນ;

ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໄປພ້ອມກັບການສ້າງ ແລະ ປັບປຸງສະຖານທີ່ທ່ອງທ່ຽວ ໂດຍສະເພາະ ການທ່ອງທ່ຽວແບບອານຸລັກທຳມະຊາດ, ວັດທະນະທຳ, ກະສິກຳ ແລະ ອື່ນໆ ຕາມທ່າແຮງຕົວຈິງຂອງແຂວງ ເພື່ອດຶງດູດການທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ໃຫ້ຫຼາຍຂຶ້ນ ແລະ ເພື່ອຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດ ພາຍຫຼັງບັນຫາໂຄວິດ-19 ໄດ້ຮັບການແກ້ໄຂ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຕາມຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະ ຢ່າງເຂັ້ມງວດ.

ພ້ອມກັນນັ້ນ ກໍ່ປັບປຸງແບບແຜນດຳລົງຊີວິດສູ່ແບບໃໝ່ ທີ່ດີກວ່າເກົ່າ ເປັນຕົ້ນ ການປະຢັດມັດທະຍັດ, ບໍ່ຟູມເຟືອຍ, ເພີ່ງຕົນເອງ, ກຸ້ມຕົນເອງ, ມີລະບຽບວິໄນ, ການຈັດງານດອງ, ງານປະເພນີຕ່າງໆ ທີ່ສົມເຫດສົມຜົນ ແລະ ອື່ນໆ; ເອົາໃຈໃສ່ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ດີ ໄປຄຽງຄູ່ກັບ ການຕ້ານ ແລະ ສະກັດກັ້ນ ບັນຫາຫາງສຽງບໍ່ດີໃນສັງຄົມ, ລວມທັງ ການໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີທີ່ບໍ່ດີ ຜ່ານສື່ອອນລາຍຕ່າງໆ ໂດຍເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ທຸກຄົນໃນສັງຄົມ ໃຫ້ຮັບຮູ້ ເຂົ້າໃຈ ຢ່າງຖືກຕ້ອງ ແລະ ເຂົ້າຮ່ວມ ຈັດຕັ້ງປະຕິບັດ ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໃຫ້ປະກົດຜົນເປັນຈິງ.


ການເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ແຂວງບໍລິຄຳໄຊຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງ ເພື່ອຊ່ວຍແຂວງ, ພ້ອມທັງ ນຳພາຄະນະ ລົງຢ້ຽມຢາມພື້ນທີ່ທຳການຜະລິດຕົວຈິງ ຄື: ກຸ່ມປູກພືດຜັກ ແລະ ຕົວແບບ ການລ້ຽງປາ ເປັນສິນຄ້າ ຢູ່ບ້ານປາກປຶງ, ເມືອງປາກຊັນ ຕື່ມອີກ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.