ທ່ານ ປອ. ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ໂອ້ລົມ-ຊຸກຍູ້ ທະຫານແຂວງສະຫວັນນະເຂດ

183

ໃນໂອກາດທີ່ເດີນທາງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 14-15 ພະຈິກ 2020 ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດໂອ້ລົມຄະນະພັກຄະນະນໍາກອງບັນຊາການທະຫານແຂວງສະຫວັນນະເຂດ ຢູ່ທີ່ຫ້ອງ ປະຊຸມກອງບັນຊາການທະຫານແຂວງ ເຂົ້າຮ່ວມຮັບຟັງ ມີທ່ານ ປອ. ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກ, ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນທະຫານ ອ້ອມຂ້າງກອງບັນຊາການທະຫານແຂວງສະຫວັນນະເຂດເຂົ້າຮ່ວມຮັບຟັງ.

ກ່ອນອື່ນ ທ່ານ ພັກເອກ ສີ ທະວີໄຊ ຫົວໜ້າກອງບັນການທະຫານແຂວງ ໄດ້ລາຍງານສະພາບ ການເຄື່ອນໄຫວ 3 ເດືອນ ທ້າຍປີຂອງຄະນະພັກຄະນະບັນຊາການທະຫານແຂວງ ໃຫ້ທ່ານຮອງນາຍົກລັດຖະ ມົນຕີ ແລະ ຄະນະຊາບ ເປັນຕົ້ນ ສະພາບວຽກງານປ້ອງກັນຊາດທັງພາຍໃນ ແລະ ພາຍນອກ, ການຫັນພະນັກງານ ນັກຮົບລົງກໍ່ສ້າງຮາກຖານ, ການເກັບກໍາຂໍ້ມູນ ແລະ ຝຶກອົບຮົມຫັດແອບວຽກງານບ້ານປ້ອມໝັ້ນສູ້ຮົບລຽນຕິດ, ສົມທົບກັບກໍາລັງປ້ອງກັນຄວາມສະຫງົບໃນການປ້ອງກັນເວນຍາມ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ, ການເຄື່ອນໄຫວ ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ບັນດາກົມກອງ, ວຽກງານພະລາທິການ ແລະ ວຽກງານອື່ນໆ.

ຈາກນັ້ນ ທ່ານ ປອ. ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ-ຄະນະບັນຊາການທະຫານແຂວງສະຫວັນນະເຂດ ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ທີ່ກອງ ບັນຊາການທະຫານແຂວງຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາຕື່ມອີກ ເປັນຕົ້ນ: ສືບຕໍ່ຫັນລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນເພື່ອກໍາແໜ້ນປະຊາຊົນ, ກໍາແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງມ້າງເພທໍາລາຍລະບອບການເມືອງຂອງພວກເຮົາ, ສຶກສາອົບຮົມ ແລະ ສ້າງສະຕິເປັນເຈົ້າ ໃຫ້ປະຊາຊົນມີສ່ວນຮ່ວມໃນການປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຝຶກແອບກໍາລັງ ຢູູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງ. ສືບຕໍ່ເພີ່ມທະວີການປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງເປັນຕົ້ນ ການສຶກສາ ອົບຮົມການເມືອງແນວຄິດໃຫ້ທົ່ວກໍາລັງປ້ອງກັນຊາດໃຫ້ມີສະຕິຕໍ່ການຈັດຕັ້ງ, ມີສະຕິຕໍ່ກຸ່ມຄົນບໍ່ຫວັງດີ ແລະ ມີນໍ້າໃຈຊາດ ນໍ້າໃຈຮັບໃຊ້ປະຊາຊົນຢ່າງແທ້ຈິງ ພ້ອມທັງປັບປຸງທາງດ້ານເຕັກນິກການທະຫານໃຫ້ທັນສະໄໝ ທັງຍຸດທະວິທີສູ້ຮົບ ແລະ ຍຸດໂທປະກອນ ໂດຍຕິດພັນກັບມູນເຊື້ອອົງອາດກ້າຫານຂອງກອງທັບປະຊາຊົນລາວ. ເຮັດພະລາທິການກັບທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເພິ່ງຕົນເອງໄດ້; ກໍ່ສ້າງພັກ-ພະນັກງານໃນຖັນແຖວ ເຫຼົ່າຮົບໃຫ້ມີຄວາມໜັກແໜ້ນຕິດພັນກັບຄໍາຂວັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີຍັງໄດ້ມອບເງິນເພື່ອຊຸກຍູ້ວຽກງານປ້ອງກັນຊາດ ແລະ ທັງເປັນ ການໃຫ້ກໍາລັງໃຈແກ່ນາຍ ແລະ ພົນທະຫານທີ່ເຮັດໜ້າທີ່ເປັນຮົ້ວຂອງປະເທດຊາດ ກໍ່ຄື ຂອງແຂວງສະຫວັນນະເຂດ ຈໍານວນ 50 ລ້ານກີບ.

ໂດຍ: ແສງເພັດ ແຊ່ຈ່າວ