ໃຈຄໍາ ຍິງປະຕູໄຊໃຫ້ທີມບານເຕະຍິງ ແຂວງວຽງຈັນ ບຽດຊະນະ ໄຊຍະບູລີ ແຊງເຂົ້າຮອບ

122

ການແຂ່ງຂັນບານເຕະຍິງຮອບແບ່ງກຸ່ມນັດສຸດທ້າຍ ຈັດຂຶ້ນໃນ ວັນທີ 17 ພະຈິກ ທີ່ຜ່ານມາ ໂດຍຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ແຂວງວຽງຈັນ ຕ້ອງການຊະນະ ເພື່ອເຂົ້າຮອບພົບກັບ ໄຊຍະບູລີ ທີມອັນດັບທ້າຍຂອງສາຍ ກ.

ນັດດັ່ງກ່າວປາກົດວ່າ: ນາງ ໃຈຄໍາ ກອງກາງທີມຊາດຍິງລາວ ຍິງໃຫ້ກັບ ແຂວງວຽງຈັນ ຂຶ້ນນໍາ 1-0 ໃນນາທີໆ 17, ສ່ວນໄລຍະເວລາທີ່ເຫຼືອແມ່ນເຮັດຫຍັງກັນບໍ່ໄດ້ ຈົບການແຂ່ງຂັນ ແຂວງວຽງຈັນ ເອົາຊະນະ ໄຊຍະບູລີ 1-0.

ເຮັດໃຫ້ ແຂວງຊຽງຂວາງ ມີ 7 ຄະແນນເຂົ້າຮອບແລ້ວ, ຂະນະທີ່ ແຂວງວຽງຈັນ ເກັບເພີ່ມເປັນ 5 ຄະແນນແຊງ ແຂວງຈໍາປາສັກ ທີ່ມີ 4 ຄະແນນ ເຂົ້າຮອບຫວຸດຫວິດ, ສ່ວນ ໄຊຍະບູລີ ບໍ່ມີຈັກຄະແນນ ຈາກການແຂ່ງຂັນຄົບ 3 ນັດໃນຮອບແບ່ງກຸ່ມ ກ ຕົກຮອບໄປ.

ສໍາລັບ ການແຂ່ງຂັນຮອບ 4 ທີມສຸດທ້າຍຂອງການແຂ່ງຂັນບານເຕະຍິງ ຈະມີຂຶ້ນໃນວັນທີ 19 ພະຈິກ 2020 ທີ່ສະໜາມບານເຕະ ສະຫະພັນບານເຕະແຫ່ງຊາດລາວ
-ແຂວງຊຽງຂວາງ ທີ 1 ສາຍ ກ ພົບ ອຸດົມໄຊ ທີ 2 ສາຍ ຂ ທີ່ສະໜາມ ທີ່ສະໜາມ 1
-ນະຄອນຫຼວງວຽງຈັນ ທີ 1 ສາຍ ຂ ພົບ ແຂວງວຽງຈັນ ທີ 2 ສາຍ ກ ທີ່ສະໜາມ 2

ຂອບໃນຮູບຈາກ: The 45th Lao National Day’s Football Championship