ສທຍລ ຈັດກອງປະຊຸມໃຫຍ່ຄັ້ງທີ III ສະຫຼຸບຜົນງານ 5 ປີ ພ້ອມເລືອກຕັ້ງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນປະທານສະມາຄົມ ອີກສະໄໝ

150

ສະມາຄົມນັກທຸລະກິດແມ່ຍິງລາວ(ສທຍລ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ສະຫຼຸບຜົນງານ 5 ປີ 2015-2020 ຂຶ້ນທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາກະກຳ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ຈັນເທົາ ປະຖັມມະວົງ ປະທານກິດຕິມະສັກ ສະມາຄົມນັກທຸລະກິດແມ່ຍິງ, ພ້ອມດ້ວຍບັນດາສະມາຊິກຂອງສະມາຄົມ ແລະ ແຂກຖືກເຊີນເຂົ້າຮ່ວມ ໃນວັນທີ 17 ພະຈິກ 2020.


ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມສທຍລ ໄດ້ຂຶ້ນຜ່ານບົດລາຍງານ 5 ປີ 2015-2020 ບາງຕອນກ່າວວ່າ: ຕະຫຼອດໄລຍະ 5 ປີ 2015-2020 ສທຍລ ໄດ້ສ້າງຄຳຂັວນເພື່ອເປັນແຮງຜັກດັນໃຫ້ສະມາຊິກໃນການເຄື່ອໄຫວຄື: “ພ້ອມກັນພັດທະນາ ທຸລະກິດແມ່ຍິງລາວໃຫ້ຍືນຍົງ ບໍ່ຖີ້ມໃຜໄວ້ຂ້າງຫຼັງ.” ໄດ້ຈັດກອງປະຊຸມສະຫຼຸບຜົນງານ 6 ເດືອນ ແລະ ທິດທາງແຜນການ 6 ເດືອນທ້າຍປີ ໃນທຸກປີ; ຈັດພິມປື້ມ “ລາງວັນເຄືອຂ່າຍຜູ້ປະກອບການແມ່ຍິງດີເດັ່ນອາຊຽນ” 1 ເຫຼັ້ມ ຈຳນວນ250 ຫົວ; ໄດ້ເປີດກອງປະຊຸມລະດັບຊາດພາຍໃຕ້ຫົວຂໍ້: ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວທັນຍຸກດິຈີຕອລ ແລະ ບໍ່ຖີ້ມຜູ້ໃດໄວ້ທາງຫຼັງ;

ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ສະມາຊິກ ສທຍລ ຜູ້ທີ່ໄດ້ຮັບລາງວັນ AWEN Award ແຕ່ປີ 2015-2019 ລວມ 31 ຄັ້ງ ແລະ ຈັດງານເທດສະການອາຫານປະຈຳປີ ແລະ ວຽກງານອື່ນໆອີກຫຼາຍດ້ານ. ຈົນເຮັດໃຫ້ຈຳນວນສະມາຊິກມີການຂະຫຍາຍຂຶ້ນ ນັບແຕ່ປີ 2015 ກອງປະຊຸມໃຫຍ່ຄັ້ງທີ II ສະມາຊິກໃນສະມາຄົມນັກທຸລະກິດແມ່ຍິງ ມີທັງໝົດ 161 ຄົນ, ມາຮອດປີ 2020 ມີ 509 ຄົນ, ໃນນັ້ນ ຕ່າງແຂວງ 336 ຄົນ ພ້ອມນີ້ຍັງໄດ້ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ແລະ ໄດ້ສະໝັກເປັນຄະນະບໍລິຫານອົງການຈັດຕັ້ງຕ່າງໆ; ສ່ວນສະມາຊິກສະມາຄົມນັກທຸລະກິດແມ່ຍິງ ຂັ້ນສູນກາງ ໃນປີ 2015 ມີ 80 ຄົນ, ປີ 2016 ມີ 91 ຄົນ, 2017 ມີ 107 ຄົນ, 2018 ມີ 134 ຄົນ, 2019 ມີ 165 ຄົນ ແລະ 2020 ມີ 173 ຄົນ.


ພ້ອມນີ້ກອງປະຊຸມຍັງໄດ້ມອບຫຼຽນໄຊແຮງງານຊັ້ນ I ໃຫ້ສະມາຄົມນັກທຸລະກິດແມ່ຍິງ; ຫຼຽນໄຊແຮງງານຊັ້ນ I ໃຫ້ປະທານສະມາຄົມ; ຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານ 2 ທ່ານ; ຫຼຽນໄຊແຮງງານຊັ້ນ III ໃຫ້ຄະນະບໍລິຫານງານ 7 ທ່ານ; ຫຼຽນກາແຮງງານໃຫ້ສະມາຊິກ 11 ທ່ານ; ໃບຍ້ອງຍໍລັດຖະບານ 16 ທ່ານ; ໃບຍ້ອງຍໍຂັ້ນກະຊວງອຸດສາຫະກຳ ແລະ ການຄ້າ 26 ທ່ານ; ໃບຍ້ອງຍໍສະມາຄົມ ມອບໃຫ້ແກ່ສະມາຊິກຜູ້ທີ່ມີຜົນງານພົ້ນເດັ່ນ 5 ປີ ຈຳນວນ 22 ທ່ານ; ໃບກຽດຕິຄຸນໃຫ້ປະທານກິດຕິມະສັກ 1 ທ່ານ ແລະ ສະມາຊິກກິດຕິມະສັກ 2 ທ່ານ ແລະ ມອບໃບກຽດຕິຄຸນໃຫ້ທ່ານ ແສງຄຳ ພິນິດ ທີ່ມີຜົນງານແຕ່ງເພງໃຫ້ ສທຍລ ຈຳນວນ 2 ເພງ.


ໃນກອງປະຊຸມຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງລາວ ຊຸດໃໝ່ ໂດຍສະມາຊິກໄດ້ເອກະພາບເລືອກເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນປະທານສະມາຄົມນັກທຸລະກິດແມ່ຍິງ ອີກ 1 ສະໄໝ, ພ້ອມຮອງ 2 ທ່ານຄື: ນາງ ສິຣິຄູນ ພູມລາວັນ ແລະ ທ່ານ ນາງ ດາລີວັນ ສິດພະໄຊ; ພ້ອມນີ້ຍັງໄດ້ເລືອກເອົາທ່ານ ນາງ ສີວິໄຊ ທັມມະລັງສີ ເປັນຫົວໜ້າຄະນະກວດກາ. ຂະນະດຽວກັນກອງປະຊຸມຍັງໄດ້ຮັບຟັງທິດທາງແຜນການ 5 ປີ 2021-2025 ແລະ ສະມາຊິກ ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສະມາຄົມນັກທຸລະກິດແມ່ຍິງຊຸດໃໝ່ ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກຈາກທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອີກດ້ວຍ.