ແຂວງເຊກອງ ອະນຸຍາດໃຫ້ບໍລິສັດເທບວົງສາ ເຂົ້າສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເຂດພູຈວມ ແລະຕາດໄຟໄໝ້ ເປັນແຫຼ່ງທ່ອງທ່ຽວ

267

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເຂດ ພູຈວມ ແລະ ນໍ້າຕົກຕາດໄຟໄໝ້ ເປັນ ແຫຼ່ງທ່ອງທ່ຽວທໍາມະຊາດ, ກະສິກໍາປະສົມ, ປະຫວັດສາດ, ຊົນເຜົ່າ ຂອງ ເມືອງທ່າແຕງ ແຂວງເຊກອງ ລະຫວ່າງ ອໍານາດການປົກຄອງແຂວງເຊກອງ ຕາງໜ້າໂດຍພະແນກແຜນການ ແລະການລົງທຶນແຂວງ ແລະບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໄດ້ມີຂຶ້ນໃນວັນທີ 16 ພະຈິກ 2020 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ມີ ທ່ານ ຄໍາປະສິດ ເທບວົງສາ ປະທານບໍລິສັດ ເທບວົງສາ ພາວເວີ ຈໍາກັດ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍ.


ໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ທັງສອງຝ່າຍເຫັນດີເປັນເອກະພາບນໍາກັນວ່າ: ສໍາລັບແຂວງເຊກອງແມ່ນຢາກພັດທະນາສະພາບເສດຖະກິດ-ສັງຄົມ ແລະສົ່ງເສີມການທ່ອງທ່ຽວຂອງແຂວງໃຫ້ກາຍເປັນຈຸດໃຈກາງໃນ 4 ແຂວງພາກໃຕ້ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງໃຫ້ນັບມື້ນັບດີຂຶ້ນ; ສໍາລັບບໍລິສັດ ເທບວົງສາ ພາວເວີ ຈໍາກັດ ແມ່ນເພື່ອສຶກສາ-ສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເຂດພູຈວມ ແລະນໍ້າຕົກຕາດໄຟໄໝ້ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ, ກະສິກໍາປະສົມ, ປະຫວັດສາດ, ຊົນເຜົ່າ ຂອງເມືອງທ່າແຕງ, ຊຶ່ງໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນ 12 ເດືອນ, ໃນນັ້ນໜ້າວຽກຂອງບໍລິສັດທີ່ຈະຕ້ອງໄດ້ປະຕິບັດຄື: ສຶກສາສໍາຫຼວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ບົດປະເມີນຜົນກະທົບຕໍ່ສັງຄົມ, ແຜນການຄຸ້ມຄອງ ແລະຕິດຕາມກວດກາດ້ານສິ່ງແວດລ້ອມ, ແຜນການຄຸ້ມຄອງ ແລະຕິດຕາມກວດກາດ້ານສັງຄົມ.


ໂອກາດນີ້ ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ໄດ້ໂອລົມຕໍ່ພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນການສ້າງສາພັດທະນາແຂວງເຊກອງ, ນອກນີ້ທ່ານຍັງໄດ້ເນັ້ນໜັກໃຫ້ບໍລິສັດ ພາຍັງເຊັນບົດບັນທຶກ MOU ແລ້ວ ໃຫ້ເຄື່ອນໄຫວສໍາຫຼວດເພື່ອເກັບຂໍ້ມູນລະອຽດ ໂດຍສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ ເພື່ອສຶກສາຮີດຄອງປະເພນີຂອງບ້ານ ເພື່ອກໍານົດໜ້າວຽກ ແລະບັນດາກິດຈະກໍາໃຫ້ລະອຽດ.

ພ້ອມນີ້ທ່ານສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນທຶນຮອນໃນການພັດທະນາແຂວງຂອງພວກເຮົາ ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະເສດຖະກິດ-ສັງຄົມຂອງແຂວງ, ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນເຂດດັ່ງກ່າວຕື່ມອີກ, ພ້ອມທັງຮຽກອົງການປົກຄອງທ້ອງຖິ່ນໃຫ້ການຮ່ວມມືໃນການສໍາຫຼວດ ແລະຮຽກຮ້ອງໃຫ້ຄະນະກໍາການຄຸ້ມຄອງການລົງທຶນຂັ້ນແຂວງໃຫ້ຕິດຕາມ, ກວດກາ, ຊຸກຍູ້, ຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບ, ຮ່ວມກັນພັດທະນາແຂວງເຊກອງໃຫ້ມີຄວາມຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ.
ຈາກນັ້ນ ທັງສອງຝ່າຍກໍໄດ້ລົງນາມເຊັນສັຍາຮ່ວມກັນ ລະຫວ່າງ ອົງການປົກຄອງແຂວງເຊກອງ ຊຶ່ງຕາງໜ້າໂດຍ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ແລະ ທ່ານ ຄໍາປະສິດ ເທບວົງສາ ປະທານບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໂດຍຊ່ອງໜ້າການນໍາແຂວງ ແລະພະຍານທັງສອງຝ່າຍເປັນສັກຂີພິຍານ.

ໂດຍ: ພຸດທະສອນ