ຕາມຄາດ! ຈໍາປາສັກ ໄປຕາມນັດເອົາຊະນະ ຫົວພັນ ສະບາຍຜ່ານເຂົ້າຮອບ 4 ພົບກັບ ນະຄອນຫຼວງ

210

ທີມບານເຕະຊາຍ ແຂວງຈໍາປາສັກ ໄປຕາມນັດຫຼັງສ້າງຜົນງານໂດດເດັ່ນເອົາຊະນະ ແຂວງຫົວພັນ ໄປແບບສະບາຍ 5-0 ໃນການແຂ່ງຂັນບານເຕະທົ່ວປະເທດ ປະຈໍາວັນທີ 17 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ.

ນັດນີ້ ຈໍາປາສັກ ຂຶ້ນນໍາກ່ອນ 2-0 ໃນເຄິ່ງເວລາທໍາອິດ ແລະ ເຄິ່ງເວລາທີ 2 ຍິງໄດ້ອີກ 3 ປະຕູຊ່ວຍໃຫ້ທີມຊະນະໄປ 5-0 ທ່າມກາງແຟນບານເຂົ້າຊົມຢ່າງຫຼວງຫຼາຍ.

ເຮັດໃຫ້ ຈໍາປາສັກ ຜ່ານເຂົ້າຮອບ 4 ທີມໄດ້ສໍາເລັດ ໂດຍຈະພົບກັບ ນະຄອນຫຼວງວຽງຈັນ ໃນວັນທີ 19 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ.

ສ່ວນ ຫຼວງພະບາງ ຈະໄປພົບກັບ ສະຫວັນນະເຂດ ໃນວັນທີ 19 ພະຈິກ 2020 ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ.