ສະຫວັນນະເຂດ ໃຈສູ້ດັບຝັນ ຜົ້ງສາລີ ຫຼັງຈາກຕົກຕາມຫຼັງກ່ອນ 0-2 ເຂົ້າຮອບ 4 ທີມ

164

ທີມບານເຕະຊາຍ ແຂວງສະຫວັນນະເຂດ ສະແດງເຖິງຄວາມໃຈສູ້ຫຼັງເປັນຝ່າຍຕົກຕາມຫຼັງກ່ອນ 0-2 ແຕ່ສຸດທ້າຍສາມາດຕີິສະເໝີ 2-2 ກ່ອນທີ່ຈະດວນຈຸດໂທດເອົາຊະນະ ແຂວງຜົ້ງສາລີ 4-1 ໃນການແຂ່ງຂັນບານເຕະທົ່ວປະເທດ ປະຈໍາວັນທີ 17 ພະຈິກ 2020 ທີ່ສະໜາມກີລາກອງທັບ.

ນັດດັ່ງກ່າວ ຜົ້ງສາລີ ຂຶ້ນນໍາກ່ອນໃນເຄິ່ງເວລາທໍາອິດ 2-0, ສ່ວນເຄິ່ງເວລາທີ 2 ຜົ້ງສາລີ ມາແຜ່ວທ້າຍເກມ ຖືກ ສະຫວັນນະເຂດ ຍິງ 2 ປະຕູເຮັດໃຫ້ສະເໝີກັນ 2-2 ໃນເວລາປົກກະຕິ ຕ້ອງຕັດສິນກັນດ້ວຍການດວນຈຸດໂທດ.

ເຊິ່ງການດວນຈຸດໂທດ ແຂວງຫວັນນະເຂດ ຍິງບໍ່ພາດຈັກຄົນ, ສ່ວນ ຜົ້ງສາລີ ພາດໄປເຖິງ 3 ຄົນເຮັດໃຫ້ ສະຫວັນນະເຂດ ເອົາຊະນະໄປ 4-1.

ເຮັດໃຫ້ ແຂວງສະຫວັນນະເຂດ ຜ່ານເຂົ້າຮອບ 4 ທີມໄປພົບກັບ ຫຼວງພະບາງ ທີ່ຊະນະ ຊຽງຂວາງ 2-0 ເຊິ່ງຮອບ 4 ທີມຈະແຂ່ງຂັນໃນວັນທີ 19 ພະຈິກ 2020 ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ.