ດ່ວນ! ລາວ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ ເປັນນັກສຶກສາ ລາວ ມາຈາກ ຮົງກາລີ

110

ດ່ວນມາຮອດວັນທີ 17 ພະຈິກ 2020 ເຈົ້າໜ້າທີ່ສາທາລະນະນະສຸກ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ ເປັນນໍ້າເບີທີ 25 ເຊິ່ງເປັນເພດຍິງ, ອາຍຸ 26 ປີ, ສັນຊາດລາວ, ອາຊີບນັກສຶກສາລາວຢູ່ປະເທດ ຮົງກາລີ Hungary ທີ່ຖິ່ນຖານຢູ່ແຂວງສະຫວັນນະເຂດ ຜູ້ກ່ຽວໄດ້ຖືກນຳສົ່ງຕົວໄປຮັບການປິ່ນປົວຢູ່ໂຮງໝໍມິດຕະພາບແລ້ວ ເຮັດໃຫ້ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 25 ຄົນ.


ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ  ຖະແຫຼງຂ່າວປະຈຳວັນທີ 17 ພະຈິກ 2020 ວ່າ: ວັນທີ 16 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 605 ຄົນ, ໃນນັ້ນ ມີ 3 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 205 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 129 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 227 ຕົວຢ່າງ, ແຮງງານຫວຽດນາມ 22 ຕົວຢ່າງ, ແຮງງານໄທ 10 ຕົວຢ່າງ ແລະ ແຮງງານລາວມາແຕ່ຈີນ 9 ຕົວຢ່າງ.

ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ ລາຍລະອຽດດັ່ງລຸ່ມນີ້: ເພດຍິງ, ອາຍຸ 26 ປີ, ສັນຊາດ:ລາວ, ອາຊີບ:ນັກສຶກສາລາວຢູ່ປະເທດ ຮົງກາລີ Hungary ຜູ້ກ່ຽວມີຖິ່ນຖານຢູ່ແຂວງສະຫວັນນະເຂດ; ຜູ້ກ່ຽວແມ່ນໄດ້ຈຳກັດບໍລິເວນຕົນເອງ ແລະ ບໍ່ມີອາການຫຍັງ ຢູ່ໂຮງແຮມທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ;

ຕາມການບອກເລົ່າ: ຜູ້ກ່ຽວບໍ່ໄດ້ເດີນທາງໄປໃສ ເພາະປະຈຸບັນ ປະເທດ ຮົງກາລີ Hungary ແມ່ນປະກາດ Lockdown; ໃນໄລຍະວັນທີ 11-12 ພະຈິກ 2020 ກ່ອນເດີນທາງກັບມາລາວ ຜູ້ກ່ຽວໄດ້ອາໄສຢູ່ຫໍພັກນໍາໝູ່ ປະມານ 5 ຄົນ, ທຸກຄົນແມ່ນບໍ່ມີອາການຫຍັງ; ວັນທີ 12 ພະຈິກ 2020 ຜູ້ກ່ຽວໄດ້ກວດຫາເຊື້ອພະຍາດ ໂຄວິດ-19 ກ່ອນເດີນທາງມາ ສປປ ລາວ ແລະ ໄດ້ຮັບການແຈ້ງຜົນທາງອີເມວວ່າ ຜົນກວດບໍ່ພົບເຊື້ອ ໃນວັນທີ 13 ພະຈິກ 2020.

ວັນທີ 13 ພະຈິກ 2020 ເດີນທາງຈາກປະເທດ ຮົງກາລີ Hungary ມາ Doha ດ້ວຍສາຍການບິນ QATAR , QR 200, ເລກຕັ່ງນັ່ງ B17; ວັນທີ 14 ພະຈິກ 2020 ເດີນທາງຈາກ Doha ມາ Incheon ດ້ວຍສາຍການບິນ QATAR , QR 858, ເລກຕັ່ງນັ່ງ 36F.

ວັນທີ 15 ພະຈິກ 2020 ເດີນທາງຈາກ Incheon ມາ ສະໜາມບິນວັດໄຕ ດ້ວຍສາຍການບິນ QV 922, ນ້ຳເບີຕັ່ງນັ່ງ 14D (ຜູ້ກ່ຽວສະຫຼັບບ່ອນນັ່ງກັບ 14F).

ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ ໂຄວິດ-19; ຄອບຄົວບໍ່ໄດ້ເດີນທາງມາຮັບຢູ່ສະໜາມບິນ; ໄດ້ເດີນທາງໄປໂຮງແຮມດ້ວຍລົດຕູ້ຂອງສະໜາມບິນ, ໃນໄລຍະຢູ່ໂຮງແຮມ ບໍ່ໄດ້ອອກຈາກຫ້ອງໄປໃສ, ອາຫານແມ່ນທາງໂຮງແຮມເອົາມາປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງນອນ.

ວັນທີ 16 ພະຈິກ 2020 ຜົນກວດແມ່ນພົບເຊື້ອພະຍາດ ໂຄວິດ-19 ໂຮງໝໍມິດຕະພາບໄດ້ມາຮັບເອົາຜູ້ກ່ຽວຢູ່ໂຮງແຮມ ດ້ວຍລົດ Ambulance

ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ ໃນໄລຍະນັ່ງຢູ່ໃນຍົນ QV 922 ແມ່ນມີທັງໝົດ 10 ຄົນ ເຊິ່ງທັງໝົດແມ່ນໄດ້ເກັບຕົວຢ່າງມາກວດ ແລະ ບໍ່ພົບເຊື້ອ, ສ່ວນຜູ້ສຳຜັດໃກ້ຊິດທີ່ຂີ່ລົດເມຮ່ວມຈາກ ສະໜາມບິນມາໂຮງແຮມ ແມ່ນມີປະມານ 20 ຄົນ (ທີມງານກຳລັງປະສານເອົາຂໍ້ມູນເພິ່ມຕື່ມ);

ສຳລັບການຕິດຕາມປິ່ນປົວຄົນເຈັບຢູ່ໂຮງໝໍປະຈຸບັນ, ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນ້ຳເບີ 24 ແລະ ນໍ້າເບີ 25 (ຜູ້ຕິດເຊື້ອໃໝ່) ແມ່ນປີ່ນປົວຢູ່ໂຮງໝໍມິດຕະພາບ.