ນະຄອນຫຼວງ ໄປຕາມນັດຊະນະ ອັດຕະປື ເຂົ້າຮອບ 4 ທີມພົບທີມຊະນະລະຫວ່າງ ຈໍາປາສັກ ຫຼື ຫົວພັນ

98

ທີມບານເຕະຊາຍ ນະຄອນຫຼວງ ສ້າງຜົນງານໂດດເດັ່ນເອົາຊະນະ ແຂວງອັດຕະປື ໄປແບບສະບາຍ 7-0 ໃນການແຂ່ງຂັນບານເຕະທົ່ວປະເທດ ປະຈໍາວັນທີ 17 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ.

ນັດນີ້ ນະຄອນຫຼວງ ຂຶ້ນນໍາກ່ອນ 3-0 ໃນເຄິ່ງເວລາທໍາອິດ ແລະ ເຄິ່ງເວລາທີ 2 ຍິງໄດ້ອີກ 4 ປະຕູຊ່ວຍໃຫ້ທີມຊະນະໄປ 7-0 ຈາກຜົນດັ່ງກ່າວ ເຮັດໃຫ້ ນະຄອນຫຼວງ ຜ່ານເຂົ້າຮອບ 4 ທີມໄດ້ສໍາເລັດ ໂດຍຈະພົບກັບທີມຊະນະຫວ່າງ ຈໍາປາສັກ ຫຼື ຫົວພັນ ທີ່ຈະແຂ່ງຂັນໃນມື້ນີ້ເວລາ 18:00 ໂມງ,

ສ່ວນອີກຄູ່ໜຶ່ງໃນຮອບ 8 ທີມ ຫຼວງພະບາງ ທີ່ເອົາຊະນະ ແຂວງຊຽງຂວາງ 2-0 ເຮັດໃຫ້ ຫຼວງພະບາງ ຜ່ານເຂົ້າຮອບ 4 ທີມໄປພົບ ສະຫວັນນະເຂດ ທີ່ເອົາຊະນະ ຜົ້ງສາລີ ໃນການດວນຈຸດໂທດ ຫຼັງສະເໝີກັນ 2-2 ເຊິ່ງຮອບ 4 ທີມຈະແຂ່ງຂັນໃນວັນທີ 19 ພະຈິກ 2020.