ຈະຂາຍຫຍັງດີຢູ່ໃນຕະຫຼາດກາງຄືນ?

244

ບາງຄົນອາດກຳລັງຄິດຫາອາຊີບເສີມເຮັດໃນໄລຍະແລງໆຫຼັງເລີກວຽກປະຈຳ ໂດຍສະເພາະການຂາຍສິນຄ້າໃນຕະຫຼາດກາງຄືນວ່າຈະຂາຍຫຍັງດີ ເຊິ່ງຢູ່ນະຄອນຫຼວງວຽງຈັນ ກໍຈະມີຕະຫຼາດສວນເຈົ້າອານຸວົງ ເປັນຕະຫຼາດໃຫຍ່ ແລະ ມີຜູ້ຄົນໄປຍ່າງຫຼິ້ນຫຼາຍ.

ຄໍລຳຊື້ໄດ້ຂາຍໝານວັນນີ້ ຈະມາແນະນຳສິນຄ້າທີ່ເໝາະກັບການຂາຍໃນຕະຫຼາດນັດ ຫຼື ຕະຫຼາດກາງຄືນ ມີດັ່ງນີ້:

  1. ໝວກ: ຈະເປັນສິນຄ້າທີ່ເໝາະສຳລັບຄົນທຸກປະເພດ ແຕ່ຈະເນັ້ນໄປທີ່ສິນຄ້າລາຄາຖືກຈຶ່ງຈະຂາຍດີ.

  2. ເຄສໂທລະສັບມືຖື: ຖືເປັນສິນຄ້າທີ່ຂາຍດີໃນຕະຫຼາດນັດ ຫຼື ຕະຫຼາດກາງຄືນ ເຄສສ່ວນຫຼາຍຈະລາຄາບໍ່ແພງ ພຽງສາມາດຫາແບບທີ່ເໝາະກັບກຸ່ມລູກຄ້າທີ່ຍ່າງເລາະ.

  3. ສາຍສາກໂທລະສັບມືຖື: ເປັນສິນຄ້າທີ່ຄົນຊື້ເລື້ອຍໆປ່ຽນໄປປ່ຽນມາ ເຊິ່ງເຮົາສາມາດຫາຊື້ໄດ້ງ່າຍຕາມຮ້ານຂາຍສົ່ງທົ່ວໄປ ລາຄາຂາຍມີທັງຖືກ ແລະ ແພງ ແລ້ວແຕ່ເລືອກເອົາອັນທີ່ເໝາະສົມເພື່ອຂາຍຕໍ່.

  1. ງານສີມື – ສິລະປະ: ອາດຈະເປັນສິນຄ້າທີ່ເຮັດເອງ ຫຼື ຮັບມາຂາຍກໍໄດ້ລູກຄ້າທີ່ຊື້ສິນຄ້າພວກນີ້ຈະເປັນປະເພດທີ່ມັກຄວາມພິເສດ ແລະ ຄວາມແຕກຕ່າງ, ເພາະສະນັ້ນລາຄາກໍອາດຈະແພງກວ່າສິນຄ້າໃນໝວດດຽວກັນໄດ້ເກືອບຄູນສອງ ແຕ່ຕ້ອງຂາຍແຂ່ງ ແລະ ເນັ້ນຄວາມແຕກຕ່າງຂອງສິນຄ້າໃຫ້ໄດ້ ຍົກຕົວຢ່າງ ເຊັ່ນ: ແຫວນສະຫຼັກຊື່, ງານປັກ, ງານຖັກດອກໄມ້ປະດິດ ເປັນຕົ້ນ.

  2. ເຄື່ອງເສື້ອຜ້າ, ເກີບ, ສິນຄ້າມືສອງ: ການຂາຍສິນຄ້າເຫຼົ່ານີ້ກໍຕ້ອງລະວັງເລື່ອງ ຄວາມສະອາດ ເຊິ່ງສາມາດຂາຍໄດ້ໃນລາຄາທີ່ຖືກກວ່າເກົ່າ ແຕ່ຕ້ອງເບິ່ງດ້ານຄຸນນະພາບສິນຄ້າໄປນໍາ ເພື່ອຄວາມໜ້າເຊື່ອຖື.

  3. ເສື້ອຢືດສະກຣີນ, ແວ່ນຕາແຟຊັນ, ພວງກຸນແຈ: ສິນຄ້າຈຳພວກນີ້ອາດຈະເບິ່ງແຕກຕ່າງ ແຕ່ຫຼັກການຂາຍຄືກັນຕ້ອງເບິ່ງວ່າກຸ່ມລູກຄ້າມັກແບບໃດ ແລ້ວກໍເລືອກລາຍສິນຄ້າອອກມາໃຫ້ຖືກໃຈລູກຄ້າ; ອາດຈະຕ້ອງເກັບສິນຄ້າໄວ້ຫຼາຍໃນໄລຍະທຳອິດ ເຊິ່ງຈະເຮັດໃຫ້ຂາຍລຳບາກ ແຕ່ໃນໄລຍະຍາວກໍຄ່ອຍປັບວິທີການຂາຍກັບການສະສົມສິນຄ້າຕາມທີ່ລູກຄ້າມັກອີກເທື່ອໜຶ່ງ ຂາຍຂອງໃນຕະຫຼາດຍ່ອມພົບການຕໍ່ລາຄາເປັນປະຈຳ, ບາງເທື່ອລູກຄ້າກໍຕໍ່ລາຄາໂດຍບໍ່ມີເຫດຜົນຫຍັງເລີຍ ຫາກພົບບັນຫາແບບນີ້ກໍຕ້ອງທໍາໃຈ.

ນອກຈາກປະເພດສິນຄ້າທີ່ນໍາສະເໜີຂ້າງເທິງ ທ່ານຍັງສາມາດນໍາສິນຄ້າປະເພດອື່ນໄປຂາຍໄດ້ເຊັ່ນກັນ ທີ່ສໍາຄັນຕ້ອງເບິ່ງໃນເຂດດັ່ງກ່າວມີຄົນຂາຍຫຼາຍພຽງພໍກັບຄວາມຕ້ອງການຂອງຄົນຊື້ ຫຼື ຍັງ ແລະ ດ້ານລາຄາເດ?.