ເສັ້ນທາງຂອງ 4 ທີມຈາກພາກເໜືອ, 2 ທີມຈາກພາກກາງ ແລະ 2 ທີມພາກໃຕ້ ເຂົ້າຮອບ 8 ທີມ

126

ການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ສໍາເລັດຮອບ 8 ທີມສຸດທ້າຍໄປເປັນທີ່ຮຽບຮ້ອຍ ປາກົດວ່າ: ທີມຈາກພາກເໜືອເຂົ້າຮອບໄດ້ຫຼາຍທີ່ສຸດເຖິງ 4 ທີມປະກອບມີ: ຫຼວງພະບາງ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສ່ວນທີມຈາກພາກກາງ 2 ທີມຄື ນະຄອນຫຼວງ ແລະ ສະຫວັນນະເຂດ ຂະນະທີ່ ທີມຈາກພາກໃຕ້ມີ ຈໍາປາສັກ ແລະ ອັດຕະປື.

ສໍາລັບຮອບແບ່ງກຸ່ມຈັດແຂ່ງຂັນລະຫວ່າງວັນທີ 6-15 ພະຈິກ 2020 ຈິ່ງສໍາເລັດປາກົດວ່າ:
-ສາຍ ກ: ນະຄອນຫຼວງວຽງຈັນ ລົງ 4 ນັດຊະນະ 3 ສະເໝີ 1 ນັດມີ 10 ຄະແນນຢຶດແຊ້ມກຸ່ມ ແລະ ແຂວງຊຽງຂວາງ ໄດ້ທີ 2 ຂອງສາຍເຂົ້າຮອບ 8 ທີມ ສາລະວັນ ມີ 6 ຄະແນນ, ຄໍາມ່ວນ ມີ 3 ຄະແນນ ແລະ ໄຊສົມບູນ ມີ 1 ຄະແນນແມ່ນຕົກຮອບໄປ.

-ສາຍ ຂ: ຈໍາປາສັກ ເກັບໄຊຊະນະ 4 ນັດລວດມີ 12 ຄະແນນຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະແຊັມກຸ່ມ ຂ ເຊັ່ນດຽວກັບ ຜົ້ງສາລີ ມີ 7 ຄະແນນເຂົ້າຮອບໃນຖານະຮອງແຊັມກຸ່ມ, ສ່ວນ ເຊກອງ ມີ 5 ຄະແນນ, ອຸດົມໄຊ 2 ຄະແນນ ແລະ ວຽງຈັນ 1 ຄະແນນຕົກຮອບໄປ.

-ສາຍ ຄ: ຫຼວງພະບາງ ລົງ 3 ນັດມີ 7 ຄະແນນເຂົ້າຮອບໃນຖານະແຊັມກຸ່ມ ຄ ແລະ ແຂວງອັດຕະປື ມີ 5 ຄະແນນຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະຮອງແຊັມກຸ່ມ ຄ, ສ່ວນ ໄຊຍະບູລີ ມີ 4 ຄະແນນແລະ ຫຼວງນໍ້າທາ ມີ 1 ຄະແນນຕົກຮອບໄປ.

-ສາຍ ງ: ສະຫວັນນະເຂດ ທີ່ຊະນະ 3 ນັດລວດມີ 9 ຄະແນນ ເຂົ້າຮອບໃນຖານະແຊັມກຸ່ມ ແລະ ແຂວງຫົວພັນ ມີ 4 ຄະແນນເທົ່າກັບ ບໍລິຄໍາໄຊ ແຕ່ຜົນປະຕູໄດ້ເສຍ ຫົວພັນ ດີກວ່າ ຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະທີມອັນດັບ 2 ຂອງສາຍ, ສ່ວນ ບໍລິຄໍາໄຊ ແລະ ບໍ່ແກ້ວ ທີ່ມີ 1 ຄະແນນຕົກຮອບໄປ.

ສໍາລັບຮອບ 8 ທີມສຸດທ້າຍຈະແຂ່ງຂັນໃນມື້ນີ້ 17 ພະຈິກ 2020 ຄື:
-ນະຄອນຫຼວງວຽງຈັນ ທີ 1 ສາຍ ກ ຈະໄປພົບກັບທີ 2 ສາຍ ຄ ແຂວງອັດຕະປື ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ສະໜາມໃນ ເວລາ 15:00 ໂມງ.

-ແຂວງຈໍາປາສັກ ທີ 1 ສາຍ ຂ ຈະໄປພົບທີ 2 ຂອງສາຍ ງ ແຂວງຫົວພັນ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ເວລາ 18:00 ໂມງ.

-ຫຼວງພະບາງ ທີ 1 ສາຍ ຄ ພົບທີ 2 ສາຍ ກ ແຂວງຊຽງຂວາງ ທີ່ສະໜາມກິລາ ມະຫາວິທະຍາໄລແຫ່ງຊາດ ເວລາ 15:00 ໂມງ.

-ສະຫວັນນະເຂດ ທີ 1 ສາຍ ງ ພົບທີ 2 ສາຍ ຂ ຜົ້ງສາລີ ທີ່ສະໜາມກອງທັບ ເວລາ 15:00 ໂມງ

ຂ່າວ: ຄໍາສອນ; ຮູບ: ສອນໄຊ