15 ປະເທດອາຊີ-ປາຊີຟິກ ຮ່ວມລົງນາມເປັນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ໂດຍກວມເອົາ 30% ຂອງເສດຖະກິດໂລກ

250
This image made from a teleconference provided by the Vietnam News Agency (VNA) shows the leaders and trade ministers of 15 Regional Comprehensive Economic Partnership (RCEP) countries pose for a virtual group photo in Hanoi, Vietnam on Sunday, Nov. 15, 2020. China and 14 other countries have agreed to set up the world’s largest trading bloc, encompassing nearly a third of all economic activity, in a deal many in Asia are hoping will help hasten a recovery from the shocks of the pandemic. (VNA via AP)

15 ປະເທດໃນພາກພຶ້ນອາຊີ-ປາຊີຟິກ ໄດ້ຮ່ວມລົງນາມການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼື ອາເຊັບ (Virtual Signing Regional Comprehensive Economic Partnerships (RCEP) ເພື່ອຈັດຕັ້ງເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ລົງນາມແບບທາງໄກ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 15 ພະຈິກຜ່ານມາ ໃນໂອກາດທີ່ ຫວຽດນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ຄູ່ເຈລະຈາ.


ອາເຊັບປະກອບດ້ວຍ 10 ປະເທດອາຊຽນ ແລະ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ ແລະ ນິວຊີແລນ ໂດຍມີຈຸດປະສົງເພື່ອຫຼຸດອັດຕາພາສີສິນຄ້າລົງໃຫ້ຫຼາຍທີ່ສຸດໃນຫຼາຍໆໝວດສິນຄ້າ ໂດຍຄອບຄຸມປະມານ 30% ຂອງເສດຖະກິດໂລກ ແລະ ມີປະຊາກອນ 30% ຂອງປະຊາກອນໂລກ ຫຼື ມີຜູ້ບໍລິໂພກປະມານ 2.200 ລ້ານຄົນ.


ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນນາມເຈົ້າພາບເຈລະຈາຂໍ້ຕົກລົງຄັ້ງນີ້ ກ່າວວ່າ: ຂໍ້ຕົກລົງຂອງອາເຊັບຄາດວ່າ ຈະໄດ້ລົງນາມໃຫ້ສັດຕະຍາບັນໃນໄວໆນີ້ ເພື່ອໃຫ້ມີຜົນບັງຂັບໃຊ້ ແລະ ຈະກາຍເປັນເຄື່ອງມືທີ່ສຳຄັນທີ່ສຸດໃນການຊ່ວຍຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກທີ່ໄດ້ຮັບຈາກການແຜ່ລະບາດຂອງພະຍາດໂຄວິດ-19.