ອີກໜຶ່ງສາວງາມຕົວແທນນະຄອນຫຼວງວຽງຈັນ ພອນທິບ ພຸດທະວົງ ຫລື ນ້ອຍ ອາຍຸ 23ປີ ສູງ166ຊັງຈີແມັດ ສັດສ່ວນ34-25.5-37. ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ, ພາກວິຊາ ການຄ້າ, ປັດຈຸບັນຢູ່ບ້ານ ວຽງຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ.
ຜ່ານມາເຄີຍໄດ້ຕຳແໜ່ງ Miss Sacombank 2018 ຂອງທະນາຄານ Sacombank Lao ເຊິ່ງເປັນການຄັດເລືອກຂອງອົງກອນ ໂດຍການເຟັ້ນຫານາງສາວ ຫລື ພະນັກງານຍິງທີ່ມີສັກກາຍະພາບໃນຫລາຍໆດ້ານເຊັ່ນ: ການເຮັດວຽກ, ການປະພຶດຕົນ ແລະ ຄຸນວຸດທີ່ເຫມາະສົມດ້ານອື່ນໆ.
ນ້ອຍ ພອນທິບ ບອກວ່າ ທີ່ມາປະກວດນາງສາວລາວ 2020 ຍ້ອນວ່າ ເວທີນາງສາວລາວເປັນເວທີອັນຊົງກຽດ ແລະ ຍິ່ງໃຫຍ່ທີ່ສຸດໃນປະເທດລາວ ແລະ ຍັງເປັນຄວາມຝັນຂອງນ້ອງຕັ້ງແຕ່ຍັງນ້ອຍກໍຄື ການໄດ້ເປັນນາງງາມ ແລະ ເປັນຕົວແທນຂອງແມ່ຍິງລາວທັງຊາດໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວເຮົາໃຫ້ແກ່ພາກພຶ້ນ ແລະ ຊາວໂລກໄດ້ຮັບຮູ້.
.
ສຳລັບເວທີນີ້ ນ້ອງເອງແມ່ນຄາດຫວັງທີ່ຈະໄດ້ເປັນ ນາງສາວລາວ ປະຈຳປີ 2020 ເພາະວ່ານ້ອງເຊື່ອຫມັ້ນໃນຄວາມຕັ້ງໃຈ ຄວາມສາມາດ ແລະ ຄວາມພ້ອມຂອງນ້ອງ ໃນການປະກວດໃນຄັ້ງນີ້ທີ່ສຸດ.
.
ໃນການປະກວດຄັ້ງນີ້ ນ້ອງໄດ້ກຽມຄວາມພ້ອມກ່ອນເຂົ້າປະກວດໃນຫຼາຍໆດ້ານ ບໍ່ວ່າຈະເປັນການປັບບຸກຄະລິກກະພາບ ກໍໄດ້ຝຶກຊ້ອມການຍ່າງ, ຝຶກທັກສະໃນການເວົ້າ, ຝຶກມາລະຍາດໃນການເຂົ້າສັງຄົມ ແລະ ການອອກກໍາລັງກາຍໃຫ້ຫລາຍຂຶ້ນ.
.
ພ້ອມນັ້ນກໍຍັງໄດ້ຄົ້ນຫາຈຸດບົກຜ່ອງຂອງຕົນເອງ ເພື່ອນຳມາແກ້ໄຂໃຫ້ເປັນຜູ້ຍິງຄົນໜື່ງທີ່ມີຄວາມພ້ອມ, ສະແຫວງຫາຄວາມຮູ້ເພີ່ມຕື່ມໃນຫລາຍໆດ້ານເຊັ່ນ: ວັດທະນະທຳ, ເສດຖະກິດ ແລະ ສັງຄົມ
.
ນອກນັ້ນ, ຍັງໄດ້ຈັດແບ່ງເວລາ ເພື່ອອຳນວຍຄວາມສະດວກຕໍ່ການປະຕິບັດໜ້າທີ່ໃນຊ່ວງເກັບຕົວກ່ອນການແຂ່ງຂັນໃນຄັ້ງນີ້ດ້ວຍຄວາມມຸ່ງໝັ້ນ, ຫ້າວຫັນ ແລະ ພ້ອມຮັບມືກັບທຸກສະຖານະການ, ພ້ອມປະຕິບັດພາລະກິດທີ່ກອງປະກວດໄດ້ມອບຫມາຍໃຫ້ຢ່າງເຕັມສ່ວນ.
ຄວາມສາມາດພິເສດຂອງນ້ອງແມ່ນ ຟ້ອນ ແລະ ຮ້ອງເພງ.
.
ນ້ອງເຊື່ອໝັ້ນຢ່າງຍິ່ງວ່າ ນ້ອງເຫມາະສົມກັບຕຳແຫນ່ງນາງສາວລາວປະຈຳປີ 2020 ຍ້ອນວ່ານ້ອງເອງມີຄວາມຝັນ ແລະ ເປົ້າຫມາຍທີ່ຊັດເຈນໃນການປະກວດໃນຄັ້ງນີ້, ແລ້ວນ້ອງກໍຍັງເປັນຄົນໜຶ່ງທີ່ພ້ອມຢູ່ສະເໝີ, ພ້ອມທີ່ຈະຮັບຟັງຄຳຕິເຕືອນ, ພ້ອມທີ່ຈະພັດທະນາຕົວເອງ, ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ ແລະ ນ້ອງກໍພ້ອມແລ້ວທີ່ຈະເປັນ ນາງສາວລາວປະຈຳປີ 2020.
ນ້ອງ ພອນທິບ ພຸດທະວົງ ຫມາຍເລກ ML25 ຂໍຝາກເຖິງທຸກໆຄົນ ໃຫ້ຊ່ວຍເປັນແຮງເຊຍ ແລະ ກໍາລັງໃຈໃຫ້ນ້ອງຕົວແທນຈາກນະຄອນຫຼວງວຽງຈັນແດ່ເດີ້ ໃນການເຮັດຕາມຄວາມຝັນຂອງຕົນເອງຄັ້ງນີ້ໃຫ້ເປັນຈິງ ຂໍຂອບໃຈ
ຂ່າວ: ເມລີ, ພາບຈາກ: Noy Phonethip