ທ່ານ ປອ. ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ໂອ້ລົມການນໍາແຂວງສະຫວັນນະເຂດ

299

ໃນໂອກາດທີ່ເດີນທາງໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 14-15 ພະຈິກ 2020 ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກ ລັດຖະມົນ ຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດ ບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດໂອ້ລົມພະນັກງານການນໍາຂອງແຂວງ ຢູ່ທີ່ຫ້ອງວ່າການປົກຄອງແຂວງສະຫວັນ ນະເຂດ ມີທ່ານ ປອ. ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມ ເຄື່ອນໄຫວ; ໂດຍໄດ້ຮັບ ການຕ້ອນຮັບຈາກທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ບັນດາທ່ານຄະນະປະຈໍາພັກແຂວງ ເຂົ້າຮ່ວມຮັບຟັງ.

ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານສະພາບການນໍ້າຖ້ວມ, ການບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ ໃນເບື້ອງຕົ້ນ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX ໃຫ້ທ່ານຮອງນາຍົກໄດ້ຮັບ ຊາບ, ນັບແຕ່ເດືອນກັນຍາ ຫາ ຕຸລາ ມີພາຍຸຕິດຕໍ່ກັນຫລາຍລູກພັດຜ່ານເຂົ້າມາ ເຮັດໃຫ້ຝົນຕົກແຮງ ເຊິ່ງໄດ້ເຮັດ ໃຫ້ບັນດາສາຍນ້ຳທີ່ສໍາຄັນຄື: ນ້ຳເຊບັ້ງຫຽງ, ເຊໂປນ, ເຊລະນອງ ແລະ ເຊກອກ ເພີ່ມຂຶ້ນລົ້ນຝັ່ງ ເຂົ້າຖ້ວມເນື້ອທີ່ ບ່ອນຕໍ່າ ແລະ ໄຫຼລົງມາຖ້ວມເນື້ອທີ່ຕອນລຸ່ມຂອງເຊບັ້ງຫຽງ. ຖ້ວມແຮງທີ່ສຸດແມ່ນວັນທີ 18 ຕຸລາ ໂດຍສະເພາະ ເມືອງເຊໂປນ ທີ່ຖ້ວມໜັກແບບບໍ່ເຄີຍມີມາກ່ອນໃນຮອບຫຼາຍສິບປີ. ພະຍຸຄັ້ງນີ້ເຮັດໃຫ້ 08 ເມືອງໄດ້ຮັບຜົນກະ ທົບນ້ຳຖ້ວມໝັກຄື: ເມືອງພີນ, ວິລະບູລີ, ນອງ, ຈຳພອນ, ຊົນນະບູລີ, ສອງຄອນ ແລະ ເມືອງທ່າປາທອງ. ນໍ້າຖ້ວມ ບ້ານເຮືອນປະຊາຊົນເສຍຫາຍ ຈຳນວນ 141 ບ້ານ, 10.908 ຫຼັງຄາເຮືອນ ມີ 11.710 ຄອບຄົວ, ມີຈຳນວນພົນ ລະເມືອງ 64.999 ຄົນ, ເຮືອນເປ່ເພທັງໝົດ 120 ຫຼັງ, ເນື້ອທີ່ທໍາການຜະລິດເສຍຫາຍ 23.852 ເຮັກຕາ, ມີໜອງ, ສັດລ້ຽງຕາຍ ແລະ ສູນຫາຍ, ລະບົບຊົນລະປະທານຖືກຖ້ວມ, ເສັ້ນທາງເປ່ເພເສຍຫາຍ, ບັນດາໂຮງຮຽນ-ສຸກສາລາ ແລະ ພື້ນຖານໂຄງລ່າງອື່ນຖືກຜົນກະທົບ, ຊຶ່ງຄາດຄະເນເບື້ອງຕົ້ນມູນຄ່າປະມານ 215,08 ຕື້ກ່ວາກີບ. ສຳລັບການໃຫ້ການຊ່ວຍເຫຼືອເບື້ອງຕົ້ນຂອງຄະນະກຳມະການຄຸ້ມຄອງໄພພິບັດແຂວງ ໄດ້ລະດົມພະນັກ ງານ, ທະຫານ, ຕຳຫຼວດ, ຊາວໜຸ່ມລົງເກັບກູ້ເຂົ້ານາປີ ແລະ ຊ່ວຍຍົກຍ້າຍປະຊາຊົນມາຢູ່ສູນບ່ອນປອດໄພໄດ້ທັງໝົດ 3.252 ເທື່ອຄົນ; ໄດ້ແຈກເຂົ້າສານ 18.800 ໂຕນ, ເຄື່ອງອຸປະໂພກ-ບໍລິໂພກອື່ນໆ ລວມ ມູນຄ່າໃຫ້ການ ຊ່ວຍເຫຼືອເບື້ອງຕົ້ນເປັນເງິນ 765 ລ້ານກວ່າ ກີບ; ນອກຈາກນີ້ຍັງໄດ້ປຸກລະດົມ ການປະກອບສ່ວນທົ່ວສັງຄົມ ໄດ້ທັງໝົດ 69 ພາກສ່ວນ ລວມມູນຄ່າທັງໝົດ 1.451 ລ້ານກວ່າກີບ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາການນໍາຂອງແຂວງ ໂດຍທ່ານໄດ້ຊີ້ນໍາໃຫ້ການນໍາຂອງແຂວງ ຮີບຮ້ອນໃຫ້ການຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາ ຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ການແກ້ໄຂສະເພາະໜ້ານີ້ ຕ້ອງຮີບຮ້ອນລະດົມການຊ່ວຍເຫຼືອເຂົ້າກິນ ທັງຈັດແຈງແຈກຢາຍເຂົ້າທີ່ທົ່ວສັງຄົມຊ່ວຍເຫຼືອ ແລະ ການຊ່ວຍເຫຼືອຂອງຕ່າງປະເທດ ເພື່ອໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບມີເຂົ້າກິນ; ສ້ອມແປງ ແລະ ປຸກສ້າງທີ່ຢູ່ອາໄສໃຫ້ປະຊາຊົນທີ່ບໍ່ມີບ່ອນພັກ ທັງບ່ອນພັກຊົ່ວຄາວ ແລະ ຖາວອນ; ຮີບຮ້ອນຟື້ນຟູອາຄານສະຖານທີ່ຕ່າງໆເຊັ່ນ ສຸກສາລາ ວັດວາອາຮາມ ແລະ ໂຮງຮຽນ ໃຫ້ນັກຮຽນ ໄດ້ເຂົ້າຮຽນເປັນປົກກະຕິ ແລະ ຕໍ່ເນື່ອງ; ຈັດສັນທີ່ດິນທໍາການຜະລິດໃຫ້ປະຊາຊົນທີ່ຖືກຜົນກະທົບໜັກ ແລະ ບໍ່ສາມາດທໍາການຜະລິດຢູ່ບ່ອນເກົ່າໄດ້; ປັບປຸງສ້ອມແປງ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນສາມາດທໍາການຜະລິດ ໃນລະດູແລ້ງໂດຍໄວເປັນຕົ້ນສ້ອມແປງຊົນ ລະປະທານ, ຈັກສູບນໍ້າ, ສະໜອງແນວພັນປູກ ແລະ ອື່ນໆ ໂດຍສົມ ທົບລະຫວ່າງການສະໜອງງົບປະມານຂອງລັດ ແລະ ການປຸກລະດົມກຳລັງແຮງສັງລວມ ຂອງປະຊາຊົນເຂົ້າໃນການ ສ້ອມແປງ ເພື່ອໃຫ້ສາມາດສະຫນອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງນີ້ ພ້ອມທັງ ສ້ອມແປງຖະໜົນຫົນທາງ ທີ່ເປ່ເພ ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນໃນການສັນຈອນໄປມາ ຂົນສົ່ງອຸປະກອນທໍາການຜະລິດ ແລະ ຜົນຜະລິດ; ຄຽງຄູ່ກັນນີ້ກໍຕ້ອງຊຸກຍູ້ສົ່ງເສີມການຜະລິດໃນລະດູແລ້ງຂອງປະຊາຊົນ ໂດຍການປູກພືດໜ້າແລ້ງ ຊະນິດຕ່າງໆ ເພື່ອທົດແທນຜົນຜະລິດທີ່ສູນເສຍໄປກັບໄພນໍ້າຖ້ວມ ໃຫ້ສາມາດ ສະໜອງສະບຽງອາຫານໃນລະດູ ແລ້ງນີ້ ເພື່ອບໍ່ໃຫ້ເກີດໄພອຶດຫິວພາຍຫລັງການເກີດອຸທົກກະໄພຄັ້ງນີ້ ແລະ ສາມາດແຮໄວ້ໃນໄລຍະຍາວ ພ້ອມທັງວາງແຜນການຜະລິດໄລຍະຍາວ ເພື່ອໃຫ້ຮັບປະກັນທາງດ້ານສະບຽງອາຫານ ໃຫ້ປະຊາຊົນຕື່ມອີກ; ນອກ ຈາກນີ້ ໃຫ້ສືບຕໍ່ເອົາໃຈ ໃສ່ການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດຕາມລະດູການ ພິເສດ ແມ່ນເອົາໃຈໃສ່ໃນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພິຍາດ ໂຄວິດ 19 ເນື່ອງຈາກແຂວງ ສະຫວັນນະເຂດ ເປັນແຂວງທາງຜ່ານ ແລະ ເປັນປະຕູເຊື່ອມຕໍ່ກັບບັນດາປະເທດທີ່ສໍາຄັນຂອງລາວ. ສ່ວນການ ກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງແມ່ນເຫັນວ່າອານຸກໍາມະການຕ່າງໆໄດ້ກະກຽມຮອບດ້ານແລ້ວ ໃນນີ້ໃຫ້ເອົາໃຈໃສ່ບາງບັນຫາຕື່ມຄື ເອົາໃຈໃສ່ການຮັກສາຄວາມສະຫງົບໃນທົ່ວປວງຊົນ ຮັບປະກັນໃຫ້ສັງຄົມ ມີຄວາມສະຫງົບ ປອດໄພ ໂດຍຫັນວຽກງານປ້ອງກັນຄວາມສະຫງົບໃຫ້ເປັນຂະບວນການຂອງປະຊາຊົນ ແລະ ການຮັກສາຄວາມສະຫງົບພາຍໃນພັກ.

ໂດຍ: ແສງເພັດ ແຊ່ຈ່າວ