15-17 ພະຈິກ ຫຼາຍແຂວງຈະມີຝົນຕົກ ຈາກອິດທິພົນພະຍຸໝຸນເຂດຮ້ອນວາມກໍ

223

ກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ແຈ້ງເຕືອນໄພພະຍຸໝຸນເຂດຮ້ອນ ປະຈຳວັນທີ 15/11/2020ວ່າ: ພະຍຸໄຕ້ຝຸ່ນ ວາມກໍ ຫົວທີ 22 ປະຈໍາປີ 2020, ຊຶ່ງໃນເວລາ 07 ໂມງ 00 ນາທີ ຂອງວັນທີ 15 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.2 ອົງສາ ເໜືອ ແລະ ເສັ້ນແວງທີ 108.0 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພະຍຸແມ່ນ 126 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ, ພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນເຊົ້າ ຫາ ຕອນທ່ຽງຂອງມື້ນີ້ ແລະ ອ່ອນກຳລັງລົງເປັນພາຍຸດີເປຼ່ຊັນເຄື່ອນທີ່ຜ່ານພາກາງ ຫາ ພາກເໜືອດ້ານຕາເວັນອອກຂອງ ສປປ ລາວ.

ຈະເຮັດໃຫ້ມີຝົນໃນລະດັບ ປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກ ເໜືອດ້ານຕາເວັນອອກ ໃນໄລຍະວັນທີ 15 ຫາ 17 ພະຈິກ 2020.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງ: ແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄຳໄຊ, ແຂວງວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປູກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

.

.