ຈໍາປາສັກ ກາຍເປັນທີມທໍາອິດຊະນະ 4 ນັດລວດໃນບານເຕະທົ່ວປະເທດ ກອດຄໍ ຜົ້ງສາລີ ເຂົ້າຮອບ 8 ທີມ

169

ທີມບານເຕະຊາຍ ແຂວງຈໍາປາສັກ ກາຍເປັນທີມທໍາອິດໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮອບຕ້ອນວັນຊາດທີ 2 ທັນວາ ທີ່ນະຄອນຫຼວງວຽງຈັນ ທີ່ຊະນະ 4 ນັດລວດ ຫຼັງຈາກທີ່ລົງສະໜາມນັດສົ່ງທ້າຍຂອງກຸ່ມ ຂ ເອົາຊະນະ ອຸດົມໄຊ 4-3.

ນັດດັ່ງກ່າວຈັດຂຶ້ນໃນວັນທີ 15 ພະຈິກ ທີ່ສະໜາມກີລາກອງທັບ ຈໍາປາສັກ ຂຶ້ນນໍາໄປກ່ອນ 4-1 ໃນເຄິ່ງເວລາທໍາອິກ, ແຕ່ເຄິ່ງເວລາທີ 2 ອຸດົມໄຊ ໄດ້ເພີມ 2 ປະຕູ ກ່ອນຈົບການແຂ່ງຂັນ ຈໍາປາສັກ ເອົາຊະນະໄປ 4-3

ເຮັດໃຫ້ ຈໍາປາສັກ ເກັບໄຊຊະນະ 4 ນັດລວດມີ 12 ຄະແນນຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະແຊັມກຸ່ມ ຂ ກອດຄໍ ຜົ້ງສາລີ ທີ່ນັດສຸດທ້າຍເອົາຊະນະ ແຂວງວຽງຈັນ ຂາດລອຍ 8-2 ເກັບເພີ່ມເປັນ 7 ຄະແນນເຂົ້າຮອບໃນຖານະຮອງແຊັມກຸ່ມ, ສ່ວນ ເຊກອງ ມີ 5 ຄະແນນ, ອຸດົມໄຊ 2 ຄະແນນ ແລະ ວຽງຈັນ 1 ຄະແນນຕົກຮອບໄປ.

ສໍາລັບ ແຂວງຈໍາປາສັກ ຈະໄປພົບທີ 2 ຂອງສາຍ ງ ກໍຄື ແຂວງຫົວພັນ ໃນວັນທີ 17 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມນອກ, ສ່ວນ ຜົ້ງສາລີ ຈະໄປພົບກັບທີ 1 ຂອງສາຍ ງ ກໍຄື ແຂວງສະຫວັນນະເຂດ ໃນວັນດຽວກັນທີ່ສະໜາມກອງທັງ ເວລາ 15 ໂມງເທົ່າກັນ.