ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຢ້ຽມຢາມ-ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ

155

ໃນລະຫວ່າງວັນທີ 14 ພະຈິກ 2020 ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານ ອົງການກວດກາ ລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ເພື່ອເປັນກໍາລັງໃຈໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ມີທ່ານ ປອ ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມເຄື່ອນໄຫວ; ໂດຍໄດ້ຮັບ ການຕ້ອນຮັບຈາກທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ບັນດາທ່ານຄະນະປະຈໍາພັກ, ຄະນະພັກ, ພະນັກງານຫຼັກແຫຼ່ງ, ທະຫານຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ຊາວເມືອງຊົນນະບູລີໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກນໍາ.

ກ່ອນອື່ນທ່ານ ທ່ານ ສຸວິໄລ ຫລວງຊະລາດ ເລຂາພັກເມືອງ, ເຈົ້າເມືອງຊົນນະບູລີ ໄດ້ລາຍງານສະພາບ ຜົນເສຍຫາຍຂອງໄພນໍ້າຖ້ວມຄັ້ງນີ້ ໃຫ້ທ່ານຍຮອງນາຍົກລັດຖະມົນຕີ ແລະ ຄະນະຮັບຊາບ ເຊິ່ງ ທົ່ວເມືອງມີຈຳນວນບ້ານທີ່ໄດ້ຮັບຜົນກະທົບ 45 ບ້ານ , 4.436 ຫຼັງຄາເຮືອນ ມີພົນລະເມືອງ 30.395 / ຍິງ 15.146 ຄົນ, ເນື້ອທີ່ຖືກຖ້ວມທັງໝົດ7,288 ເຮັກຕາ, ສວນພືດ 176 ເຮັກຕາ, ໜອງປາ 369 ໜອງ, ລະບົບຊົນລະປະທານ 09 ແຫ່ງ, ປະຕູນ້ຳ 3 ແຫ່ງ, ໂຮງຮຽນ 27 ແຫ່ງ, ນ້ຳສ້າງຕົ້ນ 141 ບໍ່, ນ້ຳບາດານ 261 ບໍ່, ວິດຖ່າຍ 1.228 ໜ່ວຍ, ກ໊ອກນ້ຳປະປາຊຸມຊົນ 864 ກ້ອກ. ບ້ານທີ່ໄດ້ປົດໄຟໄວ້ເພື່ອຄວາມປອດໄພ ມີຈຳນວນທັງໝົດ 27 ບ້ານ, ເສັ້ນທາງທີ່ຖືກຕັດຂາດໃນການສັນຈອນ 12 ເສັ້ນ, ວັດທີ່ຖືກຖ້ວມ 12 ວັດ. ການຊ່ວຍເຫຼືອເບື້ອງຕົ້ນ ກຳລັງ ປກຊ-ປກສ ເມືອງຊົນນະບູລີ ສົມທົບກັບກຳລັງກອງຮ້ອຍ ຄໍ 35 ໄດ້ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນ ເບື້ອງຕົ້ນກູ້ເຂົ້າສຸກຕາມທົ່ງນາ ໄດ້ປະມານ 40% ໂດຍນຳໃຊ້ກຳລັງຂອງ ອ້າຍນ້ອງທະຫານ ຄ 35 ຂອງແຂວງ ສົມທົບກັບອ້າຍນ້ອງປກຊ-ປກສ ອ້າຍນ້ອງພະນັກງານພາຍໃນເມືອງ ຕະຫຼອດຮອດບ້ານຕໍ່ບ້ານກໍ່ໄດ້ຊ່ວຍກັນ. ສ້າງຈຸດພັກຊົ່ວຄາວຮອງຮັບໄວ້ແລ້ວມີຈຳນວນ 07 ຈຸດ; ພາຍຫຼັງທີ່ນ້ຳຂື້ນແຮງ ໄດ້ເອົາກຳລັງລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ ອອກຈາກຈຸດຕ່າງໆທີ່ຖືກນ້ຳຖ້ວມ ລວມທັງໝົດ ຈຳນວນ 8 ບ້ານ ລວມທັງໝົດໃນ 06 ຈຸດ ມີ 349 ຄອບຄົວ,ຈຳນວນພົນ 1,722 ຄົນ, ຍິງ 899 ຄົນ .ມາຮອດວັນທີ 05/11/2020 ກໍ່ໄດ້ເກີດໄຟໄໝ້ເຮືອນຂອງພໍ່ແມ່ປະຊາຊົນບ້ານດົງຫວາຍ ເມືອງຊົນນະບູລີທັງໝົດ 9 ຫຼັງ ໄຟໄໝ້100% 7 ຫຼັງ.

ພາຍຫຼັງຮັບຟັງການລາຍງານແລ້ວທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕື່ມ ອີກ ໂດຍທ່ານໄດ້ເນັ້ນໃຫ້ການນໍາຂອງແຂວງ ແລະ ເມືອງໃຫ້ຮີບຮ້ອນແກ້ໃຫ້ປະຊາຊົນ ທີ່ບໍ່ບ່ອນຢູ່ອາໄສ ທັງບ່ອນຢູ່ຊົ່ວຄາວແລະ ບ່ອນຢູ່ຖາວອນ ໃຫ້ເຂົາເຈົ້າມີບ່ອນຢູ່, ຮີບຮ້ອນຟື້ນຟູອາຄານສະຖານທີ່ຕ່າງໆເຊັ່ນ ສຸກສາລາ ວັດວາອາຮາມ ແລະ ໂຮງຮຽນ ໃຫ້ນັກຮຽນໄດ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ປັງປຸງສ້ອມແປງ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນສາມາດທໍາການຜະລິດໃນຫນ້າແລ້ງໂດຍໄວເປັນຕົ້ນສ້ອມແປງຊົນລະປະທານ, ຈັກສູບນໍ້າ ແລະ ອື່ນໆ ໂດຍສົມທົບລະຫວ່າງການສະໜອງງົບປະມານຂອງລັດ ແລະ ການປຸກລະດົມກຳລັງແຮງສັງລວມ ຂອງປະຊາຊົນເຂົ້າໃນການສ້ອມແປງ ເພື່ອໃຫ້ສາມາດສະຫນອງນໍ້າໃຫ້ແກ່ການຜະລິເໃນລະດູແລ້ງນີ້ ພ້ອມທັງ ສ້ອມແປງຖະໜົນທົນທາງທີ່ເປ່ເພ ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນໃນການສັນຈອນໄປມາ ຂົນສົ່ງອຸປະ ກອນທໍາການຜະລິດ ແລະ ຜົນຜະລິດ; ຄຽງຄູ່ກັນີ້ກໍຕ້ອງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ສາມາດ ສະໜອງສະບຽງອາຫານໃນລະດູແລ້ງນີ້ ເພື່ອບໍ່ໃຫ້ເກີດໄພອຶດຫິວພາຍຫລັງການເກີດອຸທົກກະໄພຄັ້ງນີ້ ແລະ ສາມາດແຮໄວໃນໄລຍະຍາວ ພ້ອມທັງວາງແຜນການຜະລິດໄລຍະຍາວ ເພື່ອໃຫ້ຮັບປະກັນທາງດ້ານສະບຽງອາຫານ ໃຫ້ປະຊາຊົນຕື່ມອີກ; ນອກຈາກນີ້ ໃຫ້ສືບຕໍ່ເອົາໃຈໃສ່ການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດຕາມລະດູການ ພິເສດແມ່ນເອົາໃຈໃສ່ໃນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພິຍາດ ໂຄວິດ 19 , ເອົາໃຈໃສ່ການຮັກສາຄວາມສະຫງົບໃນທົ່ວປວງຊົນ ຮັບປະກັນໃກ້ສັງຄົມມີຄວາມສະຫງົບ ປອດຳພ ໂດຍຫັນວຽກງານປ້ອງກັນຮວາມສະຫງົບໃຫ້ເປັນຂະບວນການຂອງປະຊາຊົນ.

ໂອກາດນີ້ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ກໍ່ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ຄື: ໂຈກ, ສະບູ່ຟຸ່ນ (ແຟັບ) , ສະບູ່ແຫຼວ, ຢາສະຜົມ, ຢາສີແຂ້ວ, ໝີ່ເຄິ່ງສໍາເລັດຮູບ, ນົມ, ແປ້ງນົວ, ເຂົ້າສານ, ແນວພັນເຂົ້າ, ສັງກະສີ ລວມມູນຄ່າ 363 ລ້ານກວ່າກີບ ແລະ ເງິນສົດອີກ 150 ລ້ານກີບ ໃຫ້ເມືອງຊົນນະບູລີ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຄັ້ງໜີອີກດ້ວຍ.

ໂດຍ: ແສງເພັດ ແຊ່ຈ່າວ