ສະມາຊິກສະພາແຫ່ງຊາດ ລົງຢ້ຽມຢາມໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງປັດຈຸບັນຄືບໜ້າກວ່າ 80%

152

ໃນວັນທີ 14 ພະຈິກ 2020 ສະມາຊິກສະພາແຫ່ງຊາດ (ສສຊ ) ທີ່ໄດ້ມາເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ນຳໂດຍ ທ່ານສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ວິສະວະກຳທາງລົດໄຟເລກ 2 ສປ ຈີນ ຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອຕິດຕາມກວດກາຄວາມຄືບໜ້າການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໂດຍໄດ້ຮັບການຕ້ອນຮັບຈາກທູດເສດຖະກິດແຫ່ງ ສປ ຈີນ ປະຈໍາ ລາວ, ຜູ້ອຳນວຍການໃຫຍ່ ບໍລິສັດ ວິສະວະກຳທາງລົດໄຟ ລາວ-ຈີນ ເລກ 2 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໂອກາດນີ້ສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການ ລາຍງານຄວາມໜ້າການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນໂດຍລວມມີຄວາມຄືບໜ້າ 80%. ໃນນີ້, ແບ່ງເປັນໜ້າຍ່ອຍເປັນຕົ້ນ: ວຽກການວາງຂາງຂົວ ກວມຫຼາຍກວ່າ 95%, ການວາງລາງລົດໄຟ ມີຄວາມຄືບໜ້າເກືອບ 56%, ວຽກລະບົບຄືບໜ້າ 19% ແລະ ການກໍ່ສ້າງສະຖານນີ ມີຄວາມໜ້າກວ່າ 21% ແລະ ວຽກງານອື່ນໆກໍ່ມີຄວາມຄືບໜ້າຕາມລຳດັບ.

ໂອກາດນີ້ ທ່ານ ສາຍທອງ ແກ້ວດວງດີ ຕາງໜ້າໃຫ້ຄະນະຜູ້ແທນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານທຸກຄົນລວມເຖິງພາກສ່ວນກ່ຽວຂ້ອງຕ່າງໆທີ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ຢ່າງແຂງແຮງໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ເຮັດໃຫ້ໂຄງການມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.

ໂຄງທາງລົດໄຟ ລາວ-ຈີນ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ທັນວາ 2016 ມີໄລຍະການກໍ່ສ້າງ 5 ປີ ແລະ ຈະເປີດນຳໃຊ້ໃນທ້າຍປີ 2021 ເຊິ່ງນໍາໃຊ້ງົບປະມານກໍ່ສ້າງ 37,400 ຕື້ຢວນ, ການກໍ່ສ້າງແບ່ງອອກເປັນ 2 ໄລຍະຄື: ແຕ່ຢູ່ຍຊີ ຫາ ບໍ່ຫານ ມີຄວາມຍາວ 509 ກິໂລແມັດ ແລະ ແຕ່ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວ 422 ກິໂລແມັດ ຖືກອອກແບບດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ມີ 32ສະຖານນີ ໂດຍເປັນໂຄງການບູລິມາສິດທຳອິດ ພາຍໃຕ້ຫົວຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ກາຍເປັນສັນຍາລັກແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ.

ທັງນີ້, ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ບໍລິສັດ ວະສະວະກຳທາງລົດໄຟເລກ 2 ຂອງ ສສຊ ໃນຄັງນີ້ ຍັງໄດ້ໄປທ່ຽວຊົມຫ້ອງເຊື່ອມຈອດລາງລົດໄຟ, ທ່ຽວຊົມເຂດເກັບມ້ຽນລາງລົດໄຟ ແລະ ຂີ່ລົດໄຟໃນຂະບວນທົດລອງ ເພື່ອທ່ຽວຊົມທັດສະນີຍະພາບລະຫວ່າງສອງຝາກທາງ ໂຄງການກໍ່ສ້າງທາງລົດໄຟດັ່ງກ່າວ.

.

.