ກົມທີ່ດິນ ຈັບມື ທຄຕລ ພັດທະນາລະບົບຖານຂໍ້ມູນທີ່ດິນ ເພື່ອຫັນເປັນທັນສະໄໝ

434

ເພື່ອເຊື່ອມຕໍ່ລະບົບຂໍ້ມູນ – ຂ່າວສານທີ່ດິນ ໄປສູ່ລະບົບການຊຳລະພາສີທີ່ດິນໂດຍລະບົບດິຈິຕອນ, ໃນວັນທີ 12 ພະຈິກ 2020 ນີ້ ທີ່ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ກຊສ ) ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ເພື່ອຫັນເປັນທັນສະໄໝ ລະຫວ່າງກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທະນາຄານການຄ້າຕ່າງ  ປະເທດລາວ ມະຫາຊົນ  ( ທຄຕລ ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າ – ຮອງຫົວໜ້າກົມ, ຜູ້ອຳນວຍການໃຫຍ່ ທຄຕລ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນສັກຂີພິຍານ.

ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກ່າວວ່າ: ໄລຍະຜ່ານມາກົມທີ່ດິນໄດ້ສຳເລັດການຂຶ້ນໃບທະບຽນທີ່ດິນໄດ້ 552 ພັນຕອນ ເທົ່າກັບ 120% ຂອງແຜນ 5 ປີ, ສ້າງເຂດຕົວເມືອງມູນຄ່າທີ່ດິນສຳເລັດ 111 ເມືອງ ແລະ ຄາດວ່າໃນປີ 2020 ຈະສຳເລັດໄດ້ 148 ເມືອງ ໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງປະຕິບັດ ໂດຍສະເພາະແຜນການຈັດສັນທີ່ດິນ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຈະສຳເລັດໃນໄວໆນີ້. ສະນັ້ນ, ເພື່ອເປັນພື້ນຖານໃນການຄິດໄລ່ຄ່າທຳນຽມ ຕິດພັນກັບການປະເມີນລາຄາ, ການຈັດສັນທີ່ດິນ, ຕິດພັນກັບການຫັນເປັນທັນສະໄໝ ໂດຍສະເພາະການຄຸ້ມຄອງບໍລິຫານທີ່ດິນ ຈຶ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ເພື່ອຫັນເປັນທັນສະໄໝ ລະຫວ່າງກົມທີ່ດິນ, ກຊສ ແລະ ທຄຕລ ເພື່ອເຊື່ອມຕໍ່ລະບົບຂໍ້ມູນ – ຂ່າວສານທີ່ດິນໄປສູ່ລະບົບການຊຳລະພາສີທີ່ດິນ ໂດຍລະບົບດິຈິຕອນ ແລະ ຈະສືບຕໍ່ພັດທະນາຮ່ວມກັນ ໂດຍສະເພາະຄ່າທຳນຽມ, ຄ່າບໍລິການຕ່າງໆທີ່ຕິດພັນກັບທີ່ດິນ ແລະ ອາກອນທີ່ດິນ, ການຊື້ – ຂາຍທີ່ດິນ.

ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ກ່າວວ່າ: ທາງທະນາຄານຂອງພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືດັ່ງກ່າວຈະຊ່ວຍຍົກລະດັບການຊຳລະພາສີທີ່ດິນຜ່ານລະບົບທະນາຄານໃຫ້ມີການພັດທະນາບາດກ້າວໃໝ່ທີ່ສະດວກກວ່າເກົ່າ ເຊິ່ງການຊຳລະພາສີທີ່ດິນແມ່ນການຮ່ວມມືລະຫວ່າງກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທຄຕລ ໂດຍປະຕິບັດຕາມນະໂຍບາຍຂອງພັກ ແລະ ລັດຖະບານໃນການຫັນລະບົບການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານຂອງລັດ ດ້ວຍລະບົບທັນສະໄໝເທື່ອລະກ້າວ ແລະ ລະບົບດັ່ງກ່າວນີ້ໄດ້ມີການພັດທະນາມາແຕ່ປີ 2018 ສາມາດເປີດນຳໃຊ້ຊຳລະພາສີທີ່ດິນຜ່ານທະນາຄານໄດ້ໃນເດືອນພະຈິກ 2018 ເປັນຕົ້ນມາ ແລະ ຮອດປັດຈຸບັນມີທະນາຄານຕົວແທນຮັບຊຳລະພາສີທີ່ດິນຮ່ວມກັບ ທຄຕລ ແລ້ວ 9 ທະນາຄານ.

ຜ່ານການປະຕິບັດໂຄງການຊຳລະພາສີທີ່ດິນໃນໄລຍະຜ່ານມາ ທຄຕລ ໄດ້ເຫັນເຖິງຄວາມຈຳເປັນໃນການມີຂໍ້ມູນຕອນດິນທີ່ໜ້າເຊື່ອຖື ແລະ ຖືກຕ້ອງ. ສະນັ້ນ, ກົມທີ່ດິນ ແລະ ທຄຕລ ຈຶ່ງເຫັນດີຮ່ວມມືກັນໃນການເຊື່ອມຕໍ່ຂໍ້ມູນຕອນດິນຈາກລະບົບທີ່ດິນແຫ່ງຊາດ ກັບ ລະບົບຊຳລະຂອງທະນາຄານ ເຊິ່ງຈະເຮັດໃຫ້ຂໍ້ມູນຕອນດິນມີລັກສະນະລວມສູນ ແລະ ມີຄວາມຊັດເຈນ ອັນຈະເປັນພື້ນຖານໃຫ້ແກ່ການກັບພາສີ, ການນຳໃຊ້ທີ່ດິນ, ຄ່າທຳນຽມ ແລະ ການບໍລິການຕ່າງໆ ກ່ຽວກັບທີ່ດິນຢ່າງຖືກຕ້ອງ.

ຕາງໜ້າເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ເພື່ອຫັນເປັນທັນສະໄໝ ໂດຍ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກຊສ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ.