ຂ່າວດີ! ລັດແຈ້ງປັບລົງລາຄານໍ້າມັນເລີ່ມມື້ນີ້ເປັນຕົ້ນໄປ ພິເສດຮອບນີ້ແອັດຊັງລົງຫຼາຍກວ່າກາຊວນ

225

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການປັບລົງລາຄານໍ້າມັນ ທັງແອັດຊັງພິເສດ, ແອັດຊັງທໍາມະດາ ແລະ ກາຊວນ ມີຜົນນັບແຕ່ງວັນທີ 13 ພະຈິກ 2020 ເປັນຕົ້ນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍ່ ແລະ ການຄ້າ ສະບັບເລກທີ 1019/ອຄ.ກຄພນ, ລົງວັນທີ 12 ພະຈິກ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.

ການປັບລາຄານໍ້າມັນໃນຄັ້ງນີ້ ແອັດຊັງພິເສດ ປັບລົງ 200ກີບຕໍ່ລິດ, ແອັດຊັງທໍາມະດາ ປັບລົງ 200 ກີບຕໍ່ລິດ ແລະ ກາຊວນ ປັບລົງ 100ກີບຕໍ່ລິດ, ໂດຍລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິດບັດວັນທີ 13 ພະຈິກ 2020 ໃນຂອບເຂດທົ່ວປະເທດ. ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0901/ກຄພນ.ຄສລ, ລົງວັນທີ 12 ພະຈິກ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນແຈ້ງການຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ໃຊ້ປ່ຽນແທນແຈ້ງການ ສະບັບເລກທີ 0980/ອຄ.ກຄພນ, ລົງວັນທີ 29 ຕຸລາ 2020.