ບານເຕະຍິງເລີ່ມແຂ່ງມື້ນີ້ ນະຄອນຫຼວງ-ແຂວງວຽງຈັນ 2 ທີມໜ້າຕິດຕາມ

84

ການແຂ່ງຂັນບານເຕະຍິງ ໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ຈະເລີ່ມແຂ່ງຂັນໃນມື້ນີ້ວັນທີ 13 ພະຈິກ 2020 ທີ່ສະໜາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມື້ນີ້ຈະໄປເບິ່ງຄວາມພ້ອມຂອງ 2 ທີມທີ່ໜ້າຕິດຕາມ ແລະ ຕົວເຕັງຢ່າງ ເຈົ້າພາບ ນະຄອນຫຼວງວຽງຈັນ ຢູ່ສາຍ ຂ ແລະ ແຂວງວຽງຈັນ ຢູ່ສາຍ ກ.

ທ່ານ ພູເງິນ ບົວທອງ ຜູ້ຈັດການທີມບານເຕະແຂວງວຽງຈັນ ລາຍງານຄວາມພ້ອມຂອງທີມ ເມື່ອວັນທີ 12 ພະຈິກ 2020 ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ໃນພິທີຖະແຫຼງຂ່າວກຽມຄວາມພ້ອມກ່ອນການແຂ່ງຂັນວ່າ: ທີມບານເຕະຍິງແຂວງວຽງຈັນ ໄດ້ມີການກຽມຄວາມພ້ອມມາຕັ້ງແຕ່ເດືອນຕຸລາ 2019 ເພື່ອຊອກຫານັກກີລາທີ່ມີຄວາມສາມາດໂດຍໄດ້ເລືອກຢູ່ 2 ຈຸດຄືຢູ່ ນະຄອນຫຼວງ ແລະ ແຂວງວຽງຈັນ ເຊິ່ງມາຮອດມື້ນີ້ມີຄວາມພ້ອມແລ້ວຈະເຂົ້າຮ່ວມການແຂ່ງຂັນລາຍການນີ້, ສ່ວນນັດທໍາອິດທີ່ຈະພົບກັບ ຈໍາປາສັກ ຈະເຮັດໃຫ້ເຕັມທີ່ທຸກໆນັດ ເພື່ອເຮັດໃຫ້ຜົນງານອອກມາດີທີ່ສຸດ ແລະ ກ້າວສູ່ຮອບເລິກໆ.

ສ່ວນຄູ່ແຂ່ງຂອງແຂວງວຽງຈັນ ໃນນັດທໍາອິດຢ່າງ ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ຫົວໜ້າຄູຝຶກບານເຕະຍິງແຂວງຈໍາປາສັກ ກ່າວວ່າ: ໄລຍະການກຽມພ້ອມຂອງທີມບານເຕະຍິງແຂວງຈໍາປາສັກ ແມ່ນແບ່ງເປັນ 2 ໄລຍະຄື ເອົານັກກີລາທົ່ວແຂວງມາຄັດຕົວເອງນັກກີລາທີ່ມີຄວາມສາມາດ, ສ່ວນໄລຍະທີ 2 ແມ່ນເຂົ້ານອນສູນ ແລະ ມາຮອດປັດຈຸບັນແມ່ນມີຄວາມພ້ອມ 100%, ເຊິ່ງນັດທໍາອິດຈະພົບກັບ ແຂວງວຽງຈັນ ແມ່ນມີຄວາມພ້ອມ ເຊິ່ງນັກເຕະແຂວງວຽງຈັນ ແມ່ນມີຄວາມພ້ອມຫຼາຍ ແລະ ມີປະສົບການສູງ. ຢ່າງໃດກໍຕາມ ພວກເຮົາຈະສູ້ຊົນເກັບຄະແນນໃຫ້ໄດ້ໃນນັດທໍາອິດ ເພື່ອຫວັງເຂົ້າຮອບສອງໃຫ້ໄດ້.

ຂະນະທີ່ ຄວາມພ້ອມຂອງກຸ່ມ ຂ ທ່ານ ພອນໄຊ ພັນທອງຄໍາ ຫົວໜ້າຄູຝຶກ ທີມບານເຕະນະຄອນຫຼວງວຽງຈັນ ລາຍງານວ່າ: ທີມບານເຕະຍິງນະຄອນຫຼວງວຽງຈັນ ແມ່ນໄດ້ກຽມຄວາມພ້ອມ ແລະ ຄັດເລືອກນັກກີລາມາແຕ່ເດືອນຕຸລາ 2019 ກ່ອນເຂົ້ານອນສູນ ຈົນມາຮອດປັດຈຸບັນແມ່ນມີຄວາມພ້ອມ 100%, ສໍາລັບ ນັດທໍາອິດທີ່ຈະພົບກັບ ແຂວງສະຫວັນນະເຂດ ພວກເຮົາກໍຈະເຮັດເຕັມທີ່ ເພື່ອຫວັງເຂົ້າຮອບ 4 ທີມໃຫ້ໄດ້.

ສ່ວນຄູ່ແຂ່ງຂອງ ນະຄອນຫຼວງ ທ່ານ ສຸກທະວີ ແກ້ວກຸນລະວົງ ຫົວໜ້າຄູຝຶກບານເຕະຍິງແຂວງສະຫວັນນະເຂດ ກ່າວວ່າ: ໄດ້ຄັດເລືອກນັກກີລາພາຍໃນແຂວງ ເລີ່ມຈາກການຄັດເລືອກນັກກີລາເດັ່ນຈາກຫຼາຍເມືອງ ແລະ ໄດ້ເກັບຕົວຝຶກຊ້ອມ ແລະ ມາຮອດປັດຈຸບັນແມ່ນກຽມພ້ອມ 100%, ສ່ວນເປົ້າໝາຍຂອງພວກເຮົາແມ່ນຫວັງເຂົ້າຮອບນັດຊີງຊະນະເລີດໃຫ້ໄດ້ ເພື່ອເປັນກໍາລັງໃຈໃຫ້ກັບຊາວເມືອງທີ່ຖືກນໍາຖ້ວມ ແລະ ຖ້າໄດ້ເງິນລາງວັນພວກເຮົາຈະເອົາເງິນໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ສໍາລັບ ການແຂ່ງຂັນບານເຕະຍິງຈະເລີ່ມໃນມື້ນີ້ 13 ພະຈິກ 2020 ທີ່ສະໜາມບານເຕະຫຍ້າທຽມ ສະຫະພັນບານເຕະແຫ່ງຊາດ ໂດຍຕາຕະລາງແຂ່ງຂັນນັດທໍາອິດມີດັ່ງນີ້:
-ສາຍ ກ: ຊຽງຂວາງ ພົບ ໄຊຍະບູລີ ເວລາ 9:30 ໂມງທີ່ສະໜາມ 1
-ສາຍ ຂ: ສະຫວັນນະເຂດ ພົບ ນະຄອນຫຼວງ ເວລາ 9:30 ໂມງທີ່ສະໜາມ 2

-ສາຍ ກ: ຈໍາປາສັກ ພົບ ວຽງຈັນ ເວລາ 15:00 ໂມງທີ່ສະໜາມ 1
-ສາຍ ຂ: ອຸດົມໄຊ ພົບ ຫຼວງນໍ້າທາ ເວລາ 15:00 ໂມງທີ່ສະໜາມ 2