ສະຕາໂທລະຄົມ ສາຂາຫຼວງພະບາງ ແລະ ຫຼວງນ້ຳທາ ຈັດສຳມະນາເຕັກໂນໂລຊີດີຈິຕອນ

90

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ສາຂາ ຫຼວງພະບາງ ແລະ ສາຂາຫຼວງນ້ຳທາ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈິຕອນ ເພື່ອເຜີຍແຜ່ສູ່ພະນັກ ງານຂອງຕົນ ແລະ ແຂກຮັບເຊີນພາຍໃນແຂວງ.

ໂດຍສາຂາຫຼວງພະບາງຈັດຂຶ້ນເມື່ອວັນທີ 6 ພະຈິກ ຜ່ານມາຈັດທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູມີ ອໍເພັດສານ ຫົວໜ້າພະແນກໄປສະນີ, ໂທລະຄົມ ແລະ ການສື່ສານ; ມີຮອງຜູ້ອໍານວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ບັນດາພະແນກ ການອ້ອມຂ້າງ.

ຂະນະທີ່ສາຂາແຂວງຫຼວງນໍ້າທາ ຈັດຂຶ້ນເມື່ອວັນທີ 9 ພະຈິກ ຜ່ານມາ ຈັດທີ່ຫ້ອງປະຊຸມ ຂອງແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄຳພາວົງ ກຳມະການພັກແຂວງ ມີຮອງຜູ້ອຳນວການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ແລະ ບັນດາພະແນກການຂອງແຂວງ.

ທັງສອງສາຂາດັ່ງກ່າວ ແມ່ນຈັດໃນຫົວຂໍ້ດຽວກັນ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງກ່ຽວກັບວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈີຕອນ ເປັນຕົ້ນ: ລະບົບຢູອ໋ອບຟິສ, ວີດີໂອຄອນເຟີເລັນ, ຢູມັນນີ.

  • ຢູມັນນີ ແມ່ນຜະລິດຕະພັນສໍາເລັດຮູບ ທາງເລືອກດ້ານລະບົບໄອທີ ເຮັດໜ້າທີ່ບໍລິການດ້ານການເງິນຜ່ານມືຖື ອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງຜູ້ຊົມໃຊ້ ເປັນຕົ້ນ: ແມ່ນການໂອນເງິນ, ຖອນເງິນ, ຊໍາລະຄ່າໂທລະສັບ, ຄ່າອິນເຕີເນັດ, ຊື້ເຄື່ອງອຸປະໂພກ-ບໍລິໂພກ, ຊື້ຫວຍ, ເບີກຈ່າຍເງິນ ເດືອນໃຫ້ພະນັກງານ ແລະ ບໍລິການອື່ນໆ. ຢູມັນນີ ນອກຈາກຈະເຮັດໃຫ້ຜູ້ຊົມໃຊ້ ມີຄວາມທັນສະໄໝ, ສະດວກສະບາຍແລ້ວ, ຍັງຫຼຸດຜ່ອນຄວາມສ່ຽງໃນການເດີນທາງ, ຫຼຸດຄວາມສ່ຽງໃນການຖືກໂຈລະກໍາປຸ້ນຈີ້, ເປັນລະບົບທີ່ມີຄວາມປອດໄພສູງ ເພາະຈະມີຂໍ້ຄວາມແຈ້ງເຕືອນເພື່ອຢືນຢັນທຸກໆການ ເຄື່ອນໄຫວເຮັດທຸລະກໍາຂອງທ່ານ.

  • ຢູອ໋ອບຟິສ ແມ່ນໝາຍເຖິງລະບົບຫ້ອງການ ແລະ ເອກະສານເອເລັກໂຕຣນິກ ທີ່ນໍາໃຊ້ຜ່ານລະບົບຄຣາວ ທີ່ນໍາມາໃຊ້ເຂົ້າໃນການຈັດການເອກະສານ, ເກັບຮັກສາເອກະ ສານ, ການຄົ້ນຫາ-ການສົ່ງຕໍ່ເອກະສານ, ການສົ່ງເຊັນເອກະສານຜ່ານເອເລັກໂຕຣນິກ ໃຫ້ມີຄວາມສະດວກ, ທັນສະໄໝ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ທີ່ເໝາະແກ່ບັນດາອົງການຈັດຕັ້ງລັດຖະ ບານ, ບັນດາກະຊວງ, ຫົວໜ່ວຍທຸລະກິດ, ທະນາຄານ.

  • ວີດີໂອ ຄອນເຟີເລັນ ແມ່ນເປັນລະບົບທີ່ນໍາໃຊ້ ເພື່ອຈັດກອງປະຊຸມທາງໄກແບບທັນສະໄໝ, ສາມາດຈັດກອງປະຊຸມໄດ້ຢ່າງວ່ອງໄວໄດ້ທຸກທີ່ທຸກເວລາ ທີ່ມີສັນຍານອິນເຕີເນັດ,ເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກະກຽມກອງປະຊຸມ ຊ່ວຍປະຢັດການລົງທຶນ ແລະ ການບໍລິຫານ,ໂດຍນໍາໃຊ້ໄດ້ຜ່ານໂທລະສັບມືຖື, ເດດທ໋ອບ,ໂນ໊ດບຸກ ແລະ ຄອມພິວເຕີຕັ້ງໂຕະ ການບໍລິການຕ່າງໆຍັງຮັບປະກັນຄວາມລັບ ແລະ ມີຄວາມປອດໄພ.