ຫົວເຫວີຍ ປະຈຳລາວ ແລະ ລາວ ໂທລະຄົມ ຈັດງານບັນຍາຍ

121

ພາຍໃຕ້ຫົວຂໍ້  “ 5G ເຕັກໂນໂລຊີໃໝ່ພັດທະນາເພື່ອການສຶກສາໃນອະນາຄົດ ”

ໂດຍການຮ່ວມມືຂອງ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດຜູ້ດຽວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດງານບັນລະຍາຍໃນຫົວຂໍ້ “ 5G ເຕັກໂນໂລຊີໃໝ່ພັດທະນາເພື່ອການສຶກສາໃນອະນາຄົດ ” ໃຫ້ກັບຄະນະຄູ – ອາຈານ ແລະ ນັກສຶກສາ, ໃນວັນທີ 6 ພະຈິກ 2020 ທີ່ຜ່ານມາ ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ( ວິທະຍາເຂດໂສກປ່າຫຼວງ ) ແລະ ໄດ້ໃຫ້ກຽດເປີດງານໂດຍ ທ່ານ ຮສ. ປອ, ຄຳຜຸຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກຳສາດ ແລະ ໃຫ້ກຽດເຂົ້າຮ່ວມໂດຍ Mr. Kevin ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ ແລະ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ບັນດາພະແນກການທີ່ກ່ຽວຂ້ອງ.

ການບັນຍາຍໃນຄັ້ງນີ້ແມ່ນໄດ້ຮັບກຽດຈາກ ອາຈານ ວາລະພອນ ປາງບຸນຍະວົງ ຈາກພາກສ່ວນ ຫົວເຫວີຍ ປະຈຳລາວ ແລະ ຄະນະຄູ – ອາຈານ ພ້ອມດ້ວຍນັກສຶກສາລວມທັງໝົດ 350 ທ່ານ.

ຈຸດປະສົງການບັນຍາຍໃນຄັ້ງນີ້ ກໍເພື່ອເປັນການອັບເດດຂໍ້ມູນ – ຂ່າວສານດ້ານໂທລະຄົມມະນາຄົມໃຫ້ແກ່ຄູ – ອາຈານ ລວມທັງນ້ອງໆນັກສຶກສາໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບຄວາມກ້າວໜ້າ, ຄວາມທັນສະໄໝ ແລະ ປະສິດທິພາບຂອງເຕັກໂນໂລຊີ 5G ໃຫ້ຫຼາຍຂຶ້ນ. ພ້ອມທັງຍົກສູງການຖ່າຍທອດຄວາມຮູ້, ຄວາມເຂົ້າໃຈ ເພື່ອໝູນໃຊ້ຜົນປະໂຫຍດຂອງຂະແໜງການສື່ສານໂທລະຄົມມະນາຄົມ, ຊຸກຍູ້ການກໍ່ສ້າງ ແລະ ການເຂົ້າຮ່ວມປະຊາຄົມດ້ານດິຈິຕອນຢູ່ໃນພາກພື້ນ ເພື່ອເປັນການສ້າງ ແລະ ພັດທະນາບຸກຄະລາກອນໃຫ້ມີຄຸນນະພາບ.

ໂຄງການບັນຍາຍໃນຄັ້ງນີ້ ກໍແມ່ນສ່ວນໜຶ່ງຂອງໂຄງການການຮ່ວມມືດ້ານ ICT ໄລຍະຍາວທີ່ຫົວເຫວີຍ ປະຈຳລາວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັບມືກັນຈັດຂຶ້ນໃນວັນທີ 30  ຕຸລາ 2020 ທີ່ຜ່ານມາ.

ໂດຍໂຄງການດັ່ງກ່າວແມ່ນມີຈຸດປະສົງຝຶກອົບຮົມຜູ້ທີ່ມີຄວາມສາມາດດ້ານ ICT ໃຫ້ກັບບຸກຄະລາກອນລາວໃຫ້ຫຼາຍຂຶ້ນ, ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ໂທລະຄົມມະນາຄົມ ມະຫາຊົນ ລວມທັງຄະນະຜູ້ບໍລິຫານກໍໄດ້ເຂົ້າຮ່ວມພິທີເປີດໂຄງການ, ໂດຍ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ໂທລະຄົມມະນາຄົມ ມະຫາຊົນ ກໍໄດ້ໃຫ້ຄວາມເຊື່ອໝັ້ນຕໍ່ອຸປະກອນ 5G ຂອງຫົວເຫວີຍ ທີ່ສາມາດເຮັດວຽກໄດ້ດີໃນໄລຍະການທົດລອງໃຊ້ໃນຮູບແບບການຄ້າ ແລະ ເຊື່ອວ່າຍຸກ 5G ໃນລາວຈະມາຮອດໃນເວລາອັນໃກ້ນີ້.