ພາລະບົດບາດເຕັກໂນໂລຊີ ຕິດຕາມການເດີນທາງໃນການຍົກສູງຄວາມສາມາດແຂ່ງຂັນຂອງອຸດສາຫະກຳການຂົນສົ່ງໃນລາວ

193

ການຄົ້ນຄວ້າໂດຍອົງການຈັດຕັ້ງການຂົນສົ່ງທີ່ມີຊື່ສຽງໃນໂລກ ກ່ຽວກັບຜົນກະທົບຂອງຄ່າຂົນສົ່ງຕໍ່ການຄ້າ ແລະ ຈີດີພີ ໄດ້ສະແດງໃຫ້ເຫັນວ່າ: ການເພີ່ມຂຶ້ນ 10% ຂອງຄ່າໃຊ້ຈ່າຍໃນການຂົນສົ່ງຈະເຮັດໃຫ້ມູນຄ່າການຄ້າຫຼຸດລົງ 20%, ເພີ່ມຂຶ້ນຂອງຄ່າໃຊ້ຈ່າຍໃນການຂົນສົ່ງທົບສອງເທົ່າ ຈະເຮັດໃຫ້ GDP ເຕີບໂຕຊ້າລົງ 0,5%.

ໜຶ່ງໃນຍຸດທະສາດສຳຄັນ ທີ່ພັກ ແລະ ລັດຖະບານລາວວາງອອກໃນເສັ້ນທາງພັດທະນາປະເທດ ແມ່ນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດທີ່ເຊື່ອມຕໍ່ທາງບົກ, ເນື້ອໃນຂອງຍຸດທະສາດນີ້ຕ້ອງການໃຊ້ປະໂຫຍດຈາກຕຳແໜ່ງທາງພູມສາດຂອງລາວ ແມ່ນທັງເປັນຫົວໃຈຂອງແຫຼມອິນດູຈີນ, ປະຕູການຄ້າຂອງຈີນ – ອາຊຽນ, ທັງເປັນປະເທດທີ່ສຳຄັນໃນຍຸດທະສາດການພັດທະນາແລວທາງເສດຖະກິດອາຊຽນຕາເວັນອອກ – ຕາເວັນຕົກ ເພື່ອພັດທະນາໃຫ້ ລາວກາຍເປັນປະເທດທີ່ມີການຂົນສົ່ງສິນຄ້າທີ່ມີຄວາມສຳຄັນອັນດັບໜຶ່ງໃນພາກພື້ນ; ໝາຍຄວາມວ່າ ລາວຕ້ອງໄດ້ສຸມໃສ່ກຳລັງແຮງເພື່ອຍົກລະດັບຄວາມສາມາດແຂ່ງຂັນຂອງອຸດສາຫະກຳການຂົນສົ່ງ, ເຊື່ອມໂຍງເຂົ້າກັບປະເທດອື່ນໆໃນພາກພື້ນ ແລະ ໃນໂລກ.

ໃນຄວາມເປັນຈິງຊີ້ໃຫ້ເຫັນວ່າ: ຄ່າໃຊ້ຈ່າຍໃນການຂົນສົ່ງແມ່ນສິ່ງທ້າທາຍສຳລັບທຸກໆທຸລະກິດ ໂດຍສະເພາະປະເທດທີ່ກຳລັງພັດທະນາ. ອີງຕາມການສຳຫຼວດທີ່ດຳເນີນໂດຍອົງການການຄ້າປະເທດຍີ່ປຸ່ນ ( JETRO ) ໃນປີ 2017, ຄ່າຂົນສົ່ງໃນລາວສູງທົບ 2 ເທົ່າ ທຽບກັບບັນດາປະເທດອາຊຽນໃກ້ຄຽງ, ທີມສຳຫຼວດໄດ້ປຽບທຽບຄ່າຂົນສົ່ງລະຫວ່າງລາວ ແລະ ໄທ ໂດຍສະເພາະແມ່ນຈາກວຽງຈັນ – ສະຫວັນນະເຂດ ແລະ ບາງກອກ – ຂອນແກ່ນ; ເສັ້ນທາງວຽງຈັນ – ສະຫວັນນະເຂດ ມີຄວາມຍາວ 490 ກິໂລແມັດ ດ້ວຍຄ່າໃຊ້ຈ່າຍສະເລ່ຍ 2,5 ໂດລາຕໍ່ກິໂລແມັດ; ໃນຂະນະທີ່ເສັ້ນທາງບາງກອກ – ຂອນແກ່ນ ມີຄວາມຍາວ 450 ກິໂລແມັດ ດ້ວຍລາຄາສະເລ່ຍ 1,1 ໂດລາຕໍ່ກິໂລແມັດ, ຄ່າຂົນສົ່ງສູງໃນລາວແມ່ນອຸປະສັກຕໍ່ການດຳເນີນຂອງບັນດາທຸລະກິດ ແລະ ການລົງທຶນ; ໃນປີ 2017 ຜູ້ຕາງໜ້າ JETRO ປະຈຳລາວ ທ່ານ Tetsuo Shibata ກ່າວໃຫ້ຮູ້ວ່າ: ຫຼັງຈາກໄດ້ພົບປະກັບທຸລະກິດຍີ່ປຸ່ນ 200 ແຫ່ງ, ມີພຽງແຕ່ 1 – 2% ທີ່ສົນໃຈໃນການລົງທຶນຢູ່ລາວ, ໜຶ່ງໃນເຫດຜົນທີ່ພວກເຂົາຊີ້ອອກມາແມ່ນຍ້ອນຄ່າໃຊ້ຈ່າຍໃນການຂົນສົ່ງ. ໃນນັ້ນ, ລວມທັງຄ່າຂົນສົ່ງໃນລາວແມ່ນຍັງສູງ.

ໃນຊຸມປີທີ່ຜ່ານມາ, ລັດຖະບານລາວໄດ້ມີຄວາມພະຍາຍາມສູງໃນການຫາວິທີແກ້ໄຂເພື່ອຫຼຸດຕົ້ນທຶນການຂົນສົ່ງຂອງປະເທດລາວໃຫ້ຢູ່ໃນລະດັບຕ່ຳ. ຈາກນັ້ນ, ໄດ້ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງອຸດສາຫະກຳຂົນສົ່ງ ເຊັ່ນດຽວກັບເສດຖະກິດໂດຍລວມຂອງປະເທດລາວ. ໃນນັ້ນ, ສິ່ງທີ່ສຳຄັນສຸດແມ່ນການລົງທຶນທີ່ເຂັ້ມແຂງໃນການຍົກລະດັບລະບົບພື້ນຖານໂຄງລ່າງເສັ້ນທາງ; ໂຄງການທາງລົດໄຟລາວ – ຈີນ ຄາດວ່າຈະຊ່ວຍຫຼຸດຜ່ອນຄ່າຂົນສົ່ງຂອງປະເທດລາວໄດ້ຫຼາຍ. ເຖິງຢ່າງໃດກໍຕາມ, ດ້ວຍລັກສະນະຂອງປະເທດທີ່ບໍ່ມີທະເລ, ລະບົບການຂົນສົ່ງທາງນ້ຳ ແມ່ນຖືກແບ່ງອອກເປັນຫລາຍສ່ວນ, ລະບົບການຂົນສົ່ງເສັ້ນທາງລົດໄຟ ກຳລັງຢູ່ໃນຂັ້ນຕອນທີ່ຈຳເປັນຕ້ອງມີຫລາຍເສັ້ນທາງລົດໄຟເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງ. ສະນັ້ນ, ໃນຊຸມປີຕໍ່ໜ້າ ຄວາມສາມາດຂົນສົ່ງຂອງລາວຍັງຈະອີງໃສ່ການຂົນສົ່ງເສັ້ນທາງບົກເປັນຫຼັກ. ໝາຍຄວາມວ່າເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ, ຕ້ອງມີວິທີແກ້ໄຂທີ່ມີປະສິດທິຜົນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການຕິດຕາມກວດກາ, ການຂົນສົ່ງ, ການປະຕິບັດງານດຳເນີນການນຳໃຊ້ລະບົບຍານພາຫະນະທາງບົກ.

ເບິ່ງອ້ອມຂ້າງ, ປະເທດຫວຽດນາມໄດ້ອອກກົດລະບຽບກ່ຽວກັບການຕິດຕັ້ງອຸປະກອນຕິດຕາມກວດກາການເດີນທາງ ສຳລັບພາຫະນະຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ເປັນເງື່ອນໄຂໜຶ່ງທາງທຸລະກິດທີ່ຈຳເປັນ ຕັ້ງແຕ່ປີ 2009. ພາຫະນະຂົນສົ່ງຕິດຕັ້ງອຸປະກອນກວດກາຕິດຕາມການເດີນທາງ ຫາກໍໄດ້ຮັບອະນຸຍາດດຳເນີນງານປົກກະຕິ, ສາມາດລົງທະບຽນ, ກວດກາ ແລະ ອອກໃບຂົນສົ່ງ; ຫວຽດນາມກຳລັງມີທິດທາງໄປສູ່ການຕິດຕັ້ງລະບົບກ້ອງຖ່າຍຮູບ camera ໃນອະນາຄົດອັນໃກ້ນີ້; ປະເທດໄທ ກໍໄດ້ນຳໃຊ້ລະບົບຕິດຕາມການເດີນທາງເປັນເວລາດົນນານແລ້ວເດືອນ 10/2019 ປະເທດນີ້ຍັງຕ້ອງການກ້າວໄປໄກຕື່ມອີກ ດ້ວຍການລົງໂຄສະນາເຜີຍແຜ່ການປະກາດໃຊ້ລະບຽບການຮຽກຮ້ອງໃຫ້ພາຫະນະທາງບົກທຸກຄັນ ລວມທັງລົດໃຫຍ່ ແລະ ລົດຈັກສ່ວນຕົວຕ້ອງຕິດຕັ້ງອຸປະກອນຕິດຕາມການເດີນທາງ, ບັນດາອຸປະກອນ GPS ຈະສົ່ງຂໍ້ມູນທີ່ກ່ຽວຂ້ອງ, ລວມທັງສະຖານທີ່ ແລະ ຄວາມໄວຂອງຍານພາຫະນະໄປຫາເຄື່ອງແມ່ຂ່າຍທີ່ບັນທຶກຂໍ້ມູນໄວ້ທີ່ກົມຈະລາຈອນທາງ ບົກ – ກະຊວງຂອງປະເທດ.

ໜຶ່ງໃນປັດໄຈທີ່ເຮັດໃຫ້ລັດຖະບານມີຄວາມສົນໃຈໃນການຈັດຕັ້ງປະຕິບັດລະບຽບການ ກ່ຽວກັບອຸປະກອນຕິດຕາມກວດກາການເດີນທາງ ຈຳເປັນແມ່ນຄວາມປອດໄພ ແລະ ການປ້ອງກັນອຸບັດເຫດການຈະລາຈອນ, ອີງຕາມສະຖິຕິ 80% ຂອງອຸບັດເຫດການຈະລາຈອນແມ່ນເກີດຈາກການລະເມີດກົດລະບຽບຂອງການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະການຂັບຂີ່ລົດໄວເກີນກຳນົດກົດລະບຽບ, ການຂັບຂີ່ໃນສະຖານະພາບສຸຂະພາບບໍ່ຮັບປະກັນ ເຊັ່ນ: ຄວາມອ່ອນເພຍ, ເຫງົານອນ ແລະ ການໃຊ້ຢາກະຕຸ້ນປະສາດ. ສະນັ້ນ, ອຸປະກອນຕິດຕາມການເດີນທາງແມ່ນມີຄວາມສາມາດຕິດຕາມ, ບັນທຶກເສັ້ນທາງເດີນທາງ, ຂໍ້ມູນທັງໝົດຂອງການເຮັດວຽກຍານພາຫະນະ, ເມື່ອທຸລະກິດໃຊ້ອຸປະກອນຕິດຕາມການເດີນທາງເພື່ອຄຸ້ມຄອງ ແລະ ພາຫະນະດັ່ງກ່າວແມ່ນມີຄວາມສາມາດໃນການຕິດຕາມສະຖານະພາບການເຮັດວຽກຂອງຍານພາຫະນະ ແລະ ຜູ້ຂັບຂີ່. ດັ່ງນັ້ນ, ຈຶ່ງຕັດສິນໃຈໄດ້ທັນເວລາກ່ຽວກັບການຮັບປະກັນຄວາມປອດໄພຂອງການຈະລາຈອນ ເຊັ່ນ: ການເຕືອນຜູ້ຂັບຂີ່ໃນເວລາເກີນຄວາມໄວທີ່ໄດ້ກຳນົດໄວ້, ຈອດລົດຢູ່ບ່ອນທີ່ບໍ່ຖືກຕ້ອງ… ຈະສົ່ງເສີມບົດບາດໃນການສະໜັບສະໜູນ ຄວາມປອດໄພໃນການຈະລາຈອນ, ຊ່ວຍຫຼຸດຜ່ອນອຸບັດເຫດດ້ວຍວິທີການໃດໜຶ່ງຢ່າງມີປະສິດທິຜົນ.

ເມື່ອປຽບທຽບກັບປະເທດອື່ນໆໃນພາກພື້ນ, ສາມາດເຫັນໄດ້ວ່າປະເທດລາວເຮົາຍັງຊ້າໃນການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງ ການດຳເນີນງານຂອງລະບົບຈະລາຈອນທາງບົກ, ໃນນັ້ນແກນຫຼັກແມ່ນເຕັກໂນໂລຊີໂຊລູຊັນ ສຳລັບຕິດຕາມການເດີນທາງຂອງການຂົນສົ່ງ. ຍົກຕົວຢ່າງ: ປັດຈຸບັນປະເທດລາວຍັງບໍ່ທັນມີກົດລະບຽບການໃດໆ ກ່ຽວກັບການຮຽກຮ້ອງໃຫ້ພາຫະນະຂົນສົ່ງສິນຄ້າຕ້ອງຕິດຕັ້ງອຸປະກອນຕິດຕາມການເດີນທາງ, ວິທີການຄຸ້ມຄອງຕໍ່ທຸລະກິດການຂົນສົ່ງ, ບັນດາທຸລະກິດຂົນສົ່ງດໍາເນີນການດ້ວຍວິທີການຂອງຕົນເອງ ເຊິ່ງສ່ວນໃຫຍ່ເປັນງານສີມືແບບດັ້ງເດີມ ນີ້ແມ່ນສາເຫດໜຶ່ງທີ່ເຮັດໃຫ້ຄວາມສາມາດໃນການແຂ່ງຂັນດ້ານການຂົນສົ່ງຂອງປະເທດລາວຍັງຕ່ຳ ກໍຄືອັດຕາການເກີດອຸບັດເຫດໃນການຈະລາຈອນໃນລາວຍັງບໍ່ສາມາດຄວບຄຸມໄດ້ຢ່າງມີປະສິດທິຜົນ.

ຂະແໜງການຂົນສົ່ງທົ່ວໂລກສະແດງໃຫ້ເຫັນວ່າຄວາມຕ້ອງການອຸປະກອນທີ່ນັບມື້ເພີ່ມຂຶ້ນ, ໂຊລູຊັນການຕິດຕາມການເດີນທາງຈະເປັນທ່າອ່ຽງທີ່ບໍ່ສາມາດຫຼີກລຽງໄດ້ໃນອະນາຄົດ. ສ່ວນໃຫຍ່ລັດຖະບານໃນພາກພື້ນໄດ້ສຸມໃສ່ ແລະ ອອກກົດໝາຍທີ່ກ່ຽວຂ້ອງກັບການເດີນທາງຍານພາຫະນະ ໂດຍຜ່ານການຍົກລະດັບຄວາມສາມາດຂອງຂະແໜງການຂົນສົ່ງ, ຮັບປະກັນສະພາບແວດລ້ອມດ້ານທຸລະກິດ, ການບໍລິການທີ່ມີສຸຂະພາບດີ ແລະ ມີປະສິດທິຜົນ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ທຸລະກິດ ເຊັ່ນ: ການຫຼຸດຜ່ອນລາຄາເຊື້ອໄຟ, ເຮັດໃຫ້ການນຳໃຊ້ຊັບສິນມີຄວາມໂປ່ງໃສ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ເວລາ ແລະ ບຸກຄະລາກອນໃນການຄຸ້ມຄອງພາຫະນະ; ຫຼຸດຜ່ອນການນຳໃຊ້ພາຫະນະທີ່ບໍ່ໄດ້ຮັບອະນຸຍາດ; ງ່າຍຕໍ່ການຄວບຄຸມຈັດແຈງພາຫະນະ; ຫຼຸດຜ່ອນຄວາມສ່ຽງ ແລະ ຄວາມຮັບຜິດຊອບ; ຫຼຸດຜ່ອນຂັ້ນຕອນການນຳໃຊ້ເສັ້ນທາງທີ່ບໍ່ຖືກຕ້ອງ; ເປີດເຄື່ອງ, ລັອກເຄື່ອງຕັດນ້ຳມັນເຊື້ອໄຟເມື່ອຈຳເປັນ; ປັບປຸງຄວາມສຳພັນກັບລູກຄ້າ, ຄູ່ຮ່ວມງານ. ພ້ອມດຽວກັນຫຼຸດຜ່ອນອຸບັດເຫດໃນການຈະລາຈອນ ເຊິ່ງໝາຍຄວາມວ່າຈະຊ່ວຍເພີ່ມທະວີການພັດທະນາເສດຖະກິດ – ສັງຄົມຂອງປະເທດ.

ປີ 2016 ອາຊຽນໄດ້ຕົກລົງສ້າງປະຊາຄົມເສດຖະກິດຮ່ວມ AEC ໂດຍອີງໃສ່ 12 ຂົງເຂດບຸລິມະສິດ. ໃນນັ້ນ, ລວມມີການຂົນສົ່ງ; ການພັດທະນາການຂົນສົ່ງແມ່ນຄວາມເປັນຫ່ວງອັນດັບໜຶ່ງຂອງແຕ່ລະປະເທດ ເພື່ອຍົກສູງ ຄວາມສາມາດໃນການແຂ່ງຂັນ, ສິ່ງດັ່ງກ່າວຮຽກຮ້ອງໃຫ້ປະເທດລາວນຳໃຊ້ມາດຕະການປະສົມປະສານທີ່ມີປະສິດທິຜົນ ເພື່ອຍົກສູງຄວາມສາມາດຂອງຂະແໜງການຂົນສົ່ງເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນຢ່າງຫ້າວຫັນ.

ກັບທີມວິສະວະກອນທີ່ມີປະສົບການຫຼາຍ ຖືກສືບທອດມາຈາກກຸ່ມອຸດສາຫະກຳການສື່ສານ Viettel ໃນຊຸມປີທີ່ຜ່ານມານີ້, Unitel ໄດ້ບຸກເບີກພື້ນທີ່ໃໝ່ ເພື່ອເປັນບໍລິສັດເຕັກໂນໂລຊີຊັ້ນນຳໃນລາວ, ນຳໜ້າໃນການຫັນເປັນດິຈິຕອນ ແລະ ລັດຖະບານເອເລັກໂຕຣນິກ ໂດຍສະເພາະ Unitel ໄດ້ສະເໜີໃຫ້ການນຳກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ເຖິງຮູບແບບແຜນການລົງທຶນຕາມໂຄງຮ່າງຂອງ ” ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ( PPP – Public Private Partnership )” 04 ໂຊລູຊັນ ລວມມີ: ລະບົບການຄຸ້ມຄອງການກວດກາຄວາມປອດໄພດ້ານເຕັກນິກຂອງພາຫະນະ; ລະບົບການຄຸ້ມຄອງການສອບເສັງ ແລະ ການອອກໃບຂັບຂີ່; ລະບົບຈຳລອງການສອບເສັງໃບຂັບຂີ່; ລະບົບຄຸ້ມຄອງ ແລະ ຕິດຕາມພາຫະນະ. ນີ້ແມ່ນບັນດາລະບົບທີ່ໄດ້ນຳໃຊ້ຢູ່ຫວຽດນາມ ຢ່າງສຳເລັດຜົນ, ນຳມາເຊິ່ງປະສິດທິຜົນໃຫ້ລັດຖະບານ ກໍຄືບັນດາທຸລະກິດໃນການນຳໃຊ້ເຕັກໂນໂລຊີເຂົ້າໃນການເຮັດວຽກ.