ແຕ່ງຕັ້ງທ່ານ ຈິນດາວັນ ບຸດລາສີ ເປັນວ່າການຫົວໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ

221

ໃນຕອນເຊົ້າວັນທີ 10 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ມີພິທີປະກາດການຈັດຕັ້ງວ່າການຫົວໜ້າຫ້ອງວ່າການປົກຄອງແຂວງ ແລະຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງຄົນໃໝ່. ພ້ອມທັງປະກາດຫົວໜ້າ-ຮອງຫົວໜ້າຂະແໜງການຂອງຄະນະຈັດຕັ້ງແຂວງ ໂດຍການເປັນປະທານຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ ແລະພະນັກງານວິຊາການພາຍໃນຫ້ອງວ່າການປົກຄອງແຂວງເຂົ້າຮ່ວມ.


ໂອກາດນີ້, ທ່ານ ບົວສອນ ມະຫາວົງ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຍົກຍ້າຍພະນັກງານ ຊຶ່ງໄດ້ອະນຸມັດຍົກຍ້າຍທ່ານ ພູຂົງ ນາມມະຈັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ໄປຊ່ວຍວຽກງານອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ແລະເຫັນດີແຕ່ງຕັ້ງທ່ານ ຈິນດາວັນ ບຸດລາສີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງອຸທຸມພອນ ເປັນວ່າການຫົວໜ້າຫ້ອງວ່າການປົກຄອງແຂວງ.


ພ້ອມນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຕົກລົງແຕ່ງຕັ້ງທ່ານ ບູລິກາ ອິນທິລາດ ເປັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງຄົນໃໝ່ ພ້ອມທັງຄວບຕຳແໜ່ງຫົວໜ້າຂະແໜງທີ່ດິນ ທີ່ຂຶ້ນກັບພະແນກດັ່ງກ່າວ.

ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າຂະແໜງ ຂອງຄະນະຈັດຕັ້ງແຂວງຈຳນວນ 4 ທ່ານດັ່ງນີ້: ທ່ານ ຄຳພວຍ ວິລະເດດວົງສາ ເປັນຫົວໜ້າຂະແໜງກໍ່ສ້າງພັກ, ທ່ານ ສຸກສາຄອນ ໄຊຍະວົງ ເປັນຮອງຫົວໜ້າຂະແໜງກໍ່ສ້າງພັກ, ທ່ານ ສະຫວັນໄຊ ອາໄສ ເປັນຮອງຫົວໜ້າຂະແໜງຫ້ອງການບໍລິຫານ-ສັງລວມ ແລະທ່ານນາງ ສະຫວັນມີໄຊ ເພັດດາລາ ເປັນຮອງຫົວໜ້າຂະແໜງຈັດຕັ້ງ-ນະໂຍ ບາຍ.

ໃນກອງປະຊຸມ, ກໍໄດ້ມີການເຊັນມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຫ້ອງວ່າການປົກຄອງແຂວງຄົນເກົ່າ ແລະ ວ່າການຫົວໜ້າຫ້ອງວ່າການແຂວງຄົນໃໝ່ ແລະໃນຕອນທ້າຍຂອງພິທີ ກໍ່ໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳຈາກທ່ານ ທ່ອນແກ້ວ ພຸດທະໄກຍະລາດ ນຳອີກ.