ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ປະກອບມີ IX ພາກ 7ໝວດ ແລະ 63 ມາດຕາ ໄດ້ຜ່ານການຮັບຮອງຈາກ ສສຊ

151

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ໂດຍມີບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຈາກເຂດເລືອກຕັ້ງໃນທົ່ວປະເທດເຂົ້າຮ່ວມ.


ໃນວາລະກອງປະຊຸມມື້ນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ (ສ້າງໃໝ່) ຈາກ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດາ ສສຊ ໃສ່ຮ່າງກົດໝາຍດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຮັດກຸມ ເພື່ອກ້າວເຂົ້າສູ່ການລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ.


ທ່ານ ອາລຸນໄຊ ສູນນະລາດ ສະເໜີຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ (ສ້າງໃໝ່) ວ່າ: ກົດໝາຍວ່າດ້ວຍຊາວໜຸ່ມລາວສະບັບນີ້ ຈະເປັນການເພີ່ມຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມືໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


ທ່ານ ໃຫ້ຮູ້ຕື່ມວ່າ: ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ປະກອບມີ IX ພາກ, 7ໝວດ ແລະ 63 ມາດຕາ. ຫາກກົດໝາຍສະບັບນີ້ ໄດ້ຮັບການພິຈາລະນາຮັບຮອງ ຈາກຜູ້ແທນກອງປະຊຸມໃນຄັ້ງນີ້ ຈະໄດ້ຜົນດັ່ງນີ້: ທຸກການຈັດຕັ້ງຂອງຊາວໜຸ່ມລາວແມ່ນຂຶ້ນກັບການຄຸ້ມຄອງ ຂອງສະຫະພັນຊາວໜຸ່ມລາວ ໂດຍມີຄະນະຊາວໜຸ່ມປະຊາຊົນປະຕິວັດລາວເປັນແກນນໍາ; ການຈັດຕັ້ງຂອງລັດ ການຈັດຕັ້ງຂອງພາກສ່ວນອື່ນ ແລະ ຄອບຄົວ ມີສິດ ແລະ ໜ້າທີ່ຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມລາວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; ຈະເຮັດໃຫ້ຊາວໜຸ່ມລາວໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ, ພັດທະນາ ແລະ ເປັນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ; ຈະເຮັດໃຫ້ສາກົນໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບນະໂຍບາຍຂອງລັດຕໍ່ກັບການຄຸ້ມຄອງ, ການປົກປ້ອງ ແລະ ການສົ່ງເສີມ ພັດທະນາຊາວໜຸ່ມລາວ.


ພາຍຫຼັງທີ່ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລ້ວ ບັນດາ ສສຊ ກໍ່ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍສະບັບນີ້ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.