ງາມໆຟຣີຄິກຂອງ ສີນວນ ຍິງປະຕູໄຊໃຫ້ ຊຽງຂວາງ ຊະນະ ຄໍາມ່ວນ ຕໍ່ຍອດການລຸ້ນເຂົ້າຮອບ(ຄລິບ)

250

ກ່ອນໜ້ານີ້ ເຈົ້າພາບ ນະຄອນຫຼວງວຽງຈັນ ບຽດເອົາຊະນະ ແຂວງສາລະວັນ ໄປຫວຸດຫວິດ 1-0 ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ປະຈໍາວັນທີ 11 ພະຈິກ 2020 ເກັບຄະແນນໜີຫ່າງໄປເລື້ອຍໆເມື່ອລົງສະໜາມ 3 ນັດມີ 7 ຄະແນນ.

ແຕ່ຫຼ້າສຸດຄູ່ສຸດທ້າຍຂອງມື້ນີ້ ແຂວງຊຽງຂວາງ ສ້າງຜົນງານໂດດເດັ່ນເອົາຊະນະ ຄໍາມ່ວນ ໄປເບົາໆ 2-0 ໂດຍປະຕູໄຊຈາກລູກຟຣີຄິກອັນງົດງາມຂອງ ສີນວນ ຊາມູນຕີ ກອງໜ້າຕົວເກັ່ງຂອງທີມ ເກັບເພີ່ມເປັນ 5 ຄະແນນຈາກ 3 ນັດໄລ່ຈີ້ທີມນໍາຢ່າງ ນະຄອນຫຼວງ ທີ່ມີ 7 ຄະແນນ ມາຕິດໆໃນກຸ່ມ ກ ໂດຍມີ ອັນດັບ 3 ສາລະວັນ ລົງ 2 ນັດມີ 3 ຄະແນນ, ອັນດັບ 4 ໄຊສົມບູນ ລົງ 2 ນັດມີ 1 ຄະແນນ ແລະ ອັນດັບ 5 ແຂວງຄໍາມ່ວນ ລົງ 2 ນັດຍັງບໍ່ມີຈັກຄະແນນ.

ຂະນະທີ່ ຜົນຂອງສາຍ ຂ ແຂວງຈໍາປາສັກ ເກັບໄຊຊະນະ 2 ນັດລວດ ຫຼັງເອົາຊະນະ ແຂວງເຊກອງ 4-3 ແລະ ຜົ້ງສາລີ ຊະນະ ອຸດົມໄຊ 3-0.

ສໍາລັບ ຕາຕະລາງການແຂ່ງຂັນຂອງສາຍ ກ ແລະ ຂ ນັດຕໍ່ໄປຈະມີຂຶ້ນໃນມື້ນີ້ວັນທີ 13 ພະຈິກ 2020

ຂ່າວ: ຄໍາສອນ; ຮູບ: ສອນໄຊ