ປາຍຝົນ-ຕົ້ນໜາວນີ້ ເໝາະສົມແກ່ການທ່ອງທ່ຽວເຂດອະນຸລັກປ່າໂຄກໂອງ-ມັ່ງ

276

ວິທະຍຸກະຈາຍສຽງ ສະຫວັນນະເຂດ,ທ່ານ ຄໍາໄພ ໄຊຍະລາດ ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງວ່າ: ປັດຈຸບັນສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ເມືອງຊົນນະບູລີ ໄດ້ຮັບການຍົກລະດັບເປັນເຂດອະນຸລັກ ໂອງ-ມັ່ງແຫ່ງຊາດແລ້ວ .

ຈຸດປະສົງເພື່ອອະນຸລັກສັດປ່າ ແລະ ຊີວະນາໆພັນ ພ້ອມສົ່ງເສີມການທ່ອງທ່ຽວ, ສົ່ງເສີມປະຊາຊົນໃນການປັບປຸງຊີວິດການເປັນຢູ່ ໃນການປູກ-ການລ້ຽງໃຫ້ມີຄວາມຍຶນຍົງ, ເຊິ່ງໄລຍະນີ້ໄດ້ຮັບທຶນຊ່ວຍເຫຼືອຈາກອົງການສະຫະປະຊາຊາດເພື່ອການພັດທະນາ ໃນພື້ນຖານໂຄງລ່າງ ທາງດ້ານເຮືອນພັກ ແລະ ຫ້ອງເຮັດວຽກ ເພື່ອອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ.

ທາງສູນໄດ້ຈັດສັນຫ້ອງພັກ-ບ່ອນນອນ ເພື່ອຮອງຮັບໃນລາຄາພຽງຕຽງລະ 30.000 ກີບຕໍ່ຄົນຕໍ່ຄືນ ພ້ອມມີອາຫານຮອງຮັບທັງ 3 ຄາບ ໃນຄາບເຊົ້າແມ່ນລາຄາ 15.000 ກີບຕໍ່ຄົນ ແລະ ຄາບທ່ຽງ-ແລງ ແມ່ນລາຄາ 20.000ກີບຕໍ່ຄົນ ແລະ ບໍລິການທ່ຽວຊົມປ່າຈາກທີມງານຂອງສູນເປັນຜູ້ນຳທາງ ໂດຍຄິດໄລ່ເປັນຖ້ຽວ ລົດກະບະຖ້ຽວລະ 1 ແສນກີບ ພ້ອມນີ້ຍັງມີກິດຈະກຳນອນປ່ານຳອີກ.


ໂອກາດນີ້ ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ຍັງໄດ້ເຊີນຊວນໃຫ້ສັງຄົມ ຖ້າມີໂອກາດກໍຢາກໃຫ້ມາທ່ຽວຊົມ ເພື່ອເປັນການສົ່ງເສີມການທ່ອງທ່ຽວບ້ານເຮົາ ແລະ ຊື່ນຊົມກັບທໍາມະຊາດທີ່ອຸດົມສົມບູນ ເຊິ່ງລາຍຮັບທັງໝົດນັ້ນຈະໄດ້ມາໝູນໃຊ້ໃຫ້ແກ່ການກວດກາລາດຕະເວນປົກປັກຮັກສາປ່າ, ພ້ອມຍັງໄດ້ແນະນໍາວ່າໃນລະດູປາຍຝົນ-ຕົ້ນໜາວຄືປັດຈຸບັນນີ້ ແມ່ນເໝາະສົມທີ່ສຸດໃນການເຂົ້າປ່າກາງເຕັນນອນໃນປ່າ ແລະ ທ່ຽວຊົມໂອງ-ມັ່ງ ພ້ອມທັງເສັ້ນທາງເຂົ້າມາຫາສູນປັດຈຸບັນແມ່ນມີຄວາມສະດວກແລ້ວ.

ຂ່າວ: ອັກສອນສິນ ພົມມະຈັນ
( ຂໍຂອບໃຈເຈົ້າຂອງພາບໂອງ-ມັ່ງງາມໆ )