ພະຍາກອນອາກາດ ປະຈຳວັນທີ 11/11/2020 ອາກາດຈະເຢັນລົງ ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ

116

ພະຍາກອນອາກາດ ປະຈຳວັນທີ 11/11/2020 ຈາກກົມອຸຕຸນິຍົມແລະອຸທົກກະສາດລະບຸວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ມີກຳລັງປານກາງໄດ້ເພີ່ມກຳລັງແຮງຂື້ນເລັກໜ້ອຍຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່.

 

ຈະເຮັດໃຫ້ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

.

.

.