ETL CTO Peng Mingan ໄດ້ຂຶ້ນກ່າວຄໍາປາຖະກະຖາກ່ຽວກັບກົນລະຍຸດການເຊື່ອມຕໍ່ໂຄງຂ່າຍໃໝ່

325

ETL CTO Peng Mingan  ໄດ້ຂຶ້ນກ່າວຄໍາປາຖະກະຖາກ່ຽວກັບກົນລະຍຸດການເຊື່ອມຕໍ່ໂຄງຂ່າຍໃໝ່ ໃນງານ  “ ກິດຈະກຳການສົນທະນາເສດຖະກິດດິຈິຕອນ ຈີນ – ອາຊຽນ ” ແລະ “ ກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມຕໍ່ໂຄງຂ່າຍໃໝ່ ”  ໄດ້ຮັບຜົນສຳເລັດຢ່າງຈົບງາມ

ປີ 2020 ແມ່ນປີແຫ່ງການຮ່ວມມືເສດຖະກິດດິຈYຕອນ  ຈີນ – ອາຊຽນ, ໃນວັນທີ 30 ຕຸລາ 2020 ສະຖາບັນເຕັກໂນໂລຊີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຫ່ງປະເທດຈີນ ໄດ້ຈັດ “ ກິດຈະກຳການສົນທະນາ ເສດຖະກິດດິຈຕອນ ຈີນ – ອາຊຽນ ການພັດທະນາ 5G ແລະ ກອງປະຊຸມສໍາມະນາກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມຕໍ່ໃໝ່ ” ( China-ASEAN Digital Economy Cooperation Year Series Forum Activities 5G Development and New Infrastructure Construction and Interconnection Seminar ) ທີ່ນະຄອນເຊີນເຈິ້ນ ມົນທົນ ກວາງໂຈ ປະເທດຈີນ.

ກອງປະຊຸມຄັ້ງນີ້ປະກອບດ້ວຍກະຊວງ ແລະ ຄະນະກຳມະການທີ່ຮັບຜິດຊອບດ້ານໂທລະຄົມມະນາຄົມໃນປະເທດຈີນ ແລະ ບັນດາປະເທດໃນອາຊຽນ ລວມເຖິງຜູ້ໃຫ້ບໍລິການຈາກ China Mobile, Laos ETL, Thailand CAT, TRUE ແລະ ປະເທດອື່ນໆເຂົ້າຮ່ວມ.

ການສຳມະນາກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມຕໍ່ໂຄງຂ່າຍໃໝ່ຄັ້ງນີ້ ແມ່ນຖືເອົາ “ ການເຊື່ອມຕໍ່ໃໝ່ ” ເປັນຫົວຂໍ້ຫຼັກເພື່ອດໍາເນີນການສົນທະນາ ກ່ຽວກັບການສ້າງການເຊື່ອມຕໍ່ ແລະ ຄວາມສາມາດໃນການເຮັດວຽກຮ່ວມກັນຂອງເຄືອຂ່າຍໂທລະຄົມມະນາຄົມຂອງຈີນ ແລະ ອາຊຽນ ແລະ ໄດ້ສົ່ງເສີມຄວາມຮ່ວມມືການເຊື່ອມຕໍ່ຂ້າມພົມແດນລະຫວ່າງບັນດາປະເທດໃນອາຊຽນ ແລະ ຮວບຮວມຮາກຖານສຳລັບການເຊື່ອມຕໍ່ຈີນ – ອາຊຽນ ໃນດ້ານຂໍ້ມູນ ແລະ ການສື່ສານ.

ທີ່ປະຊຸມ ທ່ານ Peng Mingan ETL CTO ຊີ້ໃຫ້ເຫັນວ່າ: ຈີນ ແລະ ບັນດາປະເທດໃນອາຊຽນໄດ້ເສີມສ້າງ ຄວາມສາມາດໃນການເຮັດວຽກຮ່ວມກັນທາງເສດຖະກິດຫຼາຍຂຶ້ນ ແລະ ຍຸດທະສາດ One Belt One Road ໂດຍສະເພາະແມ່ນໂຄງການທາງລົດໄຟ ລາວ – ຈີນ ຈະນໍາໂອກາດໃນການພັດທະນາທີ່ຍິ່ງໃຫຍ່ມາສູ່ປະເທດໃນອາຊຽນ ແລະ ບັນດາອຸດສາຫະກຳຂໍ້ມູນຂ່າວສານ ລວມໄປເຖິງທາງດ່ວນຂໍ້ມູນຂ່າວສານສາກົນທີ່ໄວກວ່າ, ກວ້າງກວ່າ ແລະ ປອດໄພ ກວ່າ.

ປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແຕ່ກໍມີຂໍ້ໄດ້ປຽບທາງພູມສາດໃນລະດັບພາກພື້ນທີ່ດີ ລາວສາມາດພັດທະນາໃຫ້ເປັນພັນທະມິດທາງບົກໃນດ້ານໂທລະຄົມມະນາຄົມຂອງແຫຼມອິນໂດຈີນ ໂດຍການສ້າງຂໍ້ມູນຂ່າວສານ, ໃນຖານະທີ່ເປັນປະເທດທີ່ມີພົມແດນຕິດຈອດສິ່ງທີ່ສຳຄັນທີ່ສຸດກໍຄືສູນຂໍ້ມູນ ແລະ ເຄືອຂ່າຍເຊື່ອມຕໍ່ລະຫວ່າງປະເທດທີ່ປອດໄພ ແລະ ເຊື່ອຖືໄດ້.

ETL ເປັນໜຶ່ງໃນສາມຂອງຜູ້ໃຫ້ບໍລິການທ້ອງຖິ່ນໃນລາວມີເຄືອຂ່າຍ 4.5G/4G ຄວບຄຸມທົ່ວປະເທດ, ເປັນບໍລິສັດທີ່ມີກອງກໍາລັງທາງເຕັກນິກທີ່ແຂງແກ່ນ, ເຕັກໂນໂລຊີການສື່ສານຂໍ້ມູນຂັ້ນສູງ ແລະ ລະບົບການຈັດການທີ່ສົມບູນດ້ານຊັບພະຍາກອນໃຍແກ້ວນຳແສງທີ່ມີຢູ່ຫຼາຍ ແລະ ໄດ້ການຮ່ວມມືກັບ Huawei, China Mobile, China Unicom, China Telecom ແລະ China-Laos Railway ເພື່ອໃຫ້ບໍລິການການເຊື່ອມຕໍ່ໂຄງຂ່າຍໂທລະຄົມມະນາຄົມຂ້າມພົມແດນ.

ໃນຂະນະດຽວກັນ, ຫົວ      ເຫວີຍ ໃນຖານະທີ່ເປັນບໍລິສັດຊັ້ນນຳລະດັບໂລກທີ່ດີເລີດ ກໍໄດ້ຈັດຫາອຸປະກອນເຄືອຂ່າຍໄຮ້ສາຍ 4.5G/5G ຊັ້ນນໍາຂອງໂລກ ແລະ ອຸປະກອນສົ່ງຂໍ້ມູນຂ້າມພົມແດນລະຫວ່າງປະເທດ ເຊິ່ງເປັນພັນທະມິດອຸດສາຫະກຳທີ່ຂາດບໍ່ໄດ້ສຳລັບ ອີທີແອລ ໃນການສ້າງເຄືອຂ່າຍ, ເຊື່ອວ່າດ້ວຍການສະໜັບສະໜູນຈາກ ຫົວເຫວີຍ ແລະ ພັນທະມິດທາງອຸດສາຫະກຳອື່ນໆ ອີທີແອລ ໝັ້ນໃຈທີ່ຈະໃຫ້ການສະໜັບສະໜູນທີ່ໝັ້ນຄົງສຳລັບທີ່ເປັນກົນລະຍຸດພົມແດນຕິດຈອດຂອງລາວ ແລະ ນຳພາບໍລິສັດອິນເຕີເນັດທີ່ໄດ້ຮັບທຶນຈາກຈີນໄປຕ່າງປະເທດໃຫ້ບໍລິການລູກຄ້າດ້ວຍຜະລິດຕະພັນ ແລະ ບໍລິການທີ່ດີທີ່ສຸດ.