ອັດຕະປື ເກັບໄຊຊະນະນັດທໍາອິດດ້ວຍການເອົາຊະນະ ຫຼວງນໍ້າທາ ໃນບານເຕະທົ່ວປະເທດ

152

ທີມບານເຕະຊາຍແຂວງອັດຕະປື ເອົາຊະນະ ແຂວງຫຼວງນໍ້າທາ 2-0 ເກັບໄຊຊະນະນັດທໍາອິດຂອງການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ປະຈໍາວັນທີ 10 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເດີ່ນໃນ.

ນັດດັ່ງກ່າວ ອັດຕະປື ໄດ້ປະຕູຈາກ ເອົາຊະນະ ແຂວງຫຼວງນໍ້າທາ 2-0 ຈາກການຍິງຂອງ ໄຊ​ສົມ​ຫວັງ ສຸ​ວັນ​ນະ​ເສນ ນາ​ທີ 5 ແລະ ພັນ​ທຸ​ລັກ ດາ​ລາ​ສຸກ ນາ​ທີ 56 ເກັບ 3 ຄະແນນເທົ່າກັບ ຫຼວງພະບາງ ທີ່ຊະນະ ໄຊຍະບູລີ 3-0 ໃນນັດທໍາອິດຂອງສາຍ ຄ.