ອາທິດນີ້ ອາກາດຈະເຢັນລົງ 1-2 ອົງສາ, ພ້ອມເຕືອນພາກກາງ-ໃຕ້ ເຝົ້າລະວັງຝົນຕົກໜັກ ຈາກພະຍຸ 2 ຫົວ

179

ສະພາອາກາດອາທິດນີ້ ຈະເຢັນລົງ 1-2 ອົງສາ, ພ້ອມເຕືອນແຂວງພາກກາງ ແລະ ພາກໃຕ້ ເຝົ້າລະວັງພະຍຸ 2 ຫົວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1518/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 9 – 15 ພະຈິກນີ້ ວ່າ: ໃນໄລຍະວັນທີ 9 – 15 ພະຈິກ ຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ມີກຳລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1 ຫາ 2 ອົງສາ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ.

ສຳລັບພະຍຸໝຸນເຂດຮ້ອນ (Etau) ຫົວທີ່ 21 ປະຈຳປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ, ຊຶ່ງໃນເວລາ 7 ໂມງ 45 ນາທີ ຂອງວັນທີ 9 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13.1 ອົງສາເໜືອ ແລະ ເສັ້ນແວງທີ 113.8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງຂອງ ສສ ຫວຽດນາມ ໃນວັນທີ 10 – 11 ພະຈິກນີ້ ແລະ ຍັງຈະມີພາຍຸດີເປຼ່ຊັ້ນທີ່ກຳລັງກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝຸນເຂດຮ້ອນ ຫົວທີ 2 ປະຈຳປີ 2020. ຄາດຄະເນວ່າໃນໄລຍະວັນທີ 14 ພະຈິກ ວົງລັດສະໜີຂອງພາຍຸຫົວນີ້ຈະກວມເອົາ ເຂດແຂວງ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພ້ອມດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງ: ໃນໄລຍະຕົ້ນ ຫາ ທ້າຍອາທິດນີ້ ເກີດມີພະຍຸໝຸນເຂດຮ້ອນ ເອຕາວ (Etau) ຫົວທີ 21 ແລະ ພະຍຸດີເປູ່ຊັ້ນທີ່ກຳລັງກໍ່ໂຕຢູ່ເຂດມະຫາສະມຸດປາຊິຟິກ ຈະເພີ່ມກຳລັງແຮງຂຶ້ນເປັນພະຍຸໝຸນເຂດຮ້ອນ ຫົວທີ 2 ປະຈຳປີ 2020 ພວມເຄື່ອນທີ່ຢູ່ເຂດທະເລຈີນໃຕ້ ແລະ ຄາດຄະເນວ່າຈະເຄື່ອນເຂົ້າຝັ່ງຂອງ ສສ ຫວຽດນາມ ແລະ ວົງລັດສະໜີຂອງພະຍຸຫົວນີ້ຈະກວມເອົາເຂດແຂວງ ພາກກາງ ແລະ ພາກໃຕ້ຂອງປະເທດລາວ.

ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ ແລະ ຈະເຮັດໃຫ້ມີນ້ຳຖ້ວມຊູ, ນ້ຳຖ້ວມອັ່ງ ແລະ ເຮືອນຊານເປ່ເພ ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ, ຜົນລະປູກ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.

.