ແຂວງຫຼວງພະບາງ ເກັບໄຊຊະນະນັດທໍາອິດ ໃນບານເຕະທົ່ວປະເທດໄດ້ສໍາເລັດ

79

ທີມບານເຕະຊາຍແຂວງຫຼວງພະບາງ ສາມາດເອົາຊະນະ ແຂວງໄຊຍະບູລີ 3-0 ເກັບໄຊຊະນະນັດທໍາອິດຂອງການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ປະຈໍາວັນທີ 10 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເດີ່ນນອກ.

ນັດດັ່ງກ່າວ ຫຼວງພະບາງ ໄດ້ປະຕູຈາກ ບຸນທັນ ຕັນທະມະນີ ນາທີໆ 16, ຈຸ່ນ ມິດຕະພາບ ນາທີໆ 55 ແລະ ແກ້ວສະຫວັດ ພັງມະນີ ນາທີໆ 80 ເອົາຊະນະ ແຂວງໄຊຍະບູລີ 3-0 ເຊິ່ງເປັນການເກັບໄຊຊະນະນັດທໍາອິດໃນສາຍ ຄ.

ສ່ວນອີກຄູ່ຂອງສາຍ ຄ ລະຫວ່າງ ອັດຕະປື ພົບກັບ ຫຼວງນໍ້າທາ ແມ່ນກໍາລັງລັງແຂ່ງເລິ່ມ 17:00 ໂມງທີ່ສະໜາມຫຼັກ 16 ສະໜາມໃນ.