ລົງມືແລ້ວ! ເມືອງພຽງເລີ່ມລົງມືປູກເຂົ້າພັນປັັບປຸງໃໝ່ ປູກໄດ້ 3ລະດູຕໍ່ປີ

256

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 9 ພະຈິກ​ 2020 ທີ່ຜ່ານມາ, ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ເຈົ້າແຂວງ ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ຕິດຕາມ ແລະ ຊຸກຍູ້​ຊາວນາ​ເຂດ​ ບ້ານ ນາ​ຊິງ ເມືອງ ພຽງ ແຂວງ ໄຊ​ຍະ​ບູ​ລີ ໃນ​ການ​ປູກ​ເຂົ້າ​ພັນ​ປັບປຸງ​ໃໝ່ ປູກໄດ້ 3 ລະດູ​ຕໍ່​ປີ, ໃຫ້ການ​ຕ້ອນຮັບ​ໂດຍ ທ່ານ ເສີດ ແສງ​ສຸລິນ ເຈົ້າ​ເມືອງ​ເມືອງພຽງ, ມີ​ຕາງໜ້າ​ບໍລິສັດ ຊິງ​ຢວນ, ມີ​ອໍາ​ນາດ​ການ​ປົກຄອງ​ເມືອງ, ຄະນະ​ບ້ານ ແລະ ຊາວນາ 12 ບ້ານ​ເຂດ ນາ​ຊິງ ເຂົ້າຮ່ວມ​ຢ່າງ​ອົບ​ອຸ່ນ.

ພາບປະກອບຂ່າວເທົ່ານັ້ນ

ໃນໂອກາດດັ່ງກ່າວ ທ່ານ ເສີດ ແສງ​ສຸລິນ ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການ​ຜະລິດ​ລະດູ​ປີ​ ໂດຍ​ສະເພາະ​ແມ່ນ​ການ​ປູກ​ເຂົ້າ ເຊິ່ງ​ມາ​ຮອດ​ປັດຈຸ​ບັນ​ແມ່ນ​ກໍາ​ລັງ​ເກັບ​ກູ້​ຜົນ​ຜະລິດ​ເຊັ່ນ: ເຂົ້າ​ນາ​ສໍາ​ເລັດ 40%, ເຂົ້າໄຮ່ ສໍາ​ເລັດ 70% ແລະ ພືດ​ເປັນ​ສິນ​ຄ້າ​ສໍາ​ເລັດ 50 %, ສ່ວນ​ການ​ຜະລິດ​ລະດູແລ້ງ​ປີ​ນີ້​ແມ່ນ​ໄດ້​ລົງ​ເລິກ​ສົ່ງເສີມ​ປະຊາຊົນ 12 ບ້ານ​ເຂດ ນາ​ຊິງ ປູກ​ເຂົ້າ​ທົດ​ລອງ​ດ້ວຍ​ເຕັກນິກ​ໃໝ່ ປູກ 3 ເທື່ອ​ຕໍ່​ປີ, ມາ​ຮອດ​ປັດຈຸ​ບັນການ​ປູກ​ເຂົ້າ 3 ລະດູ​ຕໍ່​ປີ​ແມ່ນ​ເລີ່ມ​ລົງມື​ແລ້ວ ແລະ ໄດ້​ປັກ​ດໍາສໍາ​ເລັດ​ແລ້ວ 2,38 ເຮັກຕາ ໃນ​ເນື້ອ​ທີ່​ທີ່​ຈະ​ປູກ​ທັງ​ໝົດ 48,7 ເຮັກຕາ.

ພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ການ​ປູກ​ເຂົ້າ 3 ລະດູ​ຕໍ່​ປີ ໂດຍ​ແມ່ນ ບໍລິສັດ ຊິງ​ຢວນ ເປັນ​ຜູ້​ສົ່ງເສີມ​ໃຫ້​ປະຊາຊົນ​​ປູກ ເຊິ່ງ​ບໍລິສັດ​ໄດ້​ສະໜອງ ແນວ​ພັນ, ປຸ໋ຍ ແລະ ວິຊາ​ການ​ເພື່ອ​ແນະ​ນໍາ ແລະ ລົງ​ຕິດຕາມ​ການ​ປູກ, ການ​ໃສ່​ປຸຍ​ຕົວ​ຈິງ​ໃຫ້​ຊາວນາ​ໂດຍ​ບໍ່​ໄດ້​ຄິດໄລ່ຄ່າຫຼຸ້ຍ​ຫ້ຽນ​ຫຍັງ​ທັງ​ໝົດ ລວມ​ທັງ​ຄ່າ​ແນວ​ພັນ ແລະ ຄ່າ​ປຸ໋ຍ, ສໍາ​ລັບ​ຜົນ​ຜະລິດ​ແມ່ນ ບໍລິສັດ​ຈະ​ນໍາ​ເອົາ​ລົດ​ກ່ຽວ​ເຂົ້າ​ມາ​ກ່ຽວ​ເອງ ແລະ ຮັບ​ຊື້​ຄືນ​ນໍາ​ຊາວນາ​ເປັນ​ເຂົ້າເປືອກ​ ໃນ​ລາຄາ 5.000 ກີບຕໍ່ກິໂລ. ໃນນີ້, ການ​ປູກ 2 ລະດູ​ແມ່ນ​ປູກ​ຂາຍ​ໃຫ້​ບໍລິສັດ ແລະ ອີກ 1 ລະດູ​ແມ່ນ​ປະຊາຊົນ​ປູກ​ເພື່ອ​ແຮ​ໄວ້​ກິນ​ໃນ​ຄອບຄົວ.

ພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ໂອກາດ​ດຽວກັນ ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ກໍໄດ້​ຍ້ອງຍໍ​ຊົມເຊີຍ​ມາ​ຍັງ​ອໍາ​ນາດ​ການ​ປົກຄອງ​ເມືອງ, ຊາວນາ ແລະ ບໍລິສັດ ຊິງ​ຢວນ ທີ່​ໄດ້​ເຂົ້າ​ມາ​ລົງທຶນ​ໃຫ້​ປະຊາຊົນ ຊາວນາ​ປູກ​ເຂົ້າ​ພັນ​ປັບປຸງ​ໃໝ່ ໂດຍ​ປູກ​ໄດ້ 3 ຄັ້ງ​ຕໍ່​ປີ, ພ້ອມ​ທັງ​ຮຽກຮ້ອງ​ມາ​ຍັງ​ອໍາ​ນາດ​ການ​ປົກຄອງ​ເມືອງ ແລະ ຊາວນາ ໃນ​ເຂດ​ດັ່ງກ່າວ​ຈົ່ງ​ເອົາໃຈໃສ່​ໃນ​ການ​ປູກ​ເຂົ້ານາ 3 ລະດູ​ໃຫ້​ສໍາ​ເລັດ​ຕາມ​ແຜນ, ປູກ​ໃຫ້​ຖືກ​ຕາມ​ເຕັກນິກ ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ຜະລິດ​ສູງ​ຕາມ​ທີ່​ບໍລິສັດ​ໄດ້​ວາງ​ໄວ້​ຄື 5-6 ໂຕນ​ຕໍ່​ເຮັກຕາ​ຕໍ່​ລະດູ, ນອກຈາກ​ປູກ​ເຂົ້າ​ໃຫ້​ບໍລິສັດ​ແລ້ວ​ແມ່ນ​ໃຫ້​ສືບຕໍ່​ໃນ​ການ​ປູກ​ພືດ​ເປັນ​ສິນຄ້າ​ໃນ​ລະດູແລ້ງ​ເຊັ່ນ: ປູກ​ຖົ່ວເຫຼືອງ, ສາລີ​ຫວານ, ໝາກ​ໂມ​-​ໝາກແຕງ, ຖົ່ວດິນ ແລະ ພືດ​ຜັກ​ອື່ນໆ​ທີ່​ເຫັນ​ວ່າ​ມີ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ພ້ອມ​ດຽວ​ກັນ​ແມ່ນ​ໃຫ້​ເອົາໃຈໃສ່​ຕ້ານ ແລະ ສະກັດ​ກັ້ນ​ບັນຫາ​ປະກົດ​ການ​ຫຍໍ້​​ທໍ້ໃນ​ສັງຄົມ​ເຊັ່ນ: ບັນຫາ​ຢາ​ເສບ​ຕິດ, ຂີ້ລັກ​ງັດ​ແງະ ແລະ ອື່ນໆ.

(ຂ່າວ​-​ພາບ: ອຸ່ນ​ເຮືອນ ໂພທິ​ລັກ)