ສະພາບການຂອງພະຍາດໂຄວິດ-19 ໃນລາວ, ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ

267

ວັນທີ 9 ພະຈິກ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ, ຈາກການເກັບຕົວຢ່າງທັງໝົດ 769 ຄົນ.

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ສະພາບການລະບາດຂອງພະຍາດໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ:


ພາບປະກອບ

ມາຮອດວັນທີ 10 ພະຈິກ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 216 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 51.209.890 ຄົນ; ເສຍຊິວິດ 1.268.404 ຄົນ ເຊິ່ງກວມເອົາ 2,47 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 36.022.311 ຄົນ ເຊິ່ງກວມເອົາ 70,3 % ຂອງຜູ້ຕິດເຊື້ອທັງໝົດ; ໃນນີ້ຢູ່ຂົງເຂດອາຊີ ກໍ່ແມ່ນປະເທດ ອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 8.591.075 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 37.211 ຄົນ; ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 10 ພະຈິກ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 1.005.762 ຄົນ ແລະ ເສຍຊີວິດ 24.193 ຄົນ.

ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 9 ພະຈິກ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາຜ່ານຈຸດຜ່ານແດງຕ່າງໆ ທັງໝົດ 2.110 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ 972 ຄົນ (ແຮງງານລາວກັບມາແຕ່ໄທ 100 ຄົນ); ຈຸດຜ່ານດ່ານ ລາວ – ຈີນ 60 ຄົນ, ໃນນີ້ ແຮງງານຈີນ 36 ຄົນ ຜ່ານດ່ານບໍ່ເຕັນ ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ – ຫວຽດນາມ 695 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະເພາະກິດ, ໃນນັ້ນ ມີນັກສຶກສາ 10 ຄົນ, ແຮງງານຫວຽດນາມ 9 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ; ຈຸດຜ່ານດ່ານ ລາວ – ກຳປູເຈຍ ແລະ ດ່ານ ລາວ – ມຽນມ້າ ແມ່ນບໍ່ມີຜູ້ເດີນທາງເຂົ້າມາ; ຜ່ານສະໜາມບິນສາກົນວັດໄຕ ທັງໝົດ 383 ຄົນ (ຄົນຈີນ 221 ຄົນ, ຄົນລາວ 53 ຄົນ ແລະ ຄົນຕ່າງປະເທດ 109 ຄົນ).

ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆ ຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ນາງ ພອນປະເສີດ ກ່າວຕ່ືມວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປະຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 33 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.773 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 9 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 769 ຄົນ, ໃນນັ້ນ ຈາກບຸກຄົນທົ່ວໄປບໍ່ມີອາການ 167 ຕົວຢ່າງ; ແຮງງານລາວມາແຕ່ໄທ 236 ຕົວຢ່າງ; ແຮງງານຈີນ 256 ຕົວຢ່າງ; ແຮງງານຫວຽດນາມ 108 ຕົວຢ່າງ ແລະ ແຮງງານໄທ 02 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 9 ພະຈິກ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 9 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 70.252 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ໃນນີ້ ຄົນເຈັບທີ່ຕິດຕາມປີ່ນປົວຢູ່ໂຮງໝໍ ກໍລະນີທີ 24 ແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ.