5 ວິທີສ້າງການຂາຍໃຫ້ປະສົບຄວາມສຳເລັດ

844

ການຂາຍເປັນຫຼັກການທີ່ຢູ່ຄູ່ກັບທຸລະກິດ ບໍ່ວ່າຈະເຮັດທຸລະກິດຂະໜາດນ້ອຍ ຫຼື ໃຫຍ່ ກໍພົວພັນກັບການຂາຍປຽບດັ່ງເຄື່ອງມືຊີ້ວັດຄວາມຢູ່ລອດຂອງທຸລະກິດ.

ຄໍລໍາຊື້ໄດ້ຂາຍໝານມື້ນີ້ ຈະນໍາສະເໜີວິທີເຮັດແນວໃດຈະໃຫ້ການຂາຍປະສົບຜົນສໍາເລັດ?, ໃນນີ້ມີ 5 ວິທີສ້າງການຂາຍໃຫ້ປະສົບຜົນສຳເລັດມາແນະນໍາ.

  1. ສ້າງຈິນຕະນາການໃຫ້ລູກຄ້າເຫັນພາບຕາມ: ໂຄສະນາບາງປະເພດຈະສັງເກດວ່າຈະບໍ່ໄດ້ເວົ້າເຖິງສິນຄ້າ ແຕ່ຄົນພັດຈື່ໄດ້ດີນັ້ນເພາະການສ້າງຈິນຕະນາການໃຫ້ລູກຄ້າເປັນສິ່ງທີ່ຈໍາເປັນ ແລະ ເມື່ອຕ້ອງການສິນຄ້າ ກໍຈະນຶກເຖິງເຮົາກ່ອນເປັນອັນດັບທຳອິດ.

ຕົວຢ່າງສິນຄ້ານໍ້າອັດລົມບໍ່ວ່າຈະເປັນໂຄ໊ກ, ເປບຊີ ສິ່ງທີ່ນຳສະເໜີຄື ຄວາມສະໜຸກສະໜານສີສັນໃນການດື່ມນ້ຳອັດລົມທີ່ຊວນໃຫ້ຄົນຈື່ຈຳ ເມື່ອເຖິງເວລາຕ້ອງການສິນຄ້າເຮົາກໍຈະຈັບເອົາໂຄ໊ກ ຫຼື ເປບຊີມາກ່ອນ.

  1. ການຂາຍທີ່ເຮົາຮູ້ຂໍ້ມູນລູກຄ້າລ່ວງໜ້າ: ສໍາລັບຍີ່ຫໍ້ສິນຄ້າໃໝ່ໆຫາກຕ້ອງການຂາຍດີ ຈໍາເປັນຕ້ອງສ້າງຖານລູກຄ້າຕົວເອງໃຫ້ເກີດຂຶ້ນໃຫ້ໄດ້ ກ່ອນອື່ນເຮົາຕ້ອງເນັ້ນກ່ອນວ່າສິນຄ້າຂອງເຮົາກຸ່ມເປົ້າໝາຍຄືໃຜ ແລະ ໃຫ້ເຮັດຕະຫຼາດທີ່ເຈາະໄປຍັງກຸ່ມເປົ້າໝາຍນັ້ນ ສຳຄັນສຸດຄືຫາກເຮົາຮູ້ຂໍ້ມູນລູກຄ້າລ່ວງໜ້າຈະເຮັດໃຫ້ປິດການຂາຍໄດ້ງ່າຍ.

  2. ນໍາສະເໜີໃຫ້ລູກຄ້າເຫັນໄດ້ເຖິງຄຸນຄ່າຂອງສິນຄ້າ: ເປັນວິທີການນຳສະເໜີເຖິງສິ່ງທີ່ລູກຄ້າກຳລັງຈະໄດ້ຮັບ ຫາກຕັດສິນໃຈໃຊ້ຜະລິດຕະພັນທີ່ໂຄສະນາ ຫຼື ວ່າບໍລິການຂອງທຸລະກິດນັ້ນໆ, ເຫດຜົນໜຶ່ງທີ່ຄົນປະຕິເສດທັນທີທີ່ມີການຂາຍບາງທີຍັງບໍ່ໄດ້.

ຟັງຂໍ້ມູນກໍເງີຍໜ້າໜີເພາະເຂົາບໍ່ຮູ້ວ່າເຂົາຈະໃຊ້ສິນຄ້າເຫຼົ່ານັ້ນໄປເພື່ອຫຍັງ ສິ່ງທຳອິດທີ່ຕ້ອງເຮັດຄືໃຫ້ລູກຄ້າຢຸດຟັງເຮົາຈັກໜ້ອຍໃຫ້ໄດ້.

  1. ຢ່າສ້າງແຮງກົດດັນໃຫ້ລູກຄ້າ: ບໍ່ມີໃຜມັກຖືກບັງຄັບ ບໍ່ມີໃຜມັກ ຄວາມກົດດັນ, ການຂາຍກໍເຊັ່ນກັນຫາກລູກຄ້າຮູ້ສຶກວ່າຕົນເອງເລີ່ມຖືກກົດດັນ, ວິທີການເຂົ້າຫາລູກຄ້າ ຄວນຈະທັກທາຍແບບເປັນທຳມະຊາດ ແລະ ເຮັດໃຫ້ລູກຄ້າຮູ້ສຶກວ່າຄືໄດ້ລົມກັບໝູ່ເພື່ອນ ເຊິ່ງເຮົາອາດຈະຂາຍສິນຄ້າໄດ້ ຫຼື ບໍ່ກໍຕາມ ແຕ່ຫາກລູກຄ້າຮູ້ສຶກດີກັບຄົນຂາຍກັບຜະລິດຕະພັນກໍເທົ່າກັບເປັນການສ້າງໂອກາດຂາຍໄດ້ໃນອະນາຄົດ.

  2. ຍິ່ງກຸ້ມຄ່າຄົນຍິ່ງມັກ: ການຕະຫຼາດແບບຫຼຸດ, ແລກ, ແຈກ, ແຖມ ຍັງເປັນວິທີທີ່ໃຊ້ໄດ້ຜົນໃນທຸກທຸລະກິດ ຍິ່ງໃນສະພາບປັດຈຸບັນທີ່ຄ່າຄອງຊີບສູງ, ການໃຊ້ຈ່າຍແຕ່ລະເທື່ອເນັ້ນທີ່ຄຸນຄ່າເປັນຫຼັກ. ດັ່ງນັ້ນ, ທຸລະກິດກໍຄວນຈະເບິ່ງສິ່ງນີ້ຕັ້ງແຕ່ວາງແຜນຜະລິດສິນຄ້າທີ່ຕ້ອງໃຫ້ມີຕົ້ນທຶນທີ່ຖືກແຕ່ມີຄຸນນະພາບດີ ລວມທັງເປັນສິນຄ້າທີ່ຄົນສ່ວນໃຫຍ່ນິຍົມ ແລະ ມີ ຄວາມຕ້ອງການ, ທັງການຕະຫຼາດຍຸກໃໝ່ຄວນປະສົມປະສານເຕັກໂນໂລຊີໃນທຸກທາງເຂົ້າມາຊ່ວຍປິດການຂາຍໄດ້ງ່າຍ ແລະ ມີປະສິດທິພາບຫຼາຍຂຶ້ນ.

ທີ່ມາ: thaismescenter.com